ສະມາຄົມ​ຫໍພິພິດທະພັນ​ສົງຄາມ​ໂລກ​ຄັ້ງທີ 2 ສາກົນ​ສ້າງຕັ້ງຂຶ້ນຢູ່​ປັກ​ກິ່ງ
2015-09-09 15:16:47  cri 
    ຕາມ​ຂ່າວສານ​ຊິນ​ຮວາ: ​ເນື່ອງ​ໃນ​ໂອກາດ​ວັນ​ຄົບ​ຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ ​ແລະ ສົງຄາມ​ຕ້ານ​ຟາ​ຊິດ​ຂອງ​ໂລກ, ສະມາຄົມ​ຫໍພິພິດທະພັນ​ສົງຄາມ​ໂລກ​ຄັ້ງທີ 2 ສາກົນ ​ເຊິ່ງ​​ແມ່ນ​ຫໍ​ລະນຶກ​ສົງຄາມ​ປະຊາຊົນ​ຈີນ​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ ກັບ​ຫໍພິພິດທະພັນ​ອື່ນໆ ຮ່ວມ​ກັນ​ລິ​ເລີ່​ມ ​ແລະ ກະກຽມ​ນັ້ນ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນຫຼວງປັກ​ກິ່ງ​ເມື່ອ​ວັນ​ທີ 7 ກັນຍາ​ນີ້.

    ສະມາຄົມ​ຫໍພິພິດທະພັນ​ສົງຄາມ​ໂລກ​ຄັ້ງທີ 2 ສາກົນ ມີ​ຈຸດປະສົງ​ເພື່ອ​ສ້າງ​ເວທີ​ແຫ່ງ​ການ​ແລ​ກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຫໍພິພິດທະພັນ​ສົງຄາມ​ໂລກ​ຄັ້ງ​ທີ 2 ສອງ​ແຫ່ງ​ຕ່າງ​ໆ​ໃນ​ໂລກ, ​ໃນ​ຂະ​ນະ​ທີ່​ຍົກ​ລະດັບ​ຂອງ​ການ​ແລກປ່ຽນ​ລະຫວ່າງ​ຫໍພິພິດທະພັນ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແລະ​ນັກວິຊາການ​ໃຫ້​ສູງ​ຂຶ້ນນັ້ນ, ຍັງ​ຈະ​ໄດ້​ດຳ​ເນີນ​ການ​ຮ່ວມ​ກັນ​ຄົ້ນຄວ້າ, ອະທິບາຍ ​ແລະ​ວາງສະ​ແດງ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ສົງຄາມ​ໂລກ​ຄັ້ງທີ 2, ​ແລະ​ດຳ​ເນີນ​ການ​ສຶກສາ​ດ້ານ​ສັນຕິພາບ.

    ປັດຈຸບັນ ​ໄດ້​ມີ​ຫໍພິພິດ​ທະ​ພັນ 35 ​ແຫ່ງ​​ໃນ 11 ປະ​ເທດ​ຄື: ຈີນ, ຣັດ​ເຊຍ, ອາ​ເມ​ລິ​ກາ, ສ.​ເກົາຫຼີ, ອີ​ຕາ​ລີ, ​ເບ​ລາຣຸດຊີ, ຍີ່ປຸ່ນ, ອູ​ແກຣນ, ​ເບ​ຣຊິນ, ມາ​ເລ​ເຊຍ ​ແລະ​ສະ​ໂລ​ວາ​ກີ ຢືນຢັນ​ຢ່າງ​ເປັນ​ທາງ​ການ​ວ່າ​ຈະ​ເຂົ້າຮ່ວມ​ສະມາຄົມ​ດັ່ງກ່າວ, ​ໃນ​ນັ້ນ, ລວມທັງ​ຫໍ​ລະນຶກ​ສົງ​ຄາມ​ປະຊາຊົນ​ຈີນ​ຕໍ່ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ, ຫໍ​ລະນຶກ​ສົງຄາມ​ປ້ອງ​ກັນຊາ​ດຣັດ​ເຊຍ, ຫໍ​ລະນຶກ​ເອກະລາດ​ສ.​ເກົາຫຼີ, ຫໍ​ລະນຶກ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​ຖືກ​ທະຫານ​ຍີ່ປຸ່ນ​ຜູ້​ຮຸກ​ຮານ​ຈີນ​ສັງຫານ​ໝູ່​ຢູ່​ເມືອງນານ​ກິ່ງ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ