​ເລີ່​ມດຳ​ເນີນ​ພິທີ​ສວນສະໜາມ
2015-09-03 11:41:27  cri 


  ຕອນ​ເຊົ້າວັນ​ທີ 3 ກັນຍາ​ນີ້, ພິທີ​ສວນສະໜາມ​ເພື່ອ​ລະນຶກ​ໄຊຊະນະ​ແຫ່ງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍິ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກຄົບຮອບ 70 ປີ​ໄດ້​​ເລີ່​ມດຳ​ເນີນ​ຢ່າງ​ເປັນ​ທາງ​ການ. ກ້ອນ​ກຳລັງພິທັກ​ທຸງຊາດ​ທາງ​ອາກາດ​ໄດ້​ປົກປ້ອງ​​ທຸງຊາດ​ຂອງ​ສປ ຈີນ ​ແລະທຸງ​ທະຫານ​ຂອງກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ, ​ໂດຍ​ໄດ້​ບິນ​ຜ່າ​ນທ້ອງຟ້າ​ຂອງ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເໝີ​ນ​ເປັນ​ລຳດັບ​ທຳ​ອິດ.


  ຂະ​ບວນ​ລົດ​​ພວງ​ 2 ຂະ​ບວນທີ່​ປະກອບ​ດ້ວຍ​ທະຫານທີ່​ເຄີຍ​ຮ່ວມສົງຄາມ, ລູກ​ຫຼານ​ເຫຼັນຫຼ້ອນ​ຂອງ​ຜູ້​ເສຍສະຫຼະ​ຊີວິດ, ແບບຢ່າງຂອງກອງ​ຊ່ວຍ​ເຫຼືອ​ແນວ​ໜ້າ​ໃນ​ສົງຄາມຈຳນວນ 300 ກວ່າຄົນໄດ້​ນຳ​ໜ້າ​ເປັນ​ຂະ​ບວນທຳ​ອິດ​. ຊຶ່ງ​ລວມທັງ​ນັກຮົບ​ເກົ່າ​ຂອງ​ສອງ​ພັກ​ຄື: ພັກ​ກົກ​ມິນ​ຕັງ​ແລະ​ພັກ​ຄອມ​ມູນິດຈີນ​ທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ໂດຍ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ແຜ່ນດິນ​ໃຫຍ່​ຈີນ, ຄົນ​ຮຸ່ນ​ຫຼັງ​ຂອງ​ຜູ້​ເສຍສະຫຼະຂອງພັກ​ຄອມ​ມູນິດ​ຈີນແລະ​ພັກ​ກົກ​ມິນ​ຕັງ​ໃນສົງຄາມປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ, ພ້ອມ​ດ້ວຍ​ຜູ້ຕາງໜ້າ​​ແບບຢ່າງ​ຂອງ​ກອງ​ຊ່ວຍ​ເຫຼືອ​ແນວ​ໜ້າ​ໃນ​ສົງຄາມ. ນັກ​ຮົບ​ເກົ່າ​ທີ່​ເຂົ້າ​ຮ່ວມ​ການ​ສວນສະໜາມ​ໃນ​ຄັ້ງ​ນີ້​ມີ​ອາຍຸ​ສະ​ເລ່ຍ 90 ປີ, ຜູ້​ທີ່​ມີ​ອາຍຸ​ສູງທີ່​ສຸດ​ແມ່ນ​ມີ 102 ​ປີ. 

   ຜູ້ຕາງໜ້ານັກຮົບເກົ່າ​ຂອງກອງທັບແດງອະດີດສະຫະພາບຊູ​ວຽດ, ກອງກຳລັງພິເສດຂອງອາ​ເມ​ລິ​ກາທີ່ມີຊື່ວ່າ "Tiger" ແລະ​ອື່ນໆ​ພ້ອມ​ດ້ວຍ​ຜູ້ຕາງໜ້າ​ລູກ​ຫຼານ​ຂອງ​ເຂົາ​ເຈົ້າ​ກໍ່​ໄດ້​ມາເຂົ້າ​ຮ່ວມພິທີ​ສວນສະໜາມ. ​70 ປີ​ກ່ອນ​ໜ້າ​ນີ້, ທະຫານ​ຊາວ​ຕ່າງປະ​ເທດ​ແລະ​ບຸກຄົນ​ໄມ​ຕີ​ຈິດ​ມິດຕະພາບສາກົນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ມາຈີນ​ເພື່ອສະ​ໜັບສະ​ໜູນ​ສົງຄາມ​ຕໍ່ຕ້ານ​, ​ໂດຍ​ໄດ້ອຸດ​ທິດ​ຕົນເອງແລະ​ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ແຫ່ງ​ສົງຄາມຄັ້ງ​ນັ້ນ​.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ