ໂປ​ໂລ​ຍ​ເຊັນ "ສັນຍາ​ວ່າ​ດ້ວຍ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີຫືຼ AIIB"
2015-10-12 18:40:57  cri 
​ກົມຮ່ວມ​ມືດ້ານ​ການ​ເງິນ​ສາກົນ​ຂອງ​ກະຊວງ​ການ​ເງິນ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 12 ຕຸລາ​ນີ້​ວ່າ: ທ່ານ​ລິນ​ຢູ້ຜິ​ງ, ​ເອກ​ອັກຄະ​ລັດຖະທູດ​ໂປ​ໂລ​ຍປະຈຳ​ຈີນ​ໃນ​ຖານະ​ເປັນ​ຜູ້ຕາງໜ້າຜູ້​ມີອຳນາດ​ເຕັມ​ຂອງ​ລັດຖະບານ​ໄດ້​ເຊັນ"ສັນຍາ​ວ່າ​ດ້ວຍ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີຫືຼ AIIB" ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 9 ຕຸລາ​ນີ້, ​ໂປ​ໂລ​ຍ​ໄດ້​ກາຍ​ເປັນ​ຝ່າຍ​​ເຊັນ​ສັນຍາລຳດັບ​ທີ 53.

ຕາມ​ຂໍ້​ກຳນົດ, ​ປະ​ເທດ​ທີ່​ບໍ່​ໄດ້​ສຳ​ເລັດ​ຂັ້ນ​ຕອນ​ລະບຽບ​ການ​ທີ່​ເຫຼືອ​ນັ້ນ​ຄວນ​ສຳ​ເລັດ​ການ​ເຊັນ​ສັນຍາ​ກ່ອນ​ທ້າຍ​ປີ 2015. ພ້ອມ​ດຽວ​ກັນ​ນັ້ນ, ປະ​ເທດ​ສະມາຊິກ​ທີ່​ມີ​ເຈດ​ຕະນາ​ເປັນ​ຜູ້​ກໍ່​ຕັ້ງ AIIB ຍັງ​ຄວນ​ສຳ​ເລັດ​ການ​​ໃຫ້​ສັດຕະຍາບັນ​ຈາກ​ອົງການ​ນິຕິບັນຍັດ​ຂອງ​ປະ​ເທດ​ຕົນ​ກ່ອນ​ວັນ​ທີ 31 ທັນວາ​ປີ 2016, ຫຼັງ​ຈາກ​ນັ້ນ​ຈຶ່ງ​ສາມາດ​ກາຍ​ເປັນ​ສະມາຊິກ​ຜູ້ກໍ່​ຕັ້ງ AIIB ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ