CRI ສຳ​ເລັດ​ວຽກ​ງານ​​ການໃຫ້​ບໍລິການ​ດ້ານ​ການ​ບັນ​ລະ​ຍາຍພິທີ​ສວນສະໜາມດ້ວຍ​ຫຼາຍ​ພາສາ​ໃນ​ການ​ສວນສະໜາມທີ 3 ກັນຍາ​ນີ້ຢ່າງ​ຈົບງາມ
2015-09-04 16:49:15  cri 
ຕາມ​ຂ່າວCRI: ວັນ​ທີ 3 ກັນຍາ​ນີ້, ງານ​ໂຮມ​ຊຸມນຸມ​ໃຫຍ່​​ລະນຶກວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງສົງຄາມປະຊາຊົນຈີນຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນແລະສົງຄາມຕໍ່ຕ້ານຟາຊິດຂອງໂລກ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ຢ່າງ​ຄຶກຄື້ນ. ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ; ທ່ານ​ນາງ​ປັກ​ກຸນ​ເຮ, ປະທານາທິບໍດີ ສ.​ເກົາຫຼີ; ທ່ານ​ໂນ​ໂຣ​​ໂດ​ມ ສີ​ຫາ​ໂມ​ນີ, ​ເຈົ້າ​ຊີວິດ​ຂອງ​ກຳປູ​ເຈຍ​ແລະ​ຜູ້ນຳ​ຕ່າງປະ​ເທດ​ທ່ານ​ອື່ນໆທັງ​ໝົດ 20 ກວ່າ​ທ່ານ, ຜູ້ຕາງໜ້າ​ລະດັບ​ສູງ​ຈາກ​ລັດຖະບານ​ຂອງ 19 ປະ​ເທດ​ເຊັ່ນ: ອົສຕຣາລີ​ແລະເບຼຊິນ​​ເປັນ​ຕົ້ນ, ກໍ່ຄື​ທ່ານບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ທ່ານ​ນາງມະ​ກາ​ເຣັດ ຊານ​ຟຸງຟູ​ຊຸນ, ຜູ້ອຳນວຍການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ​ຫຼື WHO ​ແລະ​ຜູ້​ຮັບຜິດຊອບ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ​ລ້ວນ​​ແຕ່​ໄດ້​ເຂົ້າ​ຮ່ວມງານ​ໂຮມ​ຊຸມນຸມໃຫຍ່ລະນຶກ​ດັ່ງກ່າວ.

ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI​ ​ໄດ້​ໃຫ້​ບໍລິການ​ດ້ານ​ການ​ບັນ​ລະ​ຍາຍ​ພິທີ​ສວນສະໜາມ​​​ໃຫ້ແກ່​ບຸກຄົນ​ສຳຄັນ​ທາງ​ການ​ເມືອງຈາກ​ຕ່າງປະ​ເທດ​ທັງ​ໝົດ​ແລະ​ແຂກ​ຜູ້​ມີ​ກຽດຕ່າງປະ​ເທດ 5.000 ກວ່າ​ທ່ານ​ທີ່​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ລະນຶກ​ທີ 3 ກັນຍາ​ນີ້​ດ້ວຍ 16 ພາສາ​ຄື: ພາສາ​ອັງກິດ, ພາສາຣັດ​ເຊຍ, ພາສາ​ລາວ, ພາສາ​ຫວຽດນາມ, ພາສາ​ອີ​ຕາ​ລີ,ພາສາ​ໂປ​ໂລ​ຍ​ແລະ​ອື່ນໆ.

ພາຍຫຼັງ​ສິ້ນ​ສຸດ​ພິທີ​ລະນຶກ​ດັ່ງກ່າວ​ແລ້ວ, ຜູ້​ຮັບຜິດຊອບ​ກົມ​ພິທີການຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຮັບຜິດ​ຊອບ​ການ​ບັນ​ລະ​ຍາຍ​ພິທີລະນຶກ​ກ່າວ​ວ່າ: ການ​ທີ່​ສາມາດ​ສຳ​ເລັດ​ໜ້າ​ທີ່ບັນ​ລະ​ຍາຍທີ່​ມີ​ຄວາມ​ຮັບຜິດຊອບສູງ, ມີຫຼາຍ​ພາສາ​ແລະ​ຄວາມ​ໜັກໜ່ວງ​ແບບ​ນີ້​ພາຍ​ໃນ​​ໄລຍະ​ເວລາສັ້ນໆ​ແນວ​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນສົມບັດ​ທາງດ້ານ​ວິຊາ​ການແລະ​ລະດັບ​ພາສາ​ທີ່​ແນ່ນອນ​ຂອງ​ພະນັກງານ​​ແປພາສາ​ຕ່າງປະ​ເທດ​ຂອງ CRI ຢ່າງ​ເຕັມ​ສ່ວນ, ກໍ່ຄື​ການ​ສະ​ສົມທາງ​ດ້ານ​ຊັບພະຍາກອນ​ມະນຸດ​ອັນ​ເປັນ​ມູນ​ເຊື້ອ​ແລະ​ກຳລັງ​ຕົວ​ຈິງ​​ໂດຍ​ລວມທີ່​ເຂັ້ມ​ແຂງ​ຂອງ CRI.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ