ຈີນ​ກ່າວ​ວ່າ: ຄຳ​ເວົ້າ​ຂອງ​ຝ່າຍ​ຟີ​ລິບ​ປິນບໍ່​ເອົາ​ຫົວຊາ​ນຳ​ຄວາມ​ຕັດສິນ​ໃຈ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ
2015-09-07 18:30:15  cri 
ຕາມ​ຂ່າວCRI: ​ໂດຍ​ແນ​ໃສ່​ຕໍ່ຖະ​ແຫຼ​ງການ​ຂອງໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ​ທີ່​ອອກໃນ​ຫວ່າງ​ມໍ່ໆ​ມາ​ນີ້​ທີ່​ວ່າ​ລັດຖະບານ​ຈີນ​ຄວນ​ຢຸດຕິກ່າວ​ຄຳ​ເວົ້າ​ທີ່​ມີ​ລັກສະນະ​ຫຼອກ​ລວງທີ່​ວ່າ​ຈະ​ສຸມ​​ໃສ່​​ທຳຄວາມ​ພະຍາຍາມ​​ເພື່ອສັນຕິພາບ, ​ແລະຄວນສະ​ແດງ​ຄວາມ​ຈິງ​ໃຈຂອງ​ຕົນ, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 7 ກັນຍາ​ນີ້​ວ່າ: ຄຳ​ເວົ້າ​ທີ່​ກ່ຽວຂ້ອງ​ຂອງ​ຝ່າຍ​ຟີ​ລິບ​ປິນບໍ່​​ເອົາ​ຫົວຊາ​ນຳ​ຄວາມ​ຕັດສິນ​ໃຈ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ.

ວັນ​ທີ 6 ກັນຍາ​ນີ້, ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ອອກ​ຖະ​ແຫຼ​ງການ​​ໂດຍ​ກ່າວວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄຳ​ໝັ້ນ​ສັນຍາ​ຂອງຜູ້ນຳ​ຈີນ​​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ທີ່​ວ່າຈະ​ສຸມ​ໃສ່​ ​ສັນຕິພາບ, ​ແຕ່​​ເປັນ​ຫຍັງ​ຝ່າຍ​ຈີນ​ຈຶ່ງ​ສະ​ແດງ​ອາວຸດ​ທີ່​ມີ​ລັກສະນະ​​ບຸກ​ໂຈມ​ຕີ? ລັດຖະບານ​ຈີນ​ຄວນ​ຢຸດຕິກ່າວຄຳ​ເວົ້າ​ທີ່​ມີ​ລັກສະນະ​ຫຼອກ​ລວງທີ່​ວ່າ​ຈະ​ສຸມ​​ໃສ່​ການ​ທຳຄວາມ​ພະຍາຍາມ​​ເພື່ອສັນຕິພາບ, ​ແລະຄວນ​ສະ​ແດງ​ຄວາມ​ຈິງ​ໃຈຂອງ​ຕົນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຫົງ​ເຫຼີ​ຍກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ໂດຍ​​ໄດ້​ຊີ້​ອອກ​ວ່າ: "ຈີນ​ຈັດ​ກິດ​ຈະ​ກຳລະນຶກວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ, ​ໄດ້​ປະກາດ​ຈະ​ຫຼຸດ​ຈຳ​ນວນ​ທະຫານ​ໃຫ້​ໜ້ອຍ​ລົງ 3 ​ແສນ​ຄົນ, ນີ້​​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຈີນທີ່​ສະ​ແຫວ​ງຫາສັນຕິພາບ, ​ແລະ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຕັດສິນ​ໃຈ​ແລະມານະ​ຈິດ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ. ປະຊາ​ຄົມ​ໂລກ​​ໄດ້ຕີ​ລາຄາສູງ, ​ແລະສະ​ແດງ​ຄວາມ​ຍ້ອງຍໍ​​ຕໍ່​ຈີນ​ໃນ​ຖານະ​ເປັນ​ສະໜາມຮົບ​ຕົ້ນຕໍ​ຢູ່​ພາກ​ຕາ​ເວັນ​ອອກ​ໄດ້​ມີ​ການ​ເສຍສະຫຼະ​ອັນ​ມະຫາສານ​ເພື່ອ​ໄຊ​ຊະນະ​ຂອງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ແລະມີທ່າ​ທີ​ອັນ​ເດັດດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​​. ຄຳ​ເວົ້າ​ທີ່​ກ່ຽວຂ້ອງຂອງ​ຝ່າຍ​ຟີ​ລິບ​ປິນບໍ່​ເອົາຫົວຊາ​ນຳ​ຄວາມ​ຕັດສິນ​ໃຈ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ, ປີ້ນດຳ​ເປັນ​ຂາວ,ຫຼອກ​ຫູ​ລວງ​ຕາ,ບໍ່​ເປັນ​ໜ້າ​ກ່າວວິຈານເລີຍ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ