ຮອງ​ນາຍົກລັດຖະມົນຕີຈີນ​ເຂົ້າ​ຮ່ວມງານ​ດົນຕີ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນ​ຂອງ​ປະຊາຊົນ​ຈີນທີ່​ລອນ​ດອນ
2015-09-17 17:21:37  cri 
ຕາມ​ຂ່າວ CRI ລາຍ​ງານ​ວ່າ: ງານ​ດົນຕີ​ລະນຶກ​ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ກັນຍາ​ນີ້​ທີ່​ສູນ​ສິລະ​ປະບາ​ບີ​​ແຄນ (Barbican Centre)ລອນ​ດອນ​ຂອງ​ອັງກິດ, ທ່ານ​ນາງ​ຫຼິວຢຽນຕົ່ງ ຮອງນາຍົກລັດຖະມົນຕີຈີນທີ່​ກຳລັງ​ດຳ​ເນີນ​ການ​ຢ້ຽມຢາມ​ອັງກິດ​ໄດ້​​ໃຫ້​ກຽດ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ດົນຕີ​ດັ່ງກ່າວ.
ໂອກາດ​ກ່າວ​ຄຳ​ປາ​ໄສ, ທ່ານ​ນາງຫຼິວຢຽນຕົ່ງກ່າວ​ວ່າ: ​ໃນ​ເດືອນ​ຕຸລາ​ໜ້າ​ນີ້, ທ່ານ​ປະທານ​ສີ​ຈິ້​ນຜິ​ງຈະ​ດຳ​ເນີນ​ການ​ຢ້ຽມຢາມ​ອັງກິດ​ທາງ​ລັດຖະກິດ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ ​ເຊິ່ງ​ສອງ​ປະ​ເທດ​ຈະ​ຮ່ວມ​ກັນ​ເປີດ​ "ຍຸກ​ຄຳ"​ແຫ່ງ​ສາຍ​ພົວພັນ​ຈີນ-ອັງກິດ. ການ​ຢ້ຽມຢາມ​ຂອງ​ທ່ານ​ນາງ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ເປັນ​ການ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ​ອັງກິດ​ຂອງ​ທ່ານ​ປະທານ​ສີ​ຈິ້ນຜິ​ງ, ​​​ເພື່ອເຮັດ​ໃຫ້ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ອັງກິດ​ມີ​ຊີວິດ​ຊີວາ​ຫຼາຍ​ຂຶ້ນ. ​ໃນ​ໄລຍະ​ດຳ​ເນີນ​ການ​ຢ້ຽມຢາມ​ຢູ່​ອັງກິດ​ໃນ​ຄັ້ງ​ນີ້, ທ່ານ​ນາງ​ຫຼິວຢຽນຕົ່ງ​ຈະ​ເປັນ​ປະທານ​ຂອງ​ກອງ​ປະຊຸມ​ເທື່ອ​ທີ 3 ຂອງ​ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະດັບ​ສູງ​ຈີນ-ອັງກິດ2015 ​ແລະ​ຍັງ​ຈະ​ພົບ​ປະ​ກັບທ່ານ​ເດ​ວິດ ຄາ​ເມຣອນ ນາຍົກລັດຖະມົນຕີ, ທ່ານ​ຟີ​ລິບ ຮາມ​ອນດ໌ ລັດຖະມົນຕີ​ວ່າກາ​ນກະຊວງ​ການ​ຕ່າງປະ​ເທດ​ ​ແລະ​ເຈົ້າ​ໜ້າ​ທີ່​ລັດຖະບານ​ອັງກິດທ່ານ​ອື່ນໆ​ອີກ.

ງານ​ດົນຕີໃນ​ຄືນ​ວັນ​ທີ 16 ກັນຍາ​ນີ້​ແມ່ນ​ຈັດ​ຂຶ້ນ​ໃນ​ໂອກາດ​ປີ​ແລກປ່ຽນ​ວັດທະນະທຳ​ຈີນ-ອັງກິດ 2015 ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ "ລະນຶກ ວັນ​ຄົບຮອບ 70 ປີ​ແຫ່ງ​ໄຊຊະນະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຍີ່ປຸ່ນຂອງ​ປະຊາຊົນ​ຈີນ​ແລະ​ສົງຄາມ​ຕໍ່ຕ້ານ​ຟາ​ຊິດ​ຂອງ​ໂລກ​", ​ເຊິ່ງມີ​ນັກ​ສິນ​ລະ​ປິນທັງ​ສອງ​ປະ​ເທດ​ຮ່ວມ​ກັນ​ສະ​ແດງ​ໃນ​ງານດົນຕີດັ່ງກ່າວ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ