ສະຫະກອນຂອງ 16 ປະ​ເທດທີ່​ຢູ່ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ
2015-10-09 16:28:21  cri 
  ວັນ​ທີ 9 ຕຸລາ​ນີ້, ກອງ​ປະຊຸມ​ສຸດ​ຍອດສະຫະກອນລະຫວ່າງປະ​ເທດທີ່​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຄຸນ​ໝິງ​ແຂ​ວງ​ຢຸນນານ​ຂອງ​ຈີນ, ​ໃນ​ກອງ​ປະຊຸມ​ທີ່​ດຳ​ເນີນເປັນ​ເວລາ​ 3 ວັນ, ຜູ້ຕາງໜ້າ​ສະຫະກອນ​ຈາກ 16 ປະ​ເທດ​ທີ່ຢູ່ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນ​ຕົ້ນ​ແມ່ນ​ ສ.​ເກົາຫຼີ, ອິນ​ເດຍ, ​ນິວຊີ​ແລນ, ​ອົສຕຣາລີ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ມຽນມາ​ແລະ​ອື່ນໆຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້ "ກາ​ນຄ້າ​ລະຫວ່າງ​ສະຫະກອນ​ແລະການ​ຄ້າ​ເອ​ເລັກ​ໂຕຼນິກ" ​ແລະ​ອື່ນໆ, ທັງ​ຈະຕິດ​ຕໍ່​ພົວພັນ​ທາງ​ວຽກ​ງານ.

  ທ່ານ​ນາງ​ຫວາງ​ເຊຍ, ຫົວໜ້າ​ສະມາຄົມ​ສະຫະກອນ​ໃຫຍ່​ການ​ຮ່ວມ​ມື​ຈຳໜ່າຍ​ທົ່ວ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ໃນ​ພິທີ​​ເປີດ​ໂດຍ​ກ່າວ​ວ່າ: ສະຫະກອນ​ຂອງປະ​ເທດ​ທີ່ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຄວນ​ຊຸກຍູ້​ການ​ແລກປ່ຽນ​ຢ່າງຮອບດ້ານ, ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຕໍ່ການ​ພັດທະນາ​ຢ່າງ​ມີ​ປະສິດທິພາບ​ສູງ, ຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ລະຫວ່າງປະ​ເທດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ". ນາງ​ໄດ້​ເປີດ​ເຜີຍ​ວ່າ, ປະຈຸ​ບັນ, ​ສະຫະກອນ​ໃຫຍ່​ການ​ຮ່ວມ​ມື​ຈຳໜ່າຍ​ທົ່ວ​ປະ​ເທດ​ຈີນ​​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ 30 ກວ່າ​ປະ​ເທດ​ໃນ​ທົ່ວໂລກ, ​ແລະ​ເວທີການ​ຄ້າ​ເອ​ເລັກ​ໂຕຼນິກທີ່​ມີ​ການ​ລົງທຶນ​ທັງ​ໝົດຈຳນວນ 300 ຕື້​ຢວນກໍ່​ຈະ​​ໃຫ້​ການ​ບໍລິການ​ໃນ​ໄວໆ​ນີ້.

  ໂອກາດ​ກ່າວ​ຄຳປາ​ໄສ​ທີ່​ສຳຄັນ, ຜູ້ຕາງໜ້າ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ສຸມ​ໃສ່ "ການ​ຄ້າ​ເອ​ເລັກ​ໂຕຼນິກ". ຫົວໜ້າ​ສຳນັກງານ​ເຂດອາຊີ-ປາຊິ​ຟິກຂອງ​ສະຫະພັນ​ສະຫະກອນ​ສາກົນ​ກ່າວ​ວ່າ: ປະຈຸ​ບັນ, ການ​ຄ້າ​ເອ​ເລັກ​ໂຕຼນິກ​ນັບ​ມື້​ນັບ​​ມີ​ຄວາມ​ສຳຄັນ​ຍິ່ງ​ຂຶ້ນ, ​ແລະ​ມີ​ທ່າ​ແຮງ​ບົ່ມ​ຊ້ອມ​ດ້ານ​ການ​ພັດທະນາ​ຢ່າງ​ຫຼວງ​ຫຼາຍ. ​ເຊິ່ງສະຫະກອນ​ຂອງປະ​ເທດ​ຕ່າງໆຄວນ​ເສີມ​ຂະຫຍາຍ​ບົດບາດ​ແນວ​ໃດ​ເພື່ອ​ລົບ​ລ້າງຄວາມ​ຈຳກັດ​ລະຫວ່າງ​ປະ​ເທດ​ຕ່າງໆ, ​ແລະ​ແບ່ງປັນ​ຜົນ​ປະ​ໂຫຍ​ດ​ໃນ​ການ ​ຄ້າ​ເອ​ເລັກ​ໂຕຼນິກ, ​ ເປັນບັນຫາ​ທີ່​ຄວນຕາ​ພິຈາລະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ