ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຖ້ອຍ​ຄຳ​ຂອງ​ຝ່າຍ​ຟີ​ລິບ​ປິນ​ແມ່ນ​ບໍ່​ໄດ້​ພິຈາ​ລະນາ​ເຖິງ​ຄວາມ​ຕັດສິນ​ໃຈ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ
2015-09-08 11:17:28  cri 
ສຳນັກ​ຂ່າວສານ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 6 ກັນຍາ​ນີ້, ​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດ​ຟີ​ລິບ​ປິນ​ໄດ້​ອອກ​ຖະ​​ແຫຼ​ງການ​​ໂດຍ​ໄດ້​ກ່າວ​ວ່າ: ກະ ຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນຊົມ​ເຊີຍ​ຜູ້ນຳ​ຈີນ​ທີ່​ໄດ້​ປະກາດ​ຄຳ​ໝັ້ນ​ສັນຍາໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ​ຈະ​ສຸມ​ກຳລັງ​ເຂົ້າ​ໃນການ​ຮັກສາສັນຕິພາບ, ​ແຕ່​ເປັນ​ຫຍັງ​ຈີນ​​ໄດ້​ສະ​ແດງ​ອາວຸດ​ລັກສະນະ​​ແບບບຸກ​ໂຈມ​ຕີ, ລັດຖະບານ​ຈີນ​ຄວນຢຸດຕິ​ການ​ກ່າວ​ຖ້ອຍ​ຄຳ​ແບບ​ຫຼອກ​ລວງທີ່​ວ່າ​ຈະ​ສຸມ​ໃສ່​ການ​ທຳ​ຄວາມ​ພະຍາຍາມ​ເພື່ອ​ສັນຕິພາບ​ແລະ​ຄວນ​ສະ​ແດງ​ຄວາມ​ຈິງ​ໃຈ​.

ຢູ່​ທີ່​ກອງ​ປະຊຸມ​ຂ່າວ​ທີ່​ກະຊວງ​ການ​ຕ່າງປະ​​ເທດ​ຈີນ​ຈັດ​ຂຶ້ນ​ຕາມ​ປົກ​ກ​ະຕິ​ໃນ​ວັນ​ທີ 7 ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ຖ້ອຍ​ຄຳ​ຂອງ​ຝ່າຍ​ຟີ​ລິບ​ປິ​ນບໍ່​ໄດ້​ພິຈາລະນາ​ເຖິງ​ຄວາມ​ຕັດສິນ​ໃຈ​ແລະ​ຄຳ​ໝັ້ນ​ສັນຍາ​ຂອງ​ຈີນ, ​ເປັນ​ຖ້ອຍ​ຄຳ​ທີ່ປີ້ນ​ຂາວ​ເປັນ​ດຳ, ບິດ​ເບືອນ​ຄວາມ​ເປັນ​ຈິງ, ສະ​ນັ້ນ​ມັນ​ບໍ່​ເປັນຕາ​ທີ່​ຈະ​ໃຫ້​ຄຳ​ວິຈານ.

ທ່ານ​ຫົງ​ເຫຼີຍກ່າວ​ວ່າ, ຈີນ​ຈັດ​ກິດຈະກຳ​ລະນຶກ​ວັນຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນຂອງ​ປະຊາຊົນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ, ​ແລະ​ປະກາດ​ຈະ​ຫຼຸດ​ກຳລັງ​ທະຫານ​ຈຳນວນ 3 ​ແສນ​ຄົນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ຄວາມ​ຈິງ​ໃຈ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ. ປະຊາ​ຄົມ​ໂລກ​ໄດ້​ຕີ​ລາຄາສູງ​ຕໍ່​ກັບ​ເລື່ອງ​ນີ້ ​ແລະ​ຍ້ອງຍໍຊົມ​ເຊີຍ​ຕໍ່​ຈີນ​ທີ່​ໄດ້​ມີ​ການ​ເສຍສະຫຼະ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ຍາດ​ເອົາ​ໄຊຊະນະ​ແຫ່ງ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ໃນ​ຖານະ​ທີ່​ເປັນ​ສະໜາມຮົບ​ຫຼັກ​ຂອງ​ພາກ​ຕາ​ເວັນ​ອອກ​ແລະ​ຍ້ອງຍໍ​ຊົມ​ເຊີ​ຍຕໍ່​ຈີນ​ທີ່​ມີ​ທ່າ​ທີ​ອັນ​​ເດັດດ່ຽວ​ໃນ​ການ​ປົກ​ປ້ອງ​ສັນຕິພາບ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ