ອັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 5 ສະ​ໄໝ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ
2015-10-30 09:36:33  cri 
    ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 5 ສະ​ໄໝ​ທີ 18 ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ອັດ​ລົງ​ແລ້ວ​ຢູ່​ນະຄອນຫຼວງປັກ​ກິ່ງ​ເມື່ອ​ວັນ​ທີ 29 ຕຸລາ​ນີ້.

    ກອງ​ປະຊຸມ​ຄັ້ງນີ້​ໄດ້​ຄົ້ນຄວ້າ​ແລະ​ຮັບຮອງ "ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບ​ການຈັດ​ວາງ​ແຜນ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງທີ 13", ​ແລະ​ໄດ້​ສະ​ເໜີ​ທັດສະນະ​ຄະຕິ​ແ​ຫ່ງການ​ພັດທະນາ​ແບບ​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ປະສານ​ກົມກຽ​ວກັນ, ສີຂຽວ, ​ເປີດ​ປະຕູ ​ແລະ​ຊົມ​ໃຊ້​ຮ່ວມ​ກັນ, ກ່າວ​ເນັ້ນວ່າ, ຕ້ອງ​ຍຶດໝັ້ນການ​ພັດທະນາ​ເພື່ອ​ປະຊາຊົນ ​ແລະ​ໃຫ້​ປະຊາຊົນ​ຊົມ​ໃຊ້​ໝາກຜົນ​ຂອງ​ການ​ພັດທະນາ​ຮ່ວມ​ກັນ. ​ໃນ​ດ້ານ​ນະ​ໂຍບາຍ​ປະຊາກອນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ໂດຍ​ທົ່ວ​ໄປ, ກອງ​ປະຊຸມ​ຄັ້ງນີ້​ໄດ້​ຕົກລົງ​ເຫັນ​ດີປະຕິບັດ​ນະ​ໂຍບາຍ​ທີ່​ອະນຸຍາດ​ໃຫ້​ຜົວ​ເມຍ​ຄູ່​ໜຶ່ງ​ມີ​ລູກ​ສອງ​ຄົນ​ໄດ້​ຢູ່​ທົ່ວ​ປະ​ເທດ​ຢ່າງຮອບ​ດ້ານ.

    ບົດ​ແຈ້ງ​ການ​ຂອງ​ກອງ​ປະຊຸມ​ຍັງ​ໄດ້​ສະ​ເໜີ​ວ່າ, ຈະ​ຍຶດໝັ້ນ​ໃຫ້​ປະຊາຊົນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ໃນ​ຈັງຫວະ​ດຽວ​ກັນ​ກັບ​ການ​ເພີ່ມ​ຂຶ້ນຂອງ​ເສດຖະກິດ, ປະຕິບັດ​ແຜນການ​ປະກັນ​ໄພ​ຂອງ​ທົ່ວ​ປວງ​ຊົນ, ບັນລຸ​ການຈັດ​ສັນ​ເບ້ຍ​ບຳນານ​ພື້ນຖານ​ຂອງ​ພະນັກງານ​ກຳມະກອນ​ໃນ​ທົ່ວ​ປະ​ເທດ​ຢ່າງ​​ເປັນ​ເອກະ​ພາບ​ກັນ, ​ໂອນ​ເງິນ​ທຶນ​ຂອງ​ລັດ​ສ່ວນ​ໜຶ່ງ​​ໄປ​ເຂົ້າສູ່​ກອງ​ທຶນ​ປະກັນ​ສັງຄົມ, ປະຕິບັດ​ລະບຽບ​ການ​ປະກັນ​ໄພ​ພະຍາດ​ທີ່​ຮ້າຍ​​ແຮງ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ຢ່າງຮອບດ້ານ, ລົງ​ເລິກ​ປະຕິ​ຮູບ​ໂຄງ​ປະກອບ​ການ​ປີ່​ນປົວ​ພະຍາດ, ການ​ຢາ​ແລະ​ສາທາລະນະ​ສຸກ, ສ້າງ​ລະບຽບ​ການ​ປິ່ນປົວ​ພະຍາດ​ແລະ​ສາທາລະນະ​ສຸກ​ອັນ​ພື້ນຖານ​ທີ່​ປົກ​ຫຸ້ມ​ຕົວ​ເມືອງ​ແລະ​ຊົນນະບົດ, ສ້າງ​ລະບຽບ​ການ​ຄຸ້ມ​ຄອງ​ໂຮງໝໍ​ທີ່​ທັນ​ສະ​ໄໝ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ