​ແຜນການ 5 ປີ​ຄັ້ງທີ 13 ຂອງ​ຈີນມີ 10 ເປົ້າໝາຍ
2015-10-27 17:31:11  cri 

ກອງປະຊຸມຄົບຄະນະຄັ້ງທີ 5 ສະໄໝທີ 18 ຂອງພັກກອມມູນິດຈີນຈັດຂຶ້ນ​ເລີ່​ມ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 29 ຕຸລານີ້ ​ໂດຍ​​ໄດ້​ຄົ້ນຄວ້າ​​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການວາງແຜນການ 5 ປີຄັ້ງ​ທີ 13 ຂອງ​ເສດຖະກິດ​ແຫ່ງ​ຊາດ ​ແລະ​ການ​ພັດທະນາ​ສັງຄົມ, ວາງ​ແຜນ​ກ່ຽວ​ກັບ​ເສັ້ນທາງ​ແຫ່ງ​ການ​ພັດທະນາ​ຂອງຈີນ​​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ອີ່ມ​ໜໍາ​ສໍາລານ​ໃນ 5 ປີ​ຕໍ່ໜ້າ.

​ແຜນການ 5 ປີ​ຄັ້ງ​ທີ 13 ຂ​ອງຈີນ​ມີ 10 ​​ເປົ້າ​ໝາຍ ຄື: ໜຶ່ງ, ຮັກສາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ; ສອງ, ຫັນ​ປ່ຽນ​ຮູບ​ແບບ​ການ​ພັດທະນາ; ສາມ, ປັບປຸງ​ໂຄງ​ກະ​ກອບ​ຂອງ​ຂະ​ແໜງ​ການ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ; ສີ່, ຊຸກຍູ້​ການ​ປະດິດ​ສ້າງ​ໃໝ່​ເພື່ອ​ການ​ພັດທະນາ; ຫ້າ, ​ເລັ່ງລັດ​ຈັງຫວະ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ກະສິກໍາ; ຫົກ, ປະຕິ​ຮູບ​ລະບອບ ​ແລະ​ກົນ​ໄກ; ​ເ​ຈັດ, ຊຸກຍູ້​ການ​ພັດທະນາ​ແບບ​ມີ​ການ​ປະສານ​ງານ; ​ແປດ, ​ເພີ່ມ​ການ​ກໍ່ສ້າງສິວິ​ໄ​ລລະບົບນິ​ເວດ; ​ເກົ້າ, ຮັບປະກັນ ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ; ສິບ, ຊຸກ​ຍູ້​ການຊ່ວຍ​ເຫຼືອວຽກ​ງານ​ແກ້​ໄຂ​ຄວາມທຸກ​ຍາ​ກ ​ແລະ​ການ​ພັດທະນາ.

​ໃນ​ນັ້ນ, ການ​ເພີ່ມ​ການ​ກໍ່ສ້າງ​ສິວິ​ໄລລະບົບ​ນິ​​ເວດ​ແມ່ນ​ຖືກ​ຈັດ​​ເຂົ້າ​ໃນ​ແຜນການ 5 ປີ​ຂອງ​ຈີນ​ເປັນ​ຄັ້ງ​ທໍາ​ອິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ