ກ້ອນ​ກຳລັງ​ແລະ​ຄະນະຜູ້​ແທນ​ຂອງ​ກອງທັບ17ປະ​ເທດ​ເຂົ້າ​ຮ່ວມ​ການ​ສວນສະໜາມ ລະນຶກ​​ໄຊຊະນະສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ຄົບຮອບ70ປີ
2015-09-03 13:35:05  cri 

ກ້ອນ​ກຳລັງ​ແລະ​ຄະນະຜູ້​ແທນ​ຂອງ​ກອງທັບຈາກ17ປະ​ເທດຂອງ5ມະຫາ​ທະວີບ​ໄດ້​ເຂົ້າ​ຮ່ວມ​ການ​ສວນສະໜາມ​ໃນ​ພິທີລະນຶກ​​ໄຊຊະນະສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ຄົບຮອບ70ປີ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຈີນ​ເຊື້ອ​ເຊີນ​ກອງທັບຕ່າງ​ປະ​ເທດ​​ມາ​ເຂົ້າ​ຮ່ວມ​ການ​ສວນສະໜາມ.

​ໂດຍ​ມີ11ປະ​ເທດ​ເຊິ່ງລວມທັງຣັດ​ເຊຍ,​​ເບ​ຣູອາຊີ, ກູ​ບາ​ເປັນ​ຕົ້ນ​ໄດ້​ສົ່ງ​ກ້ອນ​ກຳລັງ​ມາ​ເຂົ້າ​ຮ່ວມ​ການ​ສວນສະໜາມ, ​​ແຕ່​ລະ​ກ້ອນ​ກຳລັງ​ມີ​ຈຳນວນ​ພົນປະມານ75ຄົນ. 6ປະ​ເທດ​ເຊິ່ງລວມທັງ​ລາວ, ກຳປູ​ເຈຍ, ອັຟກາ​ນີສະຖານ​, ​ແລະ​ເວ​ເນ​ຊູ​​ແອ​ລາ​ເປັນ​ຕົ້ນ​ໄດ້​ສົ່ງ​ຄະນະຜູ້​ແທນ​ມາ​ເຂົ້າ​ຮ່ວມ​ການ​ສວນສະໜາມ, ຈຳນວນຄະນະຜູ້​ແທນ​​ແຕ່ລະຄະນະ​ມີ​ຈຳນວນ​ປະມານ7ຄົນ.

ກ້ອນ​ກຳລັງ​ແລະ​ຄະນະຜູ້​ແທນ​ຂອງ​ກອງທັບ​ຕ່າງປະ​ເທດ​ທີ່​ໃສ່​ຊຸດ​ທະຫານ​ແບບ​ຕ່າງໆ​ລ້ວນ​ແຕ່​ມີ​ທ່າ​ທາງ​ຢ່າງ​ສະ​ຫງ່າ​ຜ່າ​ເຜີຍ, ສວນສະ​ໜາມຜ່ານ​ສະໜາມ​ຫຼວງ​ທຽນ​ອານ​ເມີນ​ດ້ວຍ​ທ່າ​ທາງ​ທີ່​ມີ​ສີສັນ​ຂອງ​ປະ​ເທດ​ຕົນ​ເອງ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ຂອງກອງທັບ​ ​ແລະ​ພາບ​ພົດ​ທີ່​ດີງາມ​ຂອງ​ທະຫານປະ​ເທດ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ