ຍົນ​​ໂດຍສານ​ຂະໜາດ​ໃຫຍ່​ C919 ທີ່​ຈີນຄົ້ນຄວ້າ​ຜະລິດ​​​​ປາກົດ​ຕົວ​ຢູ່​ນະຄອນ​ຊຽງ​ໄຮ​ຂອງ​ຈີນຄັ້ງ​ທຳ​ອິດ
2015-11-02 19:41:57  cri 
ຜ່ານ​ການ​ອອກ​ແບບ​ແລະ​ຄົ້ນ​ຄວ້າ​ຜະລິດ​ເປັນ​ເວລາ 7 ປີ, ຕອນ​ເຊົ້າ​ວັນ​ທີ 2 ພະຈິກ​ນີ້, ຍົນ​ໂດຍສານ C919 ທີ່​ໃຊ້​ໃນ​ທາງ​ພົນລ​ະເຮືອນ​ໃນ​ເສັ້ນທາງ​ການບິນ​ຕົ້ນຕໍ​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ຕາມ​ມາດຕະຖານ​ການບິນສາກົນ​ຫຼ້າ​ສຸດລຳ​ທຳ​ອິດ​ໄດ້​ປາກົດ​ຕົວ​ຢູ່​ນະຄອນ​ຊຽງ​ໄຮ​ຂອງ​ຈີນ​ເປັນ​ຄັ້ງ​ທຳ​ອິດ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຍົນ​ໂດຍສານ​ດັ່ງກ່າວ​ສາມາດ​ດຳ​ເນີນ​ການ​ທົດ​ລອງ​ຢູ່​ເທິງ​ພາກ​ພື້ນ​ດິນ​ໄດ້.

ທ່ານ​ຫວູຊິ່ງຊື້, ສະມາຊິກ​ໜ່ວຍ​ຊ່ຽວຊານ​ໃຫ້​ຄຳ​ປຶກສາດ້ານ​ໂຄງການ​ຍົນ​ໂດຍສານ​ຂະໜາດ​ໃຫຍ່ C919 ຂອງ​ບໍລິສັດ​ເຮືອບິນ​ການ​ຄ້າ​ຈີນ​ຈຳກັດ​ກ່າວ​ວ່າ: ຍົນ​ໂດຍສານ​ທີ່​ໃຊ້​ໃນ​ທາງ​ພົນລ​ະເຮືອນ​ຂະໜາດ​ໃຫຍ່​ທີ່​ຈີນ​ຄົ້ນຄວ້າ​ຜະລິດ​ເອງບໍ່​ພຽງ​ແຕ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການທາງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​​ໃນ​ດ້ານການຂົນ​ສົ່ງ​ທາງ​ອາກາດ​ທີ່​ນັບ​ມື້​ນັບຂະຫຍາຍຕົວເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ເຮັດ​ໃຫ້​ຄວາມ​ສາມາດ​ໂດຍ​ພື້ນຖານ​ແລະ​ຄວາມ​ສາມາດ​ໃຈກາງ​​ໃນ​ດ້ານ​ຕ່າງໆ​ຂອງ​ວິ​ສາ​ຫະກິດຜະລິດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນອີກ​ດ້ວຍ, ຊຶ່ງ​ເປັນ​ການ​ສະໜັບສະໜູນ​​ຕໍ່​ຈີນ​ຈາກ​ປະ​ເທດ​ໃຫຍ່​ດ້ານ​ການບິນ​ພັດທະນາ​ໄປ​ສູ່​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການບິນ.

ປັດຈຸບັນ, ຈຳ​ນວນ​ວິ​ສາ​ຫະກິດ​ທີ່ຈະໃຊ້​ຍົນ​ໂດຍສານ​ຂະໜາດ​ໃຫຍ່ C919​ ພາຍ​ໃນ​ແລະ​ຕ່າງປະ​ເທດ​ມີ 21 ​ແຫ່ງ, ຊຶ່ງມີ​ໃບຈອງ​ຊື້ຍົນ​ລວມທັງ​ໝົດ 517 ລຳ. ຕາມ​ແຜນການ​ພັດທະນາຂອງ​ໂຄງການ, ຍົນ​ໂດຍສານ​ຂະໜາດ​ໃຫຍ່ C919​ ຍັງ​ຈະ​ດຳ​ເນີນ​ການ​ທົດ​ລອງ​ຫຼາຍລາຍການ​ຕາມ​ພາຍຫຼັງ, ​ເຊິ່ງຍົນ​ລຳ​ທຳ​ອິດ​ນີ້​ຈະ​ດຳ​ເນີນ​ການ​ທົດ​ລອງ​ການບິນຄັ້ງ​ທຳ​ອິດ​ໃນ​ປີ 2016.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ