ທ່າ​ນສີ​ຈີ້​ນຜີ​ງປະກາດ​ວ່າ,ຈີນ​ຈະຫຼຸດ​ກຳລັງ​ລົບ 3 ​ແສນ​ຄົນ
2015-09-03 11:30:14  cri 

ຕາມ​ຂ່າວCRI​: ​​ໃນ​ກອງ​ປະຊຸ​ມລະນຶກ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຟາ​ຊິດ​ຍີ່​ປຸ່ນ ກໍ​ຄື​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ​ໄດ້​ຮັບ​ໄຊ​ຊະນະ​ຄົບຮອບ 70 ປີທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກັນຍາ​ນີ້, ທ່ານ​ສີ​ຈີ້​ນຜີ​ງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ປະທານ​ຄະ​ນະກຳມະການ​ການ​ທະຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນກ່າວ​ວ່າ, ຈີນ​ຈະ​ຫຼຸດ​ກຳລັງ​ລົບ 3 ​ແສນ​ຄົນ.

ທ່ານ​ສີ​ຈີ້​ນຜີ​ງກ່າວ​ວ່າ, ສົງຄາມ​ກໍ່​ແມ່ນ​ແຫ​ວ່ນ​ແຍງທີ່ສາມາດສະທ້ອນໃຫ້​ຫຼາຍ​ຄົນ​ຮັບ​ຮູ້​ຄວາ​ມລ້ຳ​ຄ່າ​ຂອງ​ສັນຕິພາບ. ​ເພື່ອ​​ສັນຕິພາບ, ຈີນ​ຈະ​ຍຶດໝັ້ນ​ເດີນຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິຕະຫຼອດ​ໄປ. ຊົນ​ຊາດ​ຈີນ​ຮັກຫອມ​ສັນຕິພາບ​ມາ​ແຕ່​ບູຮານ​ນະ​ການ. ບໍ່​ວ່າ​ຈະ​ມີ​ການພັດທະນາ​ໄປ​ໃນ​ແນວ​ທາງ​ໃດ, ຈີນ​ຈະ​ບໍ່ສະ​ແຫວ​ງມະຫາ​ອຳນາດ, ຈະບໍ່​ຂະຫຍາຍ​ອຳນາດ ​ແລະ ຈະບໍ່​​ນຳ​ປະສົບ​ການ​ອັນ​ເສົ້າ​ສະ​ຫົຼດທີ່​ຕົນ​ເອງ​ເຄີຍປະສົບ​ມາ​ເພື່ອ​ໄປ​ໃຊ້​ກັບຊາດ​ອື່ນ​. ປະຊາຊົນ​ຈີນ​ຈະຍຶດໝັ້ນ​ໃນ​ການຮ່ວມ​ກັນ​ກັບ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຢ່າງ​ມີ​ໄມຕີ​ຈິດ, ຍຶດໝັ້ນ​ປົກ​ປັກ​ຮັກສາ​ໝາກຜົນ​ແຫ່ງໄຊ​ຊະນະ​​ໃນ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ຍີ່​ປຸ່ນ ​ແລະ ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ, ທຳ​ຄວາມ​ພະຍາຍາມ​ປະກອບສ່ວນສ້າງ​ສິ່ງ​ໃໝ່​ເພື່ອ​ມະນຸດຫຼາຍ​ຍິ່ງ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ