ຫຼັງ​ຈາກ​ປະຕິບັດ​ນະ​ໂຍບາຍ​ໃຫ້​ມີ​ລູກສອງຄົນ​ຢ່າງຮອບດ້ານ​ແລ້ວ ຄາດ​ວ່າ​ຈີນ​ຈະ​ມີ​ປະຊາກອນ​ເຖິງ 1 ຕື້ 450 ລ້ານ​ຄົນ​​ໃນ​ປີ 2030
2015-10-31 15:04:18  cri 
ວັນ​ທີ 30 ຕຸລາ​ນີ້, ທ່ານ​ວັງ​ເພີ​ຍອ່ານ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ວາງ​ແຜນ​ຄອບຄົວ​ສາທາລະນະ​ສຸກ​ແຫ່ງ​ຊາດ​ຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ, ຫຼັງ​ຈາກຈີນ​ປະຕິບັດ​ນະ​ໂຍບາຍ​ໃຫ້​ມີ​ລູກສອງຄົນ​ຢ່າງຮອບດ້ານ​ແລ້ວ ຄາດ​ວ່າ ​ຈີນ​ຈະ​ມີ​ປະຊາກອນ​ເຖິງ 1 ຕື້ 450 ລ້ານ​ຄົນ​​ໃນ​ປີ 2030. ​ໃນ​ໄລຍະ​ຍາວ​ນານ​ຂ້າງ​ໜ້າ, ສະພາບລວມ​ຂອງ​ຈີນ​ທີ່​ມີ​ປະຊາກອນ​ຫຼວງ​ຫຼາຍ​ຈະ​ບໍ່​ປ່ຽນ​ແປງ, ​ເຊິ່ງ​ແນ່ນອນ​ຈະ​ເປັນ​ແຮງ​ກົດ​ດັນຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ແລະມີ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປະຊາກອນ​ກັບ​ຊັບພະຍາກອນ​ແລະສິ່ງ​ແວດ​ລ້ອມ.​

ໃນ​ເວລາ​ກ່າວ​ເຖິງ​ຜົນ​ສະທ້ອນ​ຂອງ​ນະ​ໂຍບາຍ​ລູກ​ສອງ​ຕໍ່​ຊັບ​ພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ, ທ່ານ​ວັງ​ເພີ​ຍອ່ານ​ເຫັນ​ວ່າ, ​ໃນ​ເວລາ​ວາງ​ເປົ້າໝາຍ​ແຜນ​ການ​ຍຸດ​ທະ​ສາດ​ໄລຍະ​ຍາວ​ແລະ​ກາງກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຊັບພະຍາກອນ, ຈີນ​ໄດ້​ຈົງ​ຊ່ອງ​ຫວ່າງ​ໄວ້​ໃຫ້​ແກ່​ການ​ປັບປຸງ​ນະ​ໂຍບາຍ​ເກີດລູກ​ແລ້ວ. ພາກສ່ວນ​ທີ່​ກ່ຽວຂ້ອງ​ຄາດ​ຄະ​ເນ​ວ່າ, ພະລັງງານ​ແລະ​ທັນ​ຍາ​ຫານ​ຂອງ​ຈີນ​ຍັງຈະ​ຕອບ​ສະໜອງ​ໄດ້ຢ່າງ​ພຽງພໍ. ການ​ປະຕິບັດ​ນະ​ໂຍບາຍລູກ​ສອງຄົນ​ຢ່າງຮອບດ້ານ ​ເຖິງ​ວ່າ​ຈະ​ສ້າງ​ແຮງ​ກົດ​ດັນ​ໜ້ອຍ​ໜຶ່ງ​ຕື່ມ​ໃຫ້​ແກ່​ສິ່ງ​ແວດ​ລ້ອມຊັບ​ພະຍາກອນ​ກໍ​ຕາມ, ​ແຕ່​ຈະ​ບໍ່​ກະທົບກະ​ເທືອ​ນ​ເຖິງ​ການ​ບັນລຸ​ເປົ້າໝາຍ​ຍຸດທະ​ສາດ​ສິ່ງ​ແວ​ດລ້ອມ​ຊັບພະຍາກອນ​ທີ່​ກຳນົດ​ໄວ້​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ