ພະນັກງານ​ສະຖານທູດ​ຈີນ​ປະຈຳ​ລາວ ​ແລະຊາວ​ຈີນ​ທີ່​ອາ​ໃສ​ຢູ່​ລາວ​ເບິ່ງ​ການຖ່າຍ​ທອດ​ສົດ​ຂອງ​ພິທີ​ສວນສະໜາມ​
2015-09-03 19:19:53  cri 

ຕາມ​ຂ່າວ cri: ຕອນ​ເຊົ້າ​ວັນ​ທີ 3 ກັນຍາ​ນີ້ ລັດຖະບານ​ຈີນ​ໄດ້​ຈັດ​ພິທີ​ສວນສະໜາມ​ຢູ່​ສະໜາມ​ຫຼວງທຽນອານ​ເມີນ ທີ່​ນະຄອນຫຼວງ​ປັກ​ກິ່ງ ​ເພື່ອ​ລະນຶກ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ແລະ​ສົງ​ຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ​ຄົບຮອບ 70 ປີ. ຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ ສປປ ລາວ​ ຖິ່ນ​ທີ່​ຫ່າງ​ໄກ, ພະນັກງານ​ສະຖານທູດ​ຈີນ​ປະຈຳ​ລາວ, ຊາວ​ຈີນ ​ແລະ​ນັກທຸລະກິດ​ຈີນ​ທີ່​ອາ​​ໄສ​ຢູ່​ປະ​ເທດ​ລາວລວມ 240 ກວ່າຄົນ​ໄດ້​ເບິ່ງ​ການຖ່າຍ​ທອດ​ສົດ​ຜ່ານ​ທາງ​ໂທລະພາບ, ​ເຊິ່ງພວກ​ເຂົາ​ເຈົ້າ​ຕ່າງ​ກໍ່​ກ່າວ​ວ່າ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ.

ທ່ານ​ຫຼຽງຈ້ຽນຈຸ່ນ ອຸປະ​ທູດ​ຊົ່ວຄາວ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ cri ວ່າ:

​ເຖິງ​ວ່າ​ຢູ່​ຄົນ​ລະ​ທີ່​ລະ​ບ່ອນ​ທີ່​ຫ່າງ​ໄກ, ​ແຕ່​ໄດ້​ຊົມ​ພິທີ​ສວນສະໜາມ​ລະນຶກ​ໄຊຊະນະ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ ​ຄົບຮອບ 70 ປີພ້ອມ​ກັນ​ກັບ​ປະຊາຊົນທີ່​ຢູ່​ປັກ​ກິ່ງ, ພວກ​ຂ້າພະ​ເຈົ້າ​ຮູ້​ສຶກຕື່ນ​ເຕັ້ນ​ໃຈ​ທີ່​ສຸດ. ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ແຫ່ງ ສປປລາວ ພ້ອມ​ພັນ​ລະ​ຍາ​ກໍ່​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ໃນ​ຄັ້ງ​ນີ້, ​ແລະ​ກໍ່​ມີ​ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ​ລາວ​ເຂົ້າ​ຮ່ວມ​ພິທີ​ສວນສະໜາມ​ຢູ່​ຕ່າງປະ​ເທດ​ເປັນ​ຄັ້ງ​ທຳ​ອິດ. ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ແລະ​ລັດຖະບານກໍ່​ຄື​ປະຊາຊົນ​ລາວ​ໄດ້​ໃຫ້ການ​ສະ​ໜັບສະໜູນ​ແກ່​ຈີນ, ພວກ​ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ເລື່ອງ​ນີ້.

ທ່ານ​ຈ່າງ​ອິງ​ຢວນ, ຮອງປະທານສະມາຄົມຈີນນະຄອນຫຼວງວຽງຈັນ ປະທານມູນນິທິຈີນນະຄອນຫຼວງວຽງຈັນກ່າວ​ວ່າ:

ການຖ່າຍ​ທອດ​ສົດ​ກ່ຽວ​ກັບ​ພິທີ​ສວນສະໜາມ​ໃນ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ເບິ່ງ​ແລ້ວ​ຮູ້ສຶກ​ມີ​ຄວາມ​ທະ​ນົງ​ໃຈ​ຫຼາຍ, ພວກ​ຂ້າພະ​ເຈົ້າ​ໃນ​ຖານະ​ເປັນ​ຊາວ​ຈີນ​ທີ່​ອາ​​ໄສ​ຢູ່​ຕ່າງປະ​ເທດ, ​ໄດ້​ສຳຜັດ​ເຖິງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະ​ເທດ​ຊາດ.

ທ່ານ​ເຕິ້ງ​ລຽງ​ຮຸ້ຍ ຜູ້ອຳນວຍການ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແລະ​ເຂດ​ປາ​ຊີ​ຟິກ​ໃຕ້​ຂອງ​ບໍລິສັດ​ໂທລະ​ຄົມຫຸ້ນສ່ວນ​ຈົ່ງ​ຊິ່ງຈຳກັດກ່າວ​ວ່າ, ຜ່ານ​ຈາກ​ການ​ເບິ່ງພິທີສວນສະໜາມ​ແລ້ວ, ຍິ່ງ​ຮູ້​ສຶກວ່າ​ສັນຕິພາບ​​ໄດ້​ມາຢ່າງ​ລຳບາກ.

ກໍ່​ຍ້ອນ​​ເປັນໄຊຊະນະ​ຂອງ​ສົງຄາມ​ບັ້ນ​ນັ້ນ​ໄດ້​ນຳ​ເອົາ​ສະພາບ​ແວດ​ລ້ອມ​​ແຫ່ງ​ການພັດທະນ​າ​ໂດຍ​ສັນຕິ​ມາ​ໃຫ້​ພວກ​ເຮົາ, ຈິ່ງ​ສາມາດ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ພັດທະນາ​ຢູ່​ຕ່າງປະ​ເທດ​ຫຼາຍ​ຂຶ້ນ. ພວກ​ເຮົາຄວນ​ທະ​ນຸຖະໜອມ​ສັນຕິພາບ​ທີ່ບໍ່​ແມ່ນ​ໄດ້​ມາ​ຢ່າງ​ງ່າຍດາຍ​ນີ້.
ທ່ານ​ເຜິ​ງ​ເຈິ້ງ​ຮວາ ຮອງ​ເລຂາປະຈຳ​ສະພາ​ການ​ຄ້າ​ໃຫຍ່​ຈີນ-​ລາວ​ໄດ້​ນຳຄຳ​ວ່າ: ກະ​ຕຸ້ນ​ໃຈ​ທີ່​ສຸດ ມາ​ສົມ​ທຽບ​ຈິດ​ໃຈ​ຂອງ​ຕົນ​ເອງ. ທ່ານ​ກ່າວ​ວ່າ:

ພິທີ​ສວນສະໜາມມື້​ນີ້ ມີ​ຄວາມ​ສະຫງ່າ​ຜ່າ​ເຜີຍ​ຫຼາຍ, ​ເຮັດ​ໃຫ້​ປະຊາຊົນ​ຈີນ​ຮູ້ສຶກ​ທະ​ນົງ​​ໃຈ​ຫຼາຍ. ສັນຕິພາບ​ແມ່ນ​ຍາດ​ມາ​ໄດ້​ຢ່າງ​ລຳບາກ. ກ້ອນ​ກຳລັງ​ຂອງ​ນັກຮົບ​ເກົ່າ​ທີ່​​ເຄື່ອນ​ເຂົ້າ​ມາ​ກ່ອນ​ໝູ່​ນັ້ນ​ກໍ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫຼາຍ, ພວກ​ຂ້າພະ​ເຈົ້າ​ຄວນ​ຈົດ​ຈຳ​ໄວ້​ພວກ​ເພິ່ນ​ໄວ້, ຄວນ​ຈົດ​ຈຳ​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ໃນ​ມື້​ນີ້​ໄວ້​ຈົນ​​ເທົ່າ​ໃດໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ