ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໃນ​ພິທີ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ຟາຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອ​ງ​ໂລກ​ໄດ້​ຖືກ​ຕອບ​ຮັບ​​ເປັນ​ຢ່າງດີ​​ແລະກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ
2015-09-04 11:24:03  cri 
ສຳນັກ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ຄຳ​ປາ​ໄສ​ສຳຄັນ​ທີ່​ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຢູ່​ໃນ​ພິທີ​ລະນຶກ ວັນ​ຄົບຮອບ 70 ປີ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ຟາຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອ​ງ​ໂລກ​​ໃນ​ວັນ​ທີ 3 ກັນຍາ​ນີ້​ໄດ້ຖືກການ​ຕອບ​ຮັບ​ເປັນ​ຢ່າງ​ດີ​ແລະກວ້າງຂວາງ​ຈາກ​ປະຊາ​ຄົມ​ໂລກ. ຫາງ​ສຽງ​ເຫັນ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ປະກາດ​ຄວາມ​ຕັດສິນ​ໃຈ​ຂອງປະຊາຊົນຈີນທີ່ຍິນ ດີຮ່ວມກັບປະຊາຊົນ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ພ້ອມ​ກັນຈື່​ຈຳ​ປະຫວັດສາດ,ຮ່ວມ​ມື​ກັນ​ປົກ​ປ້ອງ​ສັນຕິພາບ; ທ່ານ​ປະກາດ​ວ່າ ຈີນ​ຈະ​ບໍ່​ເປັນ​ເຈົ້າ​ໂລກ​ຕະຫຼອດ​ໄປ, ຈີນ​ຈະ​ຫຼຸດ​ກຳລັງທະຫານ​ຈຳນວນ 3 ​ແສນຄົນ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຕື່ມ​ອີກ​ວ່າ​ຈີນ​ເປັນ​ກຳລັງ​ສຳຄັນ​ແຫ່ງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.

ທ່ານ ລູອິສ ​ເອສວີ​ເລຍ      ອະດີດ​ປະທານາທິບໍດີ​ແມັກ​ຊິກ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມປ່ຽມກ່ຽວ​ກັບ​ຄວາມປາຖະໜາ​ອັນ​ດີງາມ​ຂອງ​ປະຊາຊົນ​ຈີນ​ທີ່​ຮັກຫອມ​ສັນຕິພາບ​ຂອງ​ໂລກ, ປົກ​ປັກ​ຮັກສາ​ສະ​ເຖຍລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ.

ທ່ານ​ໂຊ​ປຣາ ນັກວິ​ເຄາະ​ຍຸດ​ທະ​ສາດ​ຜູ້ອາວຸ​ໂສ, ອະດີດພົນ​ຈັດຕະວາ​ກອງທັບ​ບົກອິນ​ເດຍກ່າວ​ວ່າ: ທ່ານ​ປະທານ​ສີ​ຈິ້ນ​ຜິ​ງປະກາດ​ວ່າ​ຈີນ​ຈະ​ຫຼຸດ​ກຳລັງ​ທະຫານ​ຈຳນວນ 3 ​ແສນ​ຄົນ​ນັ້ນ​ເປັນ​ມາດ​ຕະການ​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ບັນລຸ​​ເປົ້າ​ໝາຍ​ຫັນ​ເປັນ​ທັນສະ​ໄໝ​ຂອງ​ກອງທັບ​ແລະ​ວຽກ​ງານ​ປ້ອງ​ກັນຊາ​ດຂອງ​ຈີນ ​ເຊິ່ງມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ.

ທ່ານ​ໂນ​ເອມີ ຄາ​ເບີນ ນັກ​ວິຈານສື່​ມວນ​ຊົນ​ຜູ້ອາວຸ​ໂສ​ຂອງ​ເວ​ເນ​ຊູ​ເອລາ​ກ່າວ​ວ່າ: ທ່ານ​ປະທານ​ສີ​ຈິ້ນຜິ​ງປະກາດ​ແຜນການ​ຫຼຸດ​ກຳລັງ​ທະຫານ​ໃນ​ໂອກາດ​ສະຫຼອງ​ວັນ​ໄຊຊະນະ​​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ນັ້ນ​ຖື​ວ່າ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ທີ່​ຈະ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ເດັດດ່ຽວ​ຈະ​ບໍ່​ນຳ​ເອົາ​ຄວາມທຸກທໍລະມານ​ແຫ່ງ​ສົງຄາມ​ທີ່​ຕົນ​ໄດ້​ປະສົບ​ນັ້ນ​ບັງຄັບ​ຕື່ມ​ໃສ່​ຊົນ​ຊາດ​ອື່ນ, ​ເຊິ່ງ​ເປັນ​ການ​ກະທຳ​ທີ່​ໜ້າ​ຍ້ອງຍໍ​ຊົມ​ເຊີຍ.

ທ່ານ​ສຽງ​ເຟິ່ງ ຮອງ​ຫົວໜ້າ​ສຳນັກ​ໜັງສືພິມ "ອາຊີ​ລາຍ​ວັນ" ​ເຊິ່ງ​ເປັນ​ໜັງສືພິມ​ພາສາ​ຈີນ​ຂອງ​ໄທ​ໄດ້​ກ່າວ​ວ່າ: ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ຢືນຢັນອີກ​ຄັ້ງ​ໃໝ່​ວ່າ: ຈີນ​ຈະ​ບໍ່​ເປັນ​ເຈົ້າ​ໂລກ, ບໍ່​ແຜ່​ຂະ​ຫຍາ​ຍອິດ​ທິກຳລັງ ​ແລະ​ຈະ​ບໍ່​ນຳ​ເອົາ​ປະສົບ​ການ​ທີ່​ໜ້າ​ສັງ​ເວດ​ທີ່​ຕົນ​​ເອງ​ໄດ້​ປະສົບ​ຜ່ານ​ມາ​ນັ້ນ​ບັງຄັບ​ຕື່ມ​ໃສ່​ຊົນ​ຊາດ​ອື່ນ​ຕະຫຼອດ​ໄປ. ຄວາມ​ຈິງ​ແ​​ລ້ວ, ນີ້​ກໍ​ຄື​ທັດສະນະ​ແຫ່ງ​ວັດທະນະທຳ​ທີ່​ມີ​ມູນ​ເຊື້ອ​ຂອງ​ຈີນ​ຄື "ສິ່ງ​ບໍ່​ດີທີ່​ຕົນ​ເອງ​ບໍ່​ຢາກ​ປະສົບນັ້ນກໍ​ບໍ່​ຄວນໄປ​ກະທຳ​ໃສ່​ຜູ້​ອື່ນ", ​ເຊິ່ງ​ເປັນຄວາມ​ເຊື່ອ​ຖື​ດັ້ງ​ເດີມແລະຈາລິ​ຍະ​ທຳຂອງ​ຄົນ​ຈີນ ທັງ​ໄດ້​ສະ​ແດງ​ໃຫ້​​ເຫັນ​​ເຖິງ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ຈີນ​ໃນ​ການ​ກ້າວ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ.

ທ່ານ​ໂອ​ຊິນ ອາ​ດາລາ ວ່າການ​ແທນຫົວໜ້າ​ບໍລິຫານ​ງານ​ເວທີ​ປຶກສາ​ຫາລື​ສັນຕິ​ພາບ​ອາ​ຟຣິກກາ​ກ່າວ​ວ່າ: ການ​ປະກອບສ່ວນ​ຂອງ​ຈີນ​​ເພື່ອ​ໄຊຊະນະ​ແຫ່ງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ແມ່ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢູ່​ກັບ​ບ່ອນ​ທີ່​ວ່າ ປະ​ເທດ​ທັງ​ໝົດ​ທີ່ຢູ່​ໃຕ້​ການ​ປົກຄອງ​ຂອງ​ມະຫາ​ອຳນາດນັ້ນ​ສາມາດ​ຍາດ​ເອົາ​ເອກະລາດ​ໄດ້​ໂດຍ​ພາຍ​ໃຕ້​ການ​ສະໜັບສະໜູນ​ຈາກ​ຈີນ. ຈີນ​ສະ​ແຫວ​ງຫາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ, ໝູນ​ໃຊ້​ບົດບາດ​ຂອງ​ຕົນ​ໃນ​ເວທີ​ສາກົນ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ນັ້ນຊັກ​ນຳ​ໃຫ້​ປະ​ເທດ​ແລະ​ເຂດ​ແຄວ້ນ​ຫຼາຍ​ກວ່າ​ເກົ່າ​ໃຫ້​ກ້າວ​ຂຶ້ນ​ສູ່​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ