​ເສດຖະກິດ​ຈີນ​ມີທ່າຂະຫຍາຍຕົວທີ່​​ຕັ້ງໜ້າ
2015-11-03 15:39:26  cri 
  ຫວ່າງ​ມໍ່ໆ​ມາ​ນີ້, ຂ່າວສານ​ຕະຫຼາ​ສາ​ກົນຫຼື MNI ​ທີ່​ສັງກັດ​ກຸ່ມ​ຕະຫຼາດ​ຫຼັກ​ຊັບ​ເຢຍລະ​ມັນ ​ໄດ້ດຳ​ເນີນ​ການ​ສຳ​ຫຼວດຕໍ່ບໍລິສັດທີ່​ໄດ້ຈຳໜ່າຍ​ບັດ​ຫຸ້ນ​ສ່ວນ​ໃນຕະຫຼາດ​ຫຼັກ​ຊັບຊຽງ​ໄຮ​ແລະ​ເຊິ່​ນ​ເຈິ້ນ​ຂອງ​ຈີນຈຳນວນ 200 ​ແຫ່ງ, ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ, ດັດຊະນີ​ຄວາມໝັ້ນ​ໃຈ​ຕໍ່​ບໍລິສັດຈີນຂອງ MNI ​ໄດ້​ເພີ່ມ​ຂຶ້ນ 8,3% ​ເມື່ອ​ທຽບ​ໃສ່​ເດືອນ​ກັນຍາ​ແລ້ວ​ນີ້, ​ໂດຍ​ໄດ້​ເພີ່ມ​ຂຶ້ນ​ຮອດ 55,6 ຈາກ 51,3 ​ໃນ​ເດືອນ​ກັນຍາ​ທີ່​ຜ່ານ​ມາ, ນີ້​ແມ່ນຈັງຫວະ​ ​ເຕີບ​ໂຕ​ທີ່​ໃຫຍ່​ທີ່​ສຸດ​ນັບ​ແຕ່​ເດືອນ​ມີນາ​ປີ 2011 ​ເປັນ​ຕົ້ນ​ມາ.

  ຕໍ່ຈັງຫວະ​ເຕີບ​ໂຕທີ່​ເປັນ 8,3%, ນັກ​ເສດຖະສາ​ດຕ່າງປະ​ເທດ​ຈຳນວນ​ໜຶ່ງ​ຕ່າງ​ກໍ່ສະ​ແດງ​ຄວາມຕົກສະເງີ້. ທ່ານ​ຟິລິບ ອຸກ​ໂລ, ຫົວໜ້າ​ນັກ​ເສດຖະສາດ​ຂອງ​ດັດຊະນີ MNI ​ໃຫ້​ຮູ້​ວ່າ: ​ເນື່ອງ​ຈາກ​ວ່າ​ໄດ້ຖືກ​ຜົນ​ກະທົບ​ຈາກ​ປັດ​ໄຈ​ພາຍ​ນອກ​ຕ່າງໆ, ດັດຊະນີ​ຄວາມໝັ້ນ​ໃຈ​ຕໍ່​ບໍລິສັດຈີນຂອງ MNI ​ໄດ້​ຜ່ານ​ໄລຍະທີ່​ມີ​ການເໜັງ​ຕີງ​ເລື້ອຍໆ​ໄລຍະ​ໜຶ່ງ. ​ເຖິງ​ແມ່ນ​ວ່າ​ໃນ​ຫຼາຍ​ເດືອນ​ມໍ່ໆ​ມາ​ນີ້​ກໍ່​ໄດ້​ມີ​ການ​ເໜັງ​ຕີງ​ກໍ່ຕາມ, ​ແຕ່​ເວົ້າ​ລວມ​ແລ້ວ, ການ​ຟື້ນ​ຟູ້ຂຶ້ນ​ຂອງ​ຄວາມໝັ້ນ​ໃຈ​ໄດ້​ປາກົດມີ​ທ່າ​ແຮງ. ສາມາດ​ຄາດ​ຄະ​ເນ​ໄດ້​ວ່າ, ຄຽງ​ຄູ່​ກັບ​ນະ​ໂຍບາຍ​ແລະ​ມາດ​ຕະການ​ຕ່າງໆ​​ໃນ​ດ້ານ​ການປະຕິ​ຮູບໄດ້ຖືກ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຕໍ່​ເນື່ອງ, ສັນຍາ​ນທີ່​ຕັ້ງໜ້າ​ຂອງ​ເສດຖະກິດ​ຈີນ​ຈະ​ເປີດ​ກວ້າງ​ອອກ​ໄປ​ຕື່ມ​ອີກ, ​ແລະ​ອະນາຄົດ​ຂອງເສດຖະກິດ​ຈີນກໍ່​ຈະ​ມີ​ຄວາມ​ສະຫວ່າງ​ສະ​ໄຫວ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ