ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ເສດຖະກິດ​ຈີນ​ມີອະນາຄົດ​ທີ່​ດີ​ເໝືອນ​ເດີມ
2015-11-03 15:22:31  cri 

​ທ່ານ​ພ່ານ​ຈ້ຽນ​ເສີງ, ຮອງ​ຫົວ​ໜ້າສູນ​ຕິດຕາມກວດກາຄວາມ​ຈະ​ເລີ​ນຂອງ​ເສດຖະກິດ​ຈີນ​ໄດ້​ອອກ​ບົດຄວາມທີ່​ມີ​ຫົວ​ຂໍ້ວ່າ"ເສດຖະກິດ​ຈີນມີອະນາຄົດ​ທີ່​ດີ​ເໝືອນ​​ເດີມ". ບົດ​ຄວາມ​ຂຽນ​ວ່າ, ພາຍຫຼັງ​ເຜີຍ​​ແຜ່​ຂໍ້​ມູນ​ເສດຖະກິດ​ຂອງ​​ 3 ໄຕ​ມາດ​ທໍາ​ອິດ​ຂອງ​ປີ​ນີ້ເປັນ​ຕົ້ນ​ມາ, ມີ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່​ເສດຖະກິດ​ຈີນ. ​ແຕ່​ວ່າ, ​ເຖິງ​ແມ່ນ​ວ່າ​ເສດຖະກິດ​ຈີນ​ໃນ​ປັດຈຸບັນ​ມີ​ຄວາມ​ກົດ​ດັນ​ອ່າວຫຼາຍ​ໃນ​ດ້ານ​ຈັງຫວະ​ການ​ເຕີບ​ໂຕ​ຫຼຸດ​ລົງກໍ່ຕາມ, ​ແຕ່​ຍັງ​ມີ​ອະນາຄົດ​ທີ່​ດີ​ເໝືອນ​ເດີມ.

ກ່ອນ​ອື່ນ​ໝົດ, ​ໃນ 3 ​ໄຕ​ມາດ​ທໍາ​ອິດ​ຂອງ​ປີ​ນີ້, ​ເສດຖະກິດ​ຈີນ​ໄດ້​ເຕີບ​ໂຕ 6,9% ​ເຊິ່ງ​ມີ​ຜົນ​ສະທ້ອນ​ອ່າວ​ຫຼາຍ. ນອກ​ນີ້, ​ໂຄງ​ປະກອບ​ຂອງ​ເສດຖະກິດ​ຈີນ​ກໍາລັງ​ສືບ​ຕໍ່​ປັບປຸງ​ດີ​ຂຶ້ນ.

ການ​ຫັນ​ປ່ຽນ​ຮູບ​ແບບ ​ແລະ​ການ​ຍົກ​ລະດັບ​ຂອງ​ເສດຖະກິດ​ຈີນ​ກໍາ​ລັງ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ຕັ້ງໜ້າ ​ເຊິ່ງ​ໄດ້​ສ້າງ​ພື້ນຖານ​ອັນ​​ແໜ້ນ​ແກ່ນ​ໃຫ້​ແກ່​ເສດຖະກິດ​ຈີນ​ໃນ​ອະນາຄົດ​ເພື່ອບັນລຸ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ​ຢູ່​ໃນ​ລະດັບ​ທີ່​ມີ​ຄຸນ​ນະພາ​ບ ​ແລະ​ປະສິດທິພາບ​ສູງ​ກວ່າ​ເກົ່າ. ພ້ອມ​ກັນ​ນັ້ນ, ມາດ​ຕະການ​ຕ່າງໆ​ທີ່​ວາງ​ອອກ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ​ເພື່ອ​ເຮັດ​ໃຫ້ການ​ເຕີບ​ໂຕ​ມີ​ຄວາມ​ໝັ້ນທ່ຽງ​ນັ້ນ ກໍ່​ຈະ​ສາມາດຕ້ານທານ​ກັບ​ຄວາມ​ກົດ​ດັນ​ທີ່​ຈັງ​ຫວະ​ການ​ເຕີບ​ໂ​ຕຫຼຸດລົງ. ຄຽງ​ຄູ່​ກັບ​ນະ​ໂຍບາຍ​ເງິນຕາ​ສືບ​ຕໍ່​ຜ່ອນຄາຍ​ລົງ, ຄາດ​ວ່າ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ​ນີ້, ​ເສດຖະກິດ​ຈີນ​ຈະ​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ