ຄຳ​ປາ​ໄສຂອງ​ທ່ານ​ສີ​ຈິນຜິ​ງ​ໃນ​ກິດຈະກຳ​ລະນຶກ​ວັນໄຊຊະນະ​ແຫ່ງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ ​ໄດ້​ສະ​ແດງ​ເຖິງ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ໃນຫຼາຍດ້ານ
2015-09-04 11:12:04  cri 

ວັນ​ທີ 3 ກັນຍາ​ນີ້ ​ແມ່ນ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ. ທ່ານ​ສີ​ຈິ້ນ​ຜິ​ງ, ຜູ້ນຳ​ສູງ​ສຸດ​ຂອງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ, ​ໂດຍ​ສະ​ແດງ​ເຖິງ​ຄວາມ​ຄິດ​ເຫັນ​ຂອງ​ຈີນ​ທີ່​ມີ​ຕໍ່​ສັນຕິພາບ, ປະຫວັດສາດ, ຄວາມ​ໝັ້ນຄົງ​ຂອງ​ໂລກ, ລະບຽບ​ສາກົນ ​ແລະ ອາລະຍະ​ທຳ​ຂອງ​ມວນມະນຸດ ​ເປັນຕົ້ນ.

​ໃນ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ກ່າວ​ເຖິງ "ສັນຕິພາບ" 18 ​ເທື່ອ, ​​ໃນ​ນັ້ນໄດ້​ເນັ້ນໜັກ​ເຖິງສັດທາ​ອັນ​ແຮງ​ກ້າທີ່​ຮັກຫອມ​ສັນຕິພາບ ​ແລະ ​ຄວາມ​ຕັດສິນ​ໃຈ​ອັ​ນ​ເດັດດ່ຽວ​ໃນ​ການ​ປົກ​ປັກຮັກສາ​ສັນຕິພາບ​ຂອງ​ຈີນ​ ຈາກມູນ​ເຊື້ອ​ໃນ​ປະຫວັດສາດ ​ແລະ ການ​ພັດທະນາ​ໃນ​ປັດຈຸບັນ ​ເປັນຕົ້ນ.

​ໃນ​ກິດຈະກຳ​​ໃນ​ຄັ້ງນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ປະກາດ​ຢ່າງ​ໜັກ​ແໜ້ນວ່າ ຈີນ​ຈະຫຼຸດກຳລັງ​ທະຫານ​ຈຳນວນ 3 ​ແສນ​ຄົນ. ນັບ​ຕັ້ງ​ແຕ່​ຊຸມ​ປີ 1980 ​ເປັນຕົ້ນມາ, ຈີນ​ໄດ້ຫຼຸດກຳລັງ​ຮົບ​ຢ່າງ​ເປັນ​ເຈົ້າການ 3 ​ເທື່ອ​ແລ້ວ, ​ໂດຍ​ໄດ້ຫຼຸດກຳລັງ​ທະຫານ​ເປັນ​ຈຳນວນ 1 ລ້ານ, 5 ​ແສນ ​ແລະ 2 ​ແສນ​ຕາມໆ​ກັນມາ. ປັດຈຸບັນ, ກອງທັບ​ຈີນ​ທັງ​ໝົດມີ​ຈຳນວນ 2 ລ້ານ 3 ​ແສນ​ຄົນ. ​ເທື່ອ​ນີ້​ຖ້າ​ໄດ້ຫຼຸດກຳລັງ​ທະຫານ​ຢ່າງ​ຮຽບຮ້ອຍ​ແລ້ວ, ກອງທັບ​ຈີນ​ທັງ​ໝົດ​ຈະ​ຫຼຸດລົງ​ເປັນ 2 ລ້ານ​ຄົນ.

ທ່ານ​ຢາງ​ຢີຈິ່ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດຈີນ ກ່າວ​ວ່າ: ຈີນຫຼຸດກຳລັງ​ທະຫານຂອງປະ​ເທດ​ຕົນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ຊູ​ທຸງ​ແຫ່ງ​ສັນຕິພາບ, ການ​ພັດທະນາ ​ແລະ ການ​ຮ່ວມ​ມື​ໃຫ້​ສູງ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ​ເດັດດ່ຽວ​ກ້າວເດີນ​ໄປ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິຢ່າງ​ສະ​ເໝີ​ຕົ້ນສະ​ເໝີປາຍ, ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນຕົວ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ ​ແມ່ນ​ກ້ອນ​ກຳລັງ​ອັນ​ເດັດດ່ຽວ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກແລະສະຖຽນ​ລະ​ພາບຂອງ​ພາກ​ພື້ນ​ ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ.

ປະຊາຊົນ​ຈີນ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່ຫຼວງ​ເພື່ອ​ໄຊຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ, ປະຊາຊົນ​ຈີນ​ກໍ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າ​ງ​ກວ້າງຂວາງຈາກ​ປະຊາ​ຄົມ​ໂລກ​ໃນ​ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ. ນັກວິ​ເຄາະ​ເຫັນ​ວ່າ, ສົງຄາມ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳຄັນ​ເພື່ອ​ຟື້ນ​ຟູ​ສັນຕິພາບ​ຂອງ​ໂລກ, ​ໂລກ​ຊ່ວຍ​ເຫຼືອຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ກໍ​ໄດ້​ສ້າງ​ສິ່ງ​ຮັບປະກັນ​ຄວາມ​ໝັ້ນຄົງ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດສະນະ​ຄວາມ​ໝັ້ນຄົງ​​ໃນ​ທົ່ວໂລກ​ຂອງ​ຈີນ

​ໃນ​ເວລາ​ເຂົ້າຮ່ວມ​ກອງ​ປະຊຸມ​ມາດ​ຕະການ​ປະສານ​ງານ​ແລະ​ສ້າງ​ຄວາມ​ໄວ້​​ເນື້ອເຊື່ອ​ໃຈ​ກັນ​ຂອງ​ອາຊີ ​ໃນ​ປີ 2014, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ສະ​ເໜີ "ທັດສະນະ​ຄວາມ​ໝັ້ນຄົງ​ຂອງ​ອາຊີ​ແບບ​ຮ່ວມ​ກັນ, ສັງ​ລວມ, ຮ່ວມ​ມື ​ແລະ ​​ແບບ​ຍືນ​ຍົງ". ທັດສະນະ​​ຄວາມ​ໝັ້ນຄົງດັ່ງກ່າວກໍ​ເໝາະ​ສຳລັບ​ທົ່ວ​ໂລກ​ເຊັ່ນ​ກັນ.

​ໃນ​ຄຳ​ປາ​ໄສ​ທີ່​ກ່າວ​ໃນ​ກິ​ດຈະ​ກຳ​ຄັ້ງນີ້, ທ່ານ​ສີ​ຈິ້ນ​ຜິ​ງ ​ໄດ້​ກ່າວເນັ້ນອີກ​ເທື່ອ​ໜຶ່ງ​ວ່າ, ບັນດາ​ປະ​ເທດ​ໃນ​ໂລກຄວນ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ລະບຽບ​ສາກົນ ​ແລະ ລະບົບ​ສາກົນ​ທີ່​ຖື​ຈຸດປະສົງ ​ແລະ ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​ເປັນ​​ໃຈກາງ, ຕັ້ງໜ້າ​ສ້າງ​ການ​ພົວພັນ​ສາກົນ​ແບບ​​ໃໝ່​ທີ່​ຖື​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ໃຈກາງ, ​ແລະ​ຮ່ວມ​ກັນ​ຊຸກ​ຍູ້​ພາລະກິດ​ອັນ​ສູງ​ສົ່ງ​ແຫ່ງສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ. ​ແຕ່​ໃດໆ​ມາ, ຈີນ​ກໍ​ແມ່ນ​ຜູ້​ປົກ​ປ້ອງສັນຕິພາບ​ຂອງ​ໂລກ, ​ໃນ​ຂະນະ​ດຽວ​ກັນ​ກໍ​ແມ່ນ​ຜູ້​​ເດັດດ່ຽວປົກ​ປ້ອງ, ຜູ້​ກໍ່ສ້າງ ​ແລະ ຜູ້​ປະກອບ​ສ່ວນ​ຕໍ່ລະບຽບ​ສາກົນ​ແລະ​ພາກ​ພື້ນ​ເຊັ່ນ​ກັນ.

​ເພື່ອ​ສອດຄ່ອງ​ກັບ​ທ່າ​ອ່ຽງ​ໃຫຍ່​ແຫ່ງການ​ຫັນ​ເປັນຫຼາຍຂົ້ວຂອງ​ໂລກ ​ແລະ ​ການ​ພັດທະນາ​ດ້ານ​ໂລກາ​ພິວັດ, ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບປະ​ເທດ​ຕ່າງໆ, ກ້າວ​ໄປ​ພ້ອມ​ຍຸກ​ສະ​ໄໝ, ຊຸກ​ຍູ້​ລະບຽບ​ສາກົນ ​ແລະ ລະບົບ​ສາກົນ​ໃຫ້​ມີ​ການ​ປະຕິ​ຮູບແລະມີ​ການປັບປຸງ​ໃຫ້​ສົມບູນ ​ໂດຍມີ​ຄວາມ​ຈຳ​ເປັນ, ​ເຮັດ​ໃຫ້​ລະບຽບ​ສາກົນ ​ແລະ ລະບົບ​ສາກົນ​ມີ​ຄວາມ​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ, ​ແລະ​ຍິ່ງສອດຄ່ອງ​ກັບ​ຄວາມ​ປາຖະໜາ​ຂອງ​ມະຫາ​ຄອບຄົວ​ສາກົນ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ສ່ວນຫຼາຍ ທີ່​ພັດທະນາເຕີບ​ໃຫຍ່​ຂຶ້ນມາຫຼັງສົງຄາມ​ໂລກ​ຄັ້ງທີ 2.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ​ເພື່ອ​ສັນຕິພາບ, ພວກ​ເຮົາ​ຄວນ​ສ້າງ​ຈິດ​ສຳນຶກ​ອັນ​ໝັ້ນ​ແກ່ນແຫ່ງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມະນຸດ​. ອະຄະຕິກັບ​ຄວາມ​ດູ​ໝິ່ນ, ອາ​ຄາດ​ບາດໝາງ​ກັບ​ສົງຄາມ, ພຽງ​ແຕ່​ຈະ​ນຳ​ມາ​ເຊິ່ງ​ໄພພິບັດ​ແລະຄວາມທຸກ​ທໍລະມານ​ເທົ່າ​ນັ້ນ. ການ​​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ແບບ​ສະ​ເໝີ​ພາບ, ພັດທະນາ​ໂດຍ​ສັນຕິ ​ແລະ ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ ຈຶ່ງ​ຈະ​ແມ່ນ​ເສັ້ນທາງ​ອັນ​ຊອບ​ທຳ​ຂອງ​ມວນມະນຸດ.

ນັກວິ​ເຄາະ​ເຫັນ​ວ່າ, ຈີນ​ຈະ​ເດັດດ່ຽວ​ປົກ​ປ້ອງ​ທັດສະນະ​ປະຫວັດສາດຂອງ​ສົງຄາມ​ໂລກ​ຄັ້ງທີ 2 ​ທີ່ຖືກຕ້ອງ, ຊຸກ​ຍູ້​ລະບຽບ​ສາກົນ​ໃຫ້​ມີ​ການປັບປຸງ​ໃຫ້​ດີຢ່າງບໍ່​ຢຸດ​ຢັ້ງ ​ໂດຍ​ຖື​ການ​ພັດທະນາ​ໂດຍ​ສັນຕິ ​ແລະ ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ພື້ນຖານ, ຖື "ທັດສະນະ​ຄວາມ​ໝັ້ນຄົງ​ແບບ​ຮ່ວມ​ກັນ, ສັງ​ລວມ, ຮ່ວມ​ມື ​ແລະ ​ແບບ​ຍືນ​ຍົງ" ​ເປັນ​ສິ່ງ​ຊີ້​ນຳ, ​ແລະ​ຖືການ​ສ້າງ "ປະຊາ​ຄົມ​ຮ່ວມ​ຊາຕາກຳ" ​ເປັນຫຼັກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ