ການປາຖະກະຖາ ແຜນການຍຸດທະສາດກ່ຽວກັບ ໜຶ່ງແລວໜຶ່ງເສັ້ນທາງ
2015-10-17 17:05:10  cri 
ໃນຕອນເຊົ້າຂອງວັນທີ 17 ຕຸລາ 2015 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ມີການປາຖະກະຖາ ​​ພາຍ​ໃຕ້​ຫົວ​ຂໍ້ "ໜຶ່ງແລວໜຶ່ງເສັ້ນທາງ" ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງທ່ານ ສຈ.ດຣ. ຫວັງຢີ້ຈູ ນັກຄົ້າຄວ້າຄະນະຄົ້ນຄວ້າຍຸດທະສາດ ອາຊີປາຊີຟິກ ແລະ ໂລກາພິວັດຂອງສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນ, ທ່ານ ຮສ.ດຣ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານຄະນະບໍດີ, ຮອງຄະນະບໍດີ, ຜູ້ຕາງໜ້າສະຖານທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ສຈ.ດຣ. ຫວັງຢີ້ຈູ ກ່າວວ່າ: ເປົ້າໝາຍຂອງ "ໜຶ່ງແລວໜຶ່ງເສັ້ນທາງ" ຂອງການພັດທະນາ, ຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຍຶດຖືທັດສະນະການພົວພັນຕ່າງປະເທດເພື່ອສ້າງຄວາມສະໜິດແໜ້ນ, ຊື່ສັດຕໍ່ກັນ ສ້າງຜົນປະໂຫຍດໃຫ້ແກ່ກັນໄດ້ຮັບຮູ້ ແລະ ເຂົ້າໃຈກັນ ຖືເອົາການສຶກສາແລກປ່ຽນນະໂຍບາຍໃນການຕິດຕໍ່ໂຄງລ່າງພື້ນຖານຂອງການຈໍລະຈອນດ້ານການຄ້າ, ການສົມທົບດ້ານການເງິນ ແລະ ການໄປມາຫາສູ່ຂອງປະຊາຊົນເຊິ່ງກັນ ແລະ ກັນເປັນເນື້ອໃນຕົ້ນຕໍ  "ໜຶ່ງແລວໜຶ່ງເສັ້ນທາງ"  ຮ່ວມກັບ ບັນດາປະເທດໃນໜຶ່ງແລວໜຶ່ງເສັ້ນທາງໃນການສ້າງປະຊາຄົມຜົນປະໂຫຍດ, ຂອງການໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ການເຊື່ອມໂຍງກັນດ້ານເສດຖະກິດໃຫ້ມີການຮັບຮູ້ເຂົ້າໃຈກັນດ້ານວັດທະນະທຳ ແລະ ເພື່ອສ້າງສະພາບການໃໝ່ແຫ່ງການເປີດປະຕູສູ່ ພາຍນອກຮອບດ້ານ ໃນການເລັ່ງລັດການເຊື່ອມໂຍງກັນ, ການຜ່ານດ່ານແບບມີປະສິດທິພາບສູງ, ການສ້າເສັ້ນທາງໃຫຍ່ສຳລັບການຈໍລະຈອນສິນຄ້າສາກົນ ແລະ ການກໍ່ສ້າງແລວເສດຖະກິດ
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ