"​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13" ວາດ​ພາບ​ໃໝ່​ແຫ່ງ​ການ​ພັດທະນາ​ຂອງ​ຈີນ
2015-10-29 14:50:56  cri 
  ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ສະ​ໄໝ​ທີ 18 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນທີ່​ເປັນ​ຈຸດ​ສຸມ​ສາຍຕານັ້ນ​ຈະອັດ​ລົງຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 29 ຕຸລາ​ນີ້. "​ແຜນການ​ພັດທະນາ 5 ປີ ຄັ້ງ​ທີ 13 " ທີ່​ຈະ​ພິຈາລະນາ​ຕົ້ນຕໍ​ໃນກອງ​ປະຊຸມ​ນັ້ນ, ຈະ​ວາດພາບ​ເສັ້ນທາງ​ໃໝ່​ໃຫ້​ແກ່​ເປົ້າ​ໝາຍ​ການ​ສ້າງສັງຄົມ​ອີ່ມ​ໝຳສຳລານຢ່າງຮອບດ້ານ​ແຕ່​ນີ້ຮອດ​ປີ 2020, ​ແລະ​ຈະ​ວາດ​ພາບ​ແຫ່ງ​ການ​ພັດທະນາ​ໃນ 5 ປີຂ້າງ​ໜ້າ​ນີ້​ແນວ​ໃດ, ນີ້​ແມ່ນ​ເລື່ອງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຝ່າຍ​ຕ່າງໆ. ຜູ້​ຊ່ຽວຊານ​​ໃຫ້​ຮູ້​ວ່າ: ການ​ລົງ​ເລິກ​ການ​ປະຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງໆ, ​ແລະ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ຮູ້ສຶກ​ວ່າ​ໄດ້​ຮັບຜົນ​ປະ​ໂຫຍ​ດຈາກ​ການ​ປະຕິ​ຮູບ​ນັ້ນ, ຈະ​ແມ່ນ​ເປົ້າ​ໝາຍ​ໃຈກາງຂອງ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13".

  ສ່ວນ​ໜ້າ​ທີ່​ແລະເປົ້າ​ໝາຍຈຳນວນ 10 ຂໍ້​ຂອງ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13" ທີ່​ເປີດ​ເຜີຍ​ໂດຍ​ສື່​ມວນ​ຊົນ​ນັ້ນ, ການ​ຮັບປະກັນ​ແລະ​ການປັບປຸງ​ລະດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ກັບ​ການ​ຊຸກຍູ້​ການ​ພັດທະນາ​ວຽກ​ງານ​ຫຼຸດ ຜ່ອນ​ຄວາມທຸກ​ຍາກ​ກໍ່​ໄດ້​ນອນ​ຢູ່​ໃນ​ເປົ້າ​ໝາຍ​ດັ່ງກ່າວ. ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ: ​ໃນ​ໄລຍະປະຕິບັດ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13", ​ໃນ​ຂົງ​ເຂດ​ກ່ຽວ​ກັບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ຫຼາຍ​ກວ່າ​ເກົ່າຈະ​ປະດິດ​ສ້າງ​ກົນ​ໄກ​ໃໝ່​ແລະ​ໂຄງ​ປະກອບ​ໃໝ່, ​ຊັບພະຍາກອນ​ສາທາລະນະນັບ​ມື້​ນັບ​ຫຼາຍກວ່າ​ເກົ່າ​ຈະ​ລົງໄປສູ່​ຂັ້ນ​ຮາກ​ຖານ, ປົກ​ຫຸ້ມ​ເຂດ​ຊົນນະບົດ, ​ແລະອຽງ​ໄປ​ກຸ່ມ​ຄົນ​​ໃນ​ທ່າ​ອ່ອນ, ​ເຊິ່ງຄວາມຫຼຸດ​​ໂຕນກັນ​ລະຫວ່າງ​ຕົວ​ເມືອງ-ຊົນນະບົດ, ທ້ອງ​ຖິ່ນ-​ທ້ອງ​ຖິ່ນ, ກຸ່ມ​ຄົນ-ກຸ່ມ​ຄົນ​ຈະ​ຫຼຸດ​ໜ້ອຍບົງ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ