ຄວາມ​ໝັ້ນ​ໃຈ​ຂອງ​ວິ​ສາ​ຫະກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ເດືອນ​ຕຸລາ​ແລ້ວ​ນີ້
2015-11-03 16:25:50  cri 
​ເວັນ​ໄຊ​ຂອງ​ໜັງສືພິມ Financial Times ຂອງ​ອັງກິດ​ລາຍ​ງານ​ໃນ​ວັນ​ທີ 22 ຕຸລາ​ແລ້ວ​ນີ້​ວ່າ, ການ​ລາຍ​ງານ​ຂອງ​ຂ່າວສານ​ຕະຫຼາດ​ສາກົນ​ຫຼື MNI ​ໃນ​ເດືອນ​ຕຸລາ​​ແລ້ວ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຕົວ​ເລກ​ດັດຊະນີ​ຄວາມ​ໝັ້ນ​ໃຈ​ຂອງ​ວິ​ສາ​ຫະກິດ​ຈີນ​ໄດ້​ເພີ່ມ​ຂຶ້ນ 8,3%, ຂຶ້ນ​ເປັນ 55,6%. ນີ້​ແມ່​ນອັດຕາ​ເພີ່ມ​ຂຶ້ນ​ໃຫຍ່​ທີ່​ສຸດ​ເລີ່​ມ​ແຕ່​ເດືອນ​ມີນາ​ປີ 2011 ມາ​ນີ້. ອັດຕາ​ເພີ່ມ​ຂຶ້ນ​ດັ່ງກ່າວ​ເຮັດ​ໃຫ້​ຄົນ ທັງຫຼາຍຕື່ນ​ຕາ​ດ້ວຍ​ຄວາມ​ອອນຊອນ, ​ແຕ່​ວ່າ​ອັດຕາ​ຫຼຸດ​ລົງ​ຂອງ​ຕົວ​ເລກ​ດັດຊະນີ​ດັ່ງກ່າວ​ໃນ​ເດືອນ​ກັນຍາ (​ຄືຫຼຸດ​ລົງ 8,4%) ກໍ່​ສູງ​ສົມຄວນ.
ຂ່າວ​ດັ່ງກ່າວ​ລາຍ​ງາ​ນວ່າ, MNI ທີ່​ຂຶ້ນ​ກັບ​ກຸ່ມ​ຕະຫຼາດ​ຫຼັກ​ຊັບ​ເຢຍລະ​ມັນ​ໄດ້​ສຳ​ຫຼວດວິ​ສາ​ຫະກິດ 200 ​ແຫ່ງ​ທີ່​ຂາຍບັດ​ຫຸ້ນ​ສ່ວນ​ຢູ່​ຕະຫຼາດ​ຫຸ້ນ​ສ່ວນ​ຂອງ​ຈີນ. ຜົນ​ການ​ສຳ​ຫຼວດສະ​ແດງ​​ໃຫ້​ເຫັນ​ວ່າ, ສະພາບ​ແວດ​ລ້ອມ​ດ້ານ​ນະ​ໂຍບາຍ​ແລະ​ຕະຫຼາດ​ການ​ເງິນ​ບໍ່​ປັ່ນ​ປ່ວນ​ຖືກ​ຖືເຫັນ​ເປັນ​ປັດ​ໄຈ​ຕັ້ງໜ້າ​ອັນ​ໜຶ່ງ.

ທ່ານ​ຟິລິບ ​ໂອ​ໂກຼ, ນັກ​ເສດຖະສາດ​ທີ​ໜຶ່ງ​ຂອງ​ຕົວ​ເລກ​ດັດຊະນີ​ຂອງ MNI ກ່າວ​ວ່າ: "ຫຼັກ​ຖານ​ຕ່າງໆ​ໃນ​ປັດຈຸບັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະກິດ​ຈີນ​ໄດ້​ຜ່ານ​ໄລຍະ​ຊຸດ​​ໂຊມ​ທີ່​ສຸດ​ຕໍ່ສະພາບ​ການທີ່​ປັ່ນ​ປ່ວນໃນ​ປີ 2015 ຢ່າງ​ປອດ​ໄພ​ແລ້ວ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ