ຄັງປັນຍາຈີນ-​ອາ​ຊຽນບັນລຸ 《ຂໍ້ຕົກລົງ​ໜານ​ນິງ》
2015-09-17 10:49:39  cri 

​ເວທີ​ປຶກສາ​ຫາລື​ກ່ຽວ​ກັບ​ຍຸດ​ທະ​ສາດ​ລະຫວ່າງຄັງປັນຍາ​ຈີນ-​ອາ​ຊຽນຄັ້ງ​ທີ 8 ​ທີ່​ໄຂ​ຂຶ້ນ​ຢູ່​ເມືອງໜານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 16 ກັນຍາ​ນີ້, ນັກວິຊາການ​ທີ່​ມາ​ຈາກ​ຄັງ​ປັນຍາ​ຈີນ​ແລະ​ອາ​ຊຽນ​ໄດ້​ລົງ​ເລິກ​ແລກປ່ຽນ​ແລະ​ຫາລື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ສ້າງສາ "​ແລວທາງເສດຖະກິດ​ເສັ້ນທາງ​ສາຍ​​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21" ຫຼື "​ໜຶ່ງ​ແລວທາງໜຶ່ງ​ເສັ້ນທາງ" ​ແລະ​ການ​ສ້າງ​ປະຊາກອນ​ຮ່ວມ​ຊາຕາກຳ​ຈີນ-​ອາ​ຊຽນ​ເປັນ​ຕົ້ນ, ​ໄດ້​ບັນລຸ​ 《ຂໍ້ຕົກລົງ​ໜານ​ນິງ》.
ຄັງ​ປັນຍາ​ຂອງ​ປະ​ເທດ​ຕ່າງໆ​ເຫັນ​ວ່າ, ການ​ສ້າງ "​ໜຶ່ງແລວທາງໜຶ່ງ​ເສັ້ນທາງ" ​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮ່ວມ​ຂອງ​ບັນດາ​ປະ​ເທດ​ທີ່ຢູ່​ຕາມແລວທາງແລະເສັ້ນທາງດ່ັງກ່າວ, ​ແມ່ນ​ເສັ້ນທາງ​ແຫ່ງ​ການ​ຮ່ວມ​ມື​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ທີ່​ຊຸກຍູ້​ໃຫ້​ບັດ​ດາປະ​ເທດ​ຢູ່​​ຕາມໜຶ່ງແລວທາງໜຶ່ງເສັ້ນທາງພັດທະນາ​​ໂດຍ​ສັນຕິ, ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ. ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ຖານະ​ທີ່​ສຳຄັນ​ທີ່​ສຸດ​ໃນ​ກາ​ນສ້າງ​ຍຸດ​ທະ​ສາດ "​ໜຶ່ງ​​ແລວ​ທາງໜຶ່ງ​ເສັ້ນທາງ" ​, ການ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-​ອາ​ຊຽນ, ສ້າງ​ແລວ​ທາງເສດຖະກິດ​ເສັ້ນທາງ​ສາຍ​ໄໝ​ແລະ​ເສັ້ນທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະຕະວັດ​ທີ 21 ຮ່ວມ​ກັນ, ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ​ຕໍ່​ການ​ຍົກ​ລະດັບຂອງເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​​ໃຫ້​ສູງ​ຂຶ້ນແລະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-​ອາ​ຊຽນທີ່​ມີ​ຄວາມ​ສະໜິດ​ແໜ້ນ​ກວ່າ​ເກົ່າ. ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງຄັງ​ປັນຍາ​ຂອງ​ຈີນ​ແລະ​ອາ​ຊຽນ​ແມ່ນ​ເນື້ອ​ໃນ​ທີ່​ສຳຄັນ​ໃນ​ການ​ສ້າງສາ"​ໜຶ່ງ​​ແລວ​ທາງໜຶ່ງ​ເສັ້ນທາງ" ​, ​ເຊິ່ງການ​ພັດທະນາ​ຍຸດ​ທະ​ສາດ"​ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ" ​​ແລະ​ການ​ສ້າງ​ໂຄງການ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງການ​ໃຫ້​ຄັງ​ປັນຍາປະ​ເທດ​ຕ່າງໆ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຢ່າງ​ເລິກ​ເຊິ່ງ​ແລະ​ມີ​ສ່ວນ​ປະກອບ​ຢ່າງ​ຕັ້ງໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ