"​ແຜນການ 5 ປີ​ຄັ້ງ​ທີ 13" ຈະ​ສ້າງ​ໂອກາດ​ພັດທະນາ​ໃໝ່​ໃຫ້​ແກ່​ຮົງ​ກົງ
2015-11-03 15:32:48  cri 
ວັນ​ທີ 2 ພະຈິກ​ນີ້, ທ່ານ​ເຈິ່ງ​ຈຸ້ນຫວາ, ຫົວໜ້າ​ກົມ​ການ​ເງິນ​ຂອງ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ, ​ໃນ "​ແຜນການ 5 ປີ​ຄັ້ງ​ທີ 13" ຂອງ​ສູນ​ກາງ​ຈີນ​ໄດ້​ກ່າວ​ວ່າ​ຈະ "ຍົກ​ສູງ​ຖານະ​ແລະ​ບົດບາດ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ລັດ​ແລະ​ການ​ເປີດປະຕູ​ສູ່​ພາຍ​ນອກ" , ນີ້​ຈະ​ສ້າງ​ໂອກາດ​ພັດທະນາ​ໃໝ່​ໃຫ້​ແກ່​ຮົງ​ກົງ.

ທ່ານ​ກ່າວ​ວ່າ, ​ໃນ​ຖານະ​ເປັນອົງ​ກອນ​ເສ​ດຖະກິດ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ໂລກ, ​ຈີນ​ແຜ່ນດິນ​ໃຫຍ່​ມີ​ບົດບາດ​ສຳຄັນ​ຕໍ່​ເສດຖະກິດ​ໂລກ. ການ​ເຕີບ​ໂຕ​​ເສດຖະກິດ​ຂອງ​ໂລກ​ມີ 1 ສ່ວນ 3 ​ແມ່ນ​ມາ​ຈາກ​ຈີນ​ແຜ່​ນດິນ​ໃຫຍ່. ​ໂດຍ​ປະ​ເຊີນ​ໜ້າ​ກັບ​ທ່າ​ອຽງ​ເສດຖະກິດ​ໂລກ​ທີ່​ບໍ່​​ຈະແຈ້ງ, ​ເສດຖະກິດ​ຂອງ​ຈີນ​ແຜ່ນດິນ​ໃຫຍ່​ມີ​ຄວາມ​ກົດ​ດັນ​ທີ່​ຈະ​ຫຼຸ​ດລົງ​​ໃນ​ໄລຍະ​ສັ້ນ. ​ແຕ່​ທ່ານ​ເຊື່ອ​ວ່າ, ຈີນ​ແຜ່​ນດິນ​ໃຫຍ່ຈະ​ມີ​ຊອງ​ທາງ​ນະ​ໂຍບາຍ​ອັນ​ພຽງພໍ, ສາມາດ​ບັນລຸ​ເປົ້າ​ໝາຍ​ທີ່​ເສດຖະກິດ​ເຕີບ​ໂຕ 7%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ