ພິມຈໍາໜ່າຍປຶ້ມ"ປະກາດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ"
2015-10-30 17:36:09  cri 

ວັນ​ທີ 29 ຕຸລາ​ນີ້, ປຶ້ມ"ປະກາດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ"ທີ່​ຮັບຮອງ​ໂດຍ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 5 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນນັ້ນ ​ໄດ້​ພິມສໍາ​ເລັດ​ໂດຍ​ສໍານັກ​ພິມ​ປະຊາຊົນ​ແລ້ວ ​ແລະ​ໄດ້​ເລີ່​ມຈໍາໜ່່າຍ​ຢູ່​ໃນ​ຮ້ານ​ຂາຍ​ປຶ້ມ​ຊິ​ນຮວາ​ຢູ່​ທົ່ວ​ປະ​ເທດ​ຈີນ​ນັບ​ຕັ້ງ​ແຕ່​ມື້​ດັ່ງກ່າວ​ເປັນ​ຕົ້ນ​ໄປ.

ປຶ້ມຫົວ​ດັ່ງກ່າວ​ປະກອບ​ດ້ວ​ຍປະກາດ​​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ​ແລະ​ບົດ​ວິຈານ​ຂອງ​ໜັງສືພິມປະຊາຊົນ​ລາຍ​ວັນ​ຂອງ​ຈີ​ນທີ່​ມີ​ຫົວ​ຂໍ້​ວ່າ"ພະຍາຍາມ​ຍາດ​ເອົາ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ສ້າງ​ສັງຄົມ​ອີ່ມ​ໜໍາ​ສໍາລານ​ຢ່າງຮອບດ້ານ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ