ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ກິດຈະກຳ​ລະນຶກ "3 ກັນຍາ"ມີ​ລັກສະນະ​ຕົວ​ແທນ​ຢ່າງ​ກວ້າງຂວາງ
2015-09-08 11:01:21  cri 
ສຳນັກ​ຂ່າວສານ​ຈີນ​ລາຍ​ງານ​ວ່າ: ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ຈັດ​ກອງ​ປະຊຸມ​ຂ່າວ​ຕາມ​ປົກກະຕິ​ໃນ​ວັນ​ທີ 7 ກັນຍາ​ນີ້. ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ກິດຈະກຳ​ລະນຶກ "3 ກັນຍາ"ມີ​ລັກສະນະ​ຕົວ​ແທນ​ຢ່າງ​ກວ້າງຂວາງ. ຈີນ​ຍິ່ງ​ມີ​ຄວາມ​ເຂັ້ມ​ແຂງ​ຫຼາຍ​ເທົ່າ​ໃດ, ກຳລັງ​​ແຫ່ງປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ກໍ​​ຍິ່ງຈະ​ເຕີບ​ໃຫຍ່​ຂະຫຍາຍຕົວຫຼາຍ​ເທົ່າ​ນັ້ນ.

ທ່ານ​ຫົງ​ເຫຼີ​ຍກ່າວ​ວ່າ: ຈີນ​ຈັດ​ກິດ​ຈະ​ກຳ​ລະນຶກ "3 ກັນຍາ"​ແມ່ນ​ມີ​ຈຸດປະສົງ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ເປັນ​ທຳ​ໃນ​ປະຫວັດສາດ, ລະນຶກ​ນັກ​ປະຕິວັດ​ວິລະ​ຊົນ​ຜູ້​ເສຍສະຫຼະ, ຖະນຸຖະໜອມ​ສັນຕິພາບ​ຂອງ​ໂລກ, ສ້າງ​ອະນາຄົດ​ທີ່​ດີງາມ. ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ປະທານ​ສີ​ຈິ້ນຜິ​ງທີ່​ກ່າວ​ຢູ່​ໃນ​ພິທີ​ລະນຶກ "3 ກັນຍາ"ນັ້ນ​ໄດ້​ກ່າວ​ເຖິງ​ຄຳ​ວ່າ "ສັນຕິພາບ" ​18 ​ເທື່ອ ​ແລະ​ໄດ້​ປະກາດ​ຢ່າງໜັກ​ແໜ້ນວ່າ​ຈີນ​ຈະ​ຫຼຸດ​ກຳລັງ​ທະຫານ​ຈຳນວນ 3 ​ແສນ​ຄົນ. ສັນຕິພາບ​ແມ່ນ​ສິ່ງ​ທີ່​ໄດ້​ມາ​ບໍ່​ແມ່ນ​​ເລື່ອງງ່າຍ, ຄວນ​ຖະນຸຖະໜອມ​ສັນຕິພາບ​ແລະ​ຕ້ອງ​ປົກ​ປ້ອງ​ສັນຕິພາບ. ຈີນ​ຍິ່ງ​ມີ​ຄວາມ​ເຂັ້ມ​ແຂງ​ຫຼາຍ​ເທົ່າ​ໃດ, ກຳລັງ​ແຫ່ງ​ການປົກ​ປັກ​ຮັກສາ​ສັນຕິພາບ​ກໍ​ຍິ່ງ​ຈະ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຫຼາຍ​ເທົ່າ​ນັ້ນ.

ທ່ານ​ຫົງ​ເຫຼີ​ຍກ່າວຕື່ມ​ອີກ​ວ່າ: ບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຕ່າງປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ໃນ​ຄັ້ງ​ນີ້​ກຊ​ໄດ້​ຕີ​ລາຄາ​ສູງ​ແລະ​ຢືນຢັນ​ຕໍ່​ກິດຈະກຳ​ລະນຶກ. ປະຊາຊົນ​ບັນດາ​ປະ​ເທດ​ຄວນ​ສາມັກຄີ​ແລະ​ຮ່ວມ​ມື​ກັນ, ພ້ອມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ທ່ຽງ​ທຳ​ແລະ​ຄວາມ​ເປັນ​ທຳ​​ໃນ​ສາກົນ​ແລະ​ສັນຕິພາບ​ຂອງ​ໂລກ. ​ແຂກ​ຜູ້​ມີ​ກຽດ​ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ​ແມ່ນ​ມາ​ຈາກ​ບັນດາ​ທະວີບ​ໃນ​ທົ່ວ​ໂລກ ​ເຊິ່ງມີ​ລັກສະນະ​ຕົວ​ແທນ​ຢ່າງ​ກວ້າງຂວາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ