ຜູ້ນຳ​ຫຼາຍປະ​ເທດ​ແລະ​ຫົວໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ກິດຈະກຳ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ
2015-09-10 10:56:23  cri 
ສຳນັກ​ຂ່າວສານຊິນ​ຮວາ​ລາຍ​ງານ​ວ່າ: ຜູ້ນຳ​ຕ່າງປະ​ເທດ​ແລະ​ຫົວໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ຫຼາຍ​ທ່ານ​ທີ່​ໄດ້ມາ​ເຂົ້າ​ຮ່ວມ​ກິດຈະກຳ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ຂອງ​ສົງຄາ​ມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ເຊິ່ງຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ນັ້ນ​ໄດ້​ເຫັນ​ວ່າ: ກິດຈະກຳ​ໃນ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ຊາວ​ໂລກ​ໄດ້​ເຫັນ​ຢ່າງ​ເຕັມ​ສ່ວນ​​ເຖິງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​, ​ໄດ້​ສົ່ງ​ສັນຍານ​ອັນ​ຈະ​ແຈ້ງ​ກ່ຽວ​ກັບ​ຈີນ​ຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ.

ທ່ານ​ວາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ, ທ່ານຈາ​ຄົບ ​ຈູ​ມາ ປະທານາທິບໍດີ​ອາ​ຟຣິກກາ​ໃຕ້, ທ່ານ ​ໂທ​ມິ​ສລັຟ ນີ​ໂຄ​ລິ​ສ ປະທານາທິ ບໍດີ​ແຊັກ​ບີ, ທ່ານເຊີເກ ເລເບເດັຟ ເລຂາທິການບໍລິຫານງານຂອງສະຫະພັນລັດເອກະລາດ, ທ່ານນິໂຄໄລ ໂບຣດີວຈາ ເລຂາທິການໃຫຍ່ ອົງການສົນທິສັນຍາຄວາມໝັ້ນຄົງລວມໝູ່ສະຫະພັນລັດເອກະລາດ ​ແລະ​ຜູ້ນຳ​ປະ​ເທດຕະຫຼອ​ດຮອດຫົວໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ທ່ານ​ອື່ນໆ​​ຕ່າງ​ກໍໄດ້​ຍ້ອງຍໍ​ວ່າ: ກິດຈະກຳ​ລະນຶກ​ຂອງ​ຈີນ​ໃນ​​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນ, ຈີນ​ໄດ້​ນຳ​ໃຊ້​ໂອກາດ​ຈັດ​ກິດຈະກຳ​ໃນ​ເທື່ອ​ນີ້​ເພື່ອ​ສົ່ງ​ສັນຍານ​ຕໍ່ທົ່ວ​ໂລກ​ວ່າ: ຈີນ​ສຸມທຸກ​ກຳລັງ​ເຂົ້າ​ໃນ​ສັນຕິພາບ, ການ​ພັດທະນາ​, ການ​ຮ່ວມ​ມື​ແລະ​ຊຸກຍູ້​ສະຖຽນ​ລະ​ພາບ​ຂອງ​ປະຊາ​ຄົມ​ໂລກ. ຫວັງ​ຢາກ​ໃຊ້​ໂອກາດ​ຈັດ​ກິດຈະກຳ​ໃນ​ເທື່ອ​ນີ້​ດຳ​ເນີນ​ການ​ຮ່ວມ​ມື​ກັນ​​ເພື່ອ​ພ້ອມກັນ​ສ້າງ​ອະນາຄົດ​ທີ່​ດີງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ