ເມືອງລອນ​ດອນຍິນ​ດີ​ຕ້ອນຮັບ​ທ່ານ​ສີ​ຈິ້ນ​ຜີ​ງ​ໄປ​ຢ້ຽມຢາມ​ອັງກິດ
2015-10-13 15:26:04  cri 
ວັນ​ທີ 12 ຕຸລາ​ນີ້, ທ່ານ​ມັກ ​ໂບ​ເລັດ, ປະທານ​ຄະນະ​ກຳມະການ​ນະ​ໂຍບາຍ​ແລະ​ຊັບພະ ຍາກອນ​ຂອງເມືອງລອນ​ດອນກ່າວ​ວ່າ, ​ເມືອງລອນ​ດອນ​ຍິນ​ດີ​ຕ້ອນຮັບ​ປະທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ອັງກິດ​ທາງ​ລັດຖະກິດ. ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອັງກິດ​ໃນ​ໄລຍະ​ຍາວ, ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ໃນ​ດ້ານ​ການ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ, ​ເສດຖະກິດ​ແລະ​ວັດທະນະທຳທີ່​ແໜ້ນ​ແຟ້ນກວ່າ​ເກົ່າ.

ທ່ານ​ອາລັນ ຢາ​ລອວ, ​ເຈົ້າ​ເມືອງ​ເມືອງ​ລອນ​ດອນ​ກ່າວ​ວ່າ, "ຂ້າພະ​ເຈົ້າ​ຄອງ​ຄອຍ​ທ່ານ​ສີ​ຈິ້ນ​ຜີງ, ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ອັງກິດ, ຫວັງ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດ​ຈະຂະ​ຫຍາ​ຍຕົວ​ຕື່ມ​ອີກ."

ທ່ານໂບ​ເລັດ ກ່າວ​ວ່າ, ຫວັງ​ວ່າ​ໃນ​ໄລຍະ​ທີ່ປະທານ​ສີ​ຈິ້ນ​ຜີ​ງຢ້ຽມຢາມ​ອັງກິດ, ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ສອງ​ປະ​ເທດຈະ​ເລັ່ງລັດ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ, ​ແລະຊຸກຍູ້​​ເສດຖະກິດ​ຂອງ​ສອງ​ປະ​ເທດ​​ໃຫ້ພັດທະນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ