ຈີນ​ຈະ​ສຳ​ເລັດ​ເປົ້າ​ໝາຍ​ຫຼຸດຈຳນວນ​ທະຫານ 3 ​ແສນ​ຄົນກ່ອນ​ທ້າຍ​ປີ 2017
2015-09-04 13:58:15  cri 

ວັນ​ທີ 3 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ໃນ​ກອງ​ປະຊຸມ​ໃຫຍ່​ລະນຶກວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະຂອງສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງ
ຍີ່ປຸ່ນແລະສົງຄາມຕໍ່ຕ້ານຟາຊິດຂອງໂລກ​ໂດຍ​ປະກາດ​ວ່າ: ຈີນ​ຈະ​ຫຼຸດ​ຈຳນວນ​ທະຫານ​ໃຫ້​ໜ້ອຍ​ລົງ 3 ​ແສນ​ຄົນ. ທ່ານ​ຢາງ​ຢູຈຸ່ນ, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ: ​ເປົ້າ​ໝາຍ​ຫຼຸດ​ຈຳນວນ​ທະຫານ​ຈະສາມາດ​ສຳ​ເລັດ​ກ່ອນ​ທ້າຍ​ປີ 2017, ຈຳນວນ​ທະຫານ​ທັງ​ໝົດ​ຂອງ​ກອງທັບ​ຈີນ​ຈະ​ຫຼຸດ​ລົງ​ເຫຼືອ​ພຽງ 2 ລ້ານ​ຄົນ.

ທ່ານ​ຢາງ​ຢູ​ຈຸ່ນ​ກ່າວ​ວ່າ: ​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ​ປະ​ເທດ​ໜຶ່ງ, ຈີນ​ຍັງ​ໄດ້​ປະ​ເຊີນ​ກັບ​​ໄພ​ຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງ​ທີ່​ສັບສົນ​​ແລະ​ມີ​ຫຼາຍ​ລະດັບ, ບັນຫາ​ຄວາມ​ໝັ້ນຄົງ​ດ້ານ​ການ​ຢູ່​ລອດ​ແລະ​ບັນຫາ​ຄວາມ​ໝັ້ນຄົງ​ດ້ານ​ການ​ພັດທະນາ, ​ໄພ​ຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງ​ອັນ​ເປັນ​ມູນ​ເຊື້ອ​ແລະ​ໄພ​ຂົ່ມຂູ່​ດ້ານ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ມູນ​ເຊື້ອມີ​ຄວາມສະຫຼັບ​ສັບ​ຊ້ອນ​ກັນ, ໜ້າ​ທີ່​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ​ຂອງ​ຊາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ແລະ​ຜົນ​ປະ​ໂຫຍ​ດດ້ານການ​ພັດທະນາ​ມີ​ຄວາມລຳບາກ​ແລະ​ໜັກ​ໜາ. ພ້ອມ​ດຽວ​ກັນ​ນັ້ນ, ກອງທັບ​ຈີນ​ຍັງ​ໄດ້​ແບກ​ຫາບ​ໜ້າ​ທີ່​ການ​ເຄື່ອນ​ໄຫວ​ການ​ທະຫານ​ທີ່​ບໍ່​ແມ່ນ​ສົງຄາມ​ເຊັ່ນ: ການກູ້​ໄພ​​ແລະ​ຊ່ວຍ​ເຫຼືອ, ການປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ ​ແລະ ການ​ຊ່ວຍ​ເຫຼືອ​ສາກົນ​ເປັນ​ຕົ້ນ, ຍັງຕ້ອງຮັບມືກັບລັດທິກໍ່ການຮ້າຍ, ລັດທິແບ່ງແຍກ, ລັດທິຫົວຮຸນແຮງຂອງພາກພື້ນ. ສະນັ້ນ, ກອງທັບຈີນຕ້ອງການຮັກສາຂະໜາດຂອງ​ກອງທັບໃນລະດັບໃດໜຶ່ງ, ນີ້​ລ້ວນ​ແຕ່​ແມ່ນ​ເພື່ອ​ຈຸດປະສົງ​ການ​ປ້ອງ​ກັນຕົວ. ພວກ​ເຮົາ​ຈະ​ບໍ່​​ເດີນ​ຕາມ​ເສັ້ນທາງ​ເກົ່າ​ທີ່ "ປະ​ເທດ​ຈະ​ເລີ​ນ​ແລ້ວ​ກໍ່​​ຈະ​ໃຊ້​ອຳ​ນາດ​ບາດ​ໃຫຍ່", ບໍ່​ເປັນ​ເຈົ້າ​ອຳນາດ​ຕະຫຼອດ​ໄປ, ຈະ​ບໍ່​ຂະຫຍາຍ​ອານາ​ເຂດ​ຕະຫຼອດ​ໄປ. ມີ​ບາງ​ປະ​ເທດ​ເວົ້າ​ໂຍກ​ໃສ່​ວ່າ "​ໄພ​ຂົ່ມຂູ່​ຂອງ​ຈີນ"ຢ່າງ​ຈົງ​ໃຈ, ນີ້​ແມ່ນ​ຝ່າຝືນ​ກັບຄວາມ​ເປັນ​ຈິງ​ແບບ​ພາວະ​ວິ​ໄສ, ​ແລະກໍ່​ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ."

ທ່ານ​ຢາງ​ຢູຈຸ່ນ​ກ່າວ​ຕື່ມ​ວ່າ: ການ​ຫຼຸດ​ຈຳນວນ​ທະຫານ​ໃຫ້​ໜ້ອຍ​ລົງ 3 ​ແສນ​ຄົນ, ​ແມ່ນ​ການ​ຕົກລົງ​ທາງການ​ເມືອງ​ແລະ​ການ​ສະ​ແດງ​ເປີດ​ເຜີຍທາງ​ການ​ເມືອງທີ່​ສຳຄັນ​ແລະ​ໃຫຍ່​ຫຼວງ​ອັນ​ໜຶ່ງ​ຂອງ​ພັກ​ແລະ​ລັດຖະບາ​ນຈີນ,​ແລະ​ຈະ​ສະ​ແດງ​ອີກ​ຄັ້ງ​ໜຶ່ງ​ວ່າຈີນ​ຈະ​ຊູ​ທຸງ​ແຫ່ງ​ສັນຕິພາບ, ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ໂດຍ​ຕະຫຼອດ, ​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ສັນຕິພາບ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ໂດຍ​ຕະຫຼອດ, ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ໂດຍ​ຕະຫຼອດ,​ເປັນ​ກຳລັງອັນໝັ້ນແກ່ນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ​ໂດຍ​ຕະຫຼອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ