ຜູ້​ຊ່ຽວຊານ​ອິນ​ໂດ​ເນ​ເຊຍ​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ຂອງ​ຈີນ​ໃນ "​ແຜນການ 5 ປີ​ຄັ້ງ​ທີ 12"
2015-10-26 15:40:39  cri 
ວັນ​ທີ 26 ຕຸລາ​ນີ້, ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18 ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 4 ວັນ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ສຳລັບ​ຜົນງານ​ທີ່​ຈີນ​ໄດ້​ຮັບ​ໃນ​ໄລຍະ "​ແຜນການ 5 ປີ​ຄັ້ງ​ທີ 12", ຜູ້​ຊ່ຽວຊານ​ອິນ​ໂດ​ເນ​ເຊຍ​ໄດ້ຕີ​ລາຄາ​​ໃນ​ລະດັບ​ສູງ.

ທານ​ບຳບັງ ຊຸ​ໂຢ​ໂນ, ຜູ້​​ແທນກອງ​ທຶນ​ອາ​ຊຽນນັນ​ຢາງ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຈີນ​ໄດ້​ກາຍ​ເປັນ​ອົງ​ປະກອບ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ໃນ​ໂລກ​ໃນ​​ໄລຍະ "​ແຜນການ 5 ປີ​ຄັ້ງ​ທີ 12", ​ແຕ່​ຈີນ​ຍັງ​ໄດ້​ສົນ​ໃຈ​ນຳ​ຄຸນ​ນະພາ​ບການ​ພັດທະນາ​ຫຼາຍ, ຮັບປະກັນ​ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ແລະ​ການ​ປ່ຽນ​ແປງ​ຮູບ​ກາ​ນພັດທະນາ. ພາຍ​ໃຕ້​ສະພາບ​ການ​ທີ່​ຈີນ​ມີຍອດ​ຈຳນວນ​ເສດຖະກິດ​ຢ່າງ​ໃຫຍ່​ຫຼວງ​ນັ້ນ, ດຳ​ເນີນ​ການ​ປ່ຽນ​ແປງ​ດັ່ງກ່າວ​ແມ່ນ​ທັນ​ເວລາ​​ແລະ​ມີ​ຄວາມ​ຈຳ​ເປັນ.

ທ່ານ​ຍັງ​ໄດ້​ກ່າວ​ວ່າ, ​ໃນ​ໄລຍະ "​ແຜນການ 5 ປີ​ຄັ້ງ​ທີ 12", ຈີນ​ໄດ້​​ແບກຫາບ​ຄວາມ​ຮັບຜິດຊອບ​ສາກົນ​ຫຼາຍ​ກວ່າ​ເກົ່າ, ​ໄດ້​ຊຸກຍູ້​ການ​ຮ່ວມ​ມື​ໃຕ້​ໃຕ້​ຕື່ມ​ອີກ, ​ແລະ​ໄດ້​ໃຊ້​ມາດ​ຕະການ​ຢ່າງ​ແທ້​ຈິງ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ດ້ອຍພັດທະນາ​ໃຫ້​ຫຼຸດຜ່ອນ​ຄວາມທຸກ​ຍາກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ