ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ບາງ​ປະ​ເທດ​ຄວນ​ອ່ານ "ກົດ​ບັດ​ສະຫະ​ປະຊາ​ຊາດ" ​ໃຫ້​ດີ
2015-09-07 17:23:59  cri 
    ກ່ຽວ​ກັບ​ທ່ານ​ບັນ​ກີ​ມຸນ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເຂົ້າຮ່ວມ​ກິດຈະກຳ​ລະນຶກ 3 ກັນຍາ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຊູ​ກາ ​ໂຢຊີ​ຮີ​ເດະ, ​ເລຂາທິການ​ລັດຖະບານ​ຍີ່ປຸ່ນກ່າວ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ຄວນ​ຮັກສາ​ຄວາມ​ເປັນກາງ, ບໍ່​ຄວນ​ສຸມ​ໃສ່​ເຫດການ​ພິ​ເສດ​ໃນ​ອະດີດຫຼາຍ​ເກີນ​ໄປ. ພະ​ແນ​ກປະສົມ​ການ​ຕ່າງປະ​ເທດ​ແລະ​ເສດຖະກິດ​ຂອງ​ພັກ​ເສລີ​ປະຊາ​ທິປະ​ໄຕ​ຍີ່ປຸ່ນ ກໍ​ໄດ້​ໄຂ​ກອງ​ປະຊຸມ, ​ໂດຍ​​ໄດ້​ຕົກລົງ​ຈະ​ສະ​ເໜີ​ສານ​ປະ​ທ້ວງ​ຕໍ່​ອົງການ​ສະ​ຫະປະຊາ​ຊາດ. ຕໍ່​ເລື່ອງ​ນີ້, ທ່ານ​ຮົງ​ເຫຼີຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 7 ກັນຍາ​ນີ້​, ​ໂດຍ​ເລັ່ງທວງ​ໃຫ້​ບາງ​ປະ​ເທດ​ຢ່າ​ກໍ່​ເລື່ອງ​ຢ່າງ​ບໍ່​ມີ​ເຫດຜົນ​ອີກ. ທ່ານ​ກ່າວ​ວ່າ: "​ໃນ​ບັນຫາ​ຄື​ການ​ລະນຶກ​ໄຊຊະນະ​ແຫ່ງ​ການ​ເອົາ​ຊະນະ​ລັດທິ​ຟາ​ຊິດ​ແບບ​ນີ້, ອົງການ​ສະຫະ​ປະຊາ​ຊາດ ຈະ​ຮັກສາ​ຄວາມ​ເປັນກາງ​ແນວ​ໃດ? ​ໃນ​ບັນຫາ​ທີ່​ພົວພັນ​ເຖິງ​ຄວາມ​ເປັນ​ທຳ​ແລະ​ສັນຕິພາບ​ຂອງ​ມວນ​ມະນຸດ, ອົງການ​ສະຫະ​ປະຊາ​ຊາດ​ຈະ​ຮັກສາ​ຄວາມ​ເປັນກາງ​ແນວ​ໃດ? ພວກ​ຂ້າພະ​ເຈົ້າ​​ເຕືອນ​ໃຫ້​ບາງ​ປະ​ເທດ​ຢ່າ​ກໍ່​ເລື່ອງ​ຢ່າງ​ບໍ່​ມີ​ເຫດຜົນ​ອີກ. ຖ້າ​ມີ​ເວລາ​ແລະ​ກຳລັງວັງຊາ​ຄື​ແນວ​ນີ້, ຄັນຊັ້ນ ກໍ​ຄວນ​ໄປ​ອ່ານກົດ​ບັດ​ສະຫະ​ປະຊາ​ຊາດ​ໃຫ້​ດີ, ທົບ​ທວນຄືນ​ປະຫວັດ​ການ​ຮຸກ​ຮານ​ຢ່າງ​ເລິກ​ເຊິ່ງ, ພະຍາຍາມ​ໃຫ້​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ໃນ​ອາຊີ​ແລະ​ປະຊາ​ຄົມ​ໂລກ."

    ທ່ານ​ຮົງ​ເຫຼີຍກ່າວ​ຕື່ມ​ວ່າ, ກິດຈະກຳ​ລະນຶກ​ວັນ​ຄົບຮອບ 70 ປີແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ ​ແລະ​ສົງຄາມ​ຕ້ານ​ຟາ​ຊິດ​ຂອງ​ໂລກ ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ເມື່ອ​ວັນ​ທີ 3 ກັນຍາ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ຈີນ​ໃນ​ການ​ຈົດ​ຈຳ​ປະຫວັດສາດ, ລະນຶກ​ແລະ​ອາ​ໄລ​ຫາ​ຜູ້​ເສຍສະຫຼະຊີວິດ​ໃນ​ເມື່ອ​ກ່ອນ, ທະນຸ​ຖະໜອມ​ສັນຕິພາບ ​ແລະ​ສ້າງ​ອະນາຄົດ​ທີ່​ສະຫວ່າງ​ສະ​ໄຫວ, ນີ້​ກໍ​ແມ່ນ​ຈິດ​ໃຈ​ທີ່​ສຳຄັນ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ. ທ່ານ​ເລຂາທິການ​ໃຫຍ່​ບັນ​ກີ​ມຸນ ​ເຂົ້າຮ່ວມ​ກິດຈະກຳ​ລະນຶກ​ໃນ​ຄັ້ງນີ້​ໃນ​ນາມ​ເປັນ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ. ທ່ານ​ພ້ອມ​ກັບ​ຜູ້ນຳ​ຕ່າງປະ​ເທດ, ຜູ້ຕາງໜ້າ​ຊັ້ນສູງ, ຜູ້​ຮັບຜິດຊອບ​ຂອງ​ອົງການ​ຈັດຕັ້ງສາກົນ ​ແລະ​ອະດີດບຸກຄົນ​ສຳຄັນ​ດ້ານ​ການ​ເມືອງອີກ 65 ທ່ານ ​ໄດ້​ຮັບ​ຄວາມ​ຍິນ​ດີ​ຕ້ອນຮັບ​ຈາກ​ປະຊາຊົນ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ