ປະຊາ​ຄົມ​ໂລກຕີ​ລາຄາ​ສູງ​ຕໍ່ຄຳ​ປາ​ໄສທີ່​ສຳຄັນຂອງ​ທ່ານ​ສີ​ຈິນຜິ​ງ​ໃນ​ກິດຈະກຳ​ລະນຶກ​ວັນໄຊຊະນະ​ແຫ່ງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ ​
2015-09-07 18:44:11  cri 
  ຫວ່າງ​ມໍ່​ມາ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ບຸກຄົນ​ຕ່່າງປະ​ເທດ​ຈຳນວນ​ໜຶ່ງ​ເຫັນ​ວ່າ, ຄຳ​ປາ​ໄສທີ່​ສຳຄັນຂອງ​ທ່ານ​ສີ​ຈິນຜິ​ງ ປະທານປະເທດຈີນ ທີ່ກ່າວ​ໃນ​ກິດຈະກຳ​ລະນຶກ​ວັນຄົບຮອບ 70 ປີແຫ່ງໄຊຊະນະ​ຂອງສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານການຮຸກຮານຂອງຍີ່ປຸ່ນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ໂລກ, ​ໄດ້​ສົ່ງ​ສັນຍານອັນ​ຈະ​ແຈ້ງ​ໃຫ້​ແກ່​ໂລກ, ​ກໍ່​ຄື: ປະຊາຊົນ​ຈີນທະນຸຖະໜອມແລະ​ຮັກຫອມ​ສັນຕິພາບ, ຈະຖື​ປະຫວັດສາດ​ເປັນ​ແຫ່ວ​ນແຍງ, ​ເດັດດ່ຽວປົກ​ປັກ​​ຮັກສາ​ສັນຕິ​ພາບ​ໂລກ, ​ແລະຊຸກຍູ້​ໃຫ້ປະເທດຕ່າງໆມີການ​ພັດທະນາ​ຮ່ວມ​ກັນ.

  ທ່ານ​ສູນ​ທອນ ຄັນ​ທະ​ວົງ, ຜູ້ອຳນວຍການ​ສຳນັກ​ຂ່າວສານ​ປະ​ເທດ​ລາວ​ກ່າວ​ວ່າ: ​ໃນ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ໄດ້ສະແດງໃຫ້ເຫັນເຖິງ​ຄຳ​ໝັ້ນ​ສັນຍາແຫ່ງການພັດທະນາ​ໂດຍ​ສັນຕິ​ຂອງ​ຈີນຕໍ່ທົ່ວໂລກ. ບັນດາ​ປະ​ເທດ​ຄວນຄຽງບ່າຄຽງ​​ໄຫຼ່​ເຊິ່ງກັນ​ແລະ​ກັນ​ເພື່ອ​ການ​ພັດທະນາ​ຮ່ວມກັນ. ຈີນ​ໄດ້​ວາງ​ນະ​ໂຍບາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ​ ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງຮອບ​ດ້ານ​ແລະ​ສະ​ແຫວ​ງຫາຄວາມ​ຈະ​ເລນ​ຮຸ່ງ​ເຮືອງຮ່ວມ​ກັບປະ​ເທດ​ອື່ນໆ, ​ເຊິ່ງກໍຈະສ້າງຜົນປະ ໂຫຍດແກ່ສາຍ​ພົວພັນ​ລະຫວ່າງ​ລາວ​-ຈີນເຊັ່ນກັນ.

  ທ່ານ​ຊາຣັດ ​ໂຟນ​ເຊ​ກາ, ຈອມພົນກອງທັບ​ບົກ, ຜູ້ນຳ​ພັກ​ປະຊາທິປະ​ໄຕ​ສີ​ລັງກາ​ກ່າວ​ວ່າ: ຈີນ​ຈັດ​ກິດ​ຈະ​ກຳ​ລະນຶກໃນຄັ້ງນີ້, ​ໄດ້ເປັນການສ້າງໂອກາດ​ໃຫ້​ແກ່​ທົ່ວ​ໂລກ​ໃນ​ການ​ຈົດ​ຈຳ​ປະຫວັດສາດ​ແລະທະນຸຖະໜອມ​ສັນຕິພາບ. ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ປະກາດ​ຫຼຸດກຳລັງທະຫານຈຳນວນ 3 ​ແສນ​ຄົນ, ​ເຊິ່ງເປັນມາດ​ຕະການທີ່​ແທ້​ຈິງ​ເພື່ອ​ສົ່ງ​ສັນຍາ​ນຕໍ່ໂລກ​ອີກ​ຄັ້ງ​ໜຶ່ງທີ່ບໍ່ສະ​ແຫວ​ງຫາເປັນເຈົ້າມະຫາ​ອຳນາດ​ແລະບໍ່​ຂະຫຍາຍອານາເຂດຂອງປະເທດຕົນ.

  ທ່ານ​ເຊນ ມາ​ສາຕາ​ກະ, ອາ​ຈານ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິ​ໂຈ​ໂອ​ກະຍິ່​ປຸ່ນກ່າວ​ວ່າ: ປະຊາຊົນ​​ໃນ​ໂລກ​ສ່ວນ​ຫຼາຍມີ​ສະຕິ​ປັນຍາ​​ໃນ​ການ​ຖອດ​ຖອນ​ບົດຮຽນຈາກ​ປະຫວັດ​ສາດ. ຜ່ານ​ການ​ຊົມ​ກິດ​ຈຳ​ກຳ​ລະນຶກ​ຄັ້ງ​ນີ້​ແລະ​ອ່ານ​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ແລ້ວ, ຂ້າພະ​ເຈົ້າຍິ່ງ​ມີຄວາມ​ຕັດສິນ​ໃຈ​ອັນເດັດດ່ຽວກວ່າເກົ່າໃນ​ການ​ຕ້ານ​ການດັດ​ແກ້​ປະຫວັດສາດ​ແລະ​ປະກອບສ່ວນ​​ເພື່ອ​ສັນຕິພາບ​ຂອງໂລກ​ແລະ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຍິ່ປຸ່ນ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ