​ຄວາມ​​ໝັ້ນ​ໃຈ​ຂອງວິ​ສາ​ຫະກິດ​ແມ່ນ​ມາ​ຈາກ​ບ່ອນ​ໃດ?
2015-11-03 16:08:55  cri 
  ຕາມ​ຂ່າ​ວ CRI: ຫວ່າງ​ມໍ່ໆ​ມາ​ນີ້, ​ເວັບ​ໄຊ​ເສດຖະກິດ​ຈີນ​ໄດ້​ເຜີຍ​​ແຜ່​ບົດ​ວິ​ເຄາະຂອງ​ທ່ານ​ຈ່າງຢົງ​ເຫວີຍ, ຮອງຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິ​ສາ​ຫະກິດຂອງສູນ​ຄົ້ນຄວ້າພັດທະນາ​ທີ່​ສັງກັດ​ລັດຖະບານ​ຈີນ​ທີ່​ພາດ​ຫົວ​ເລື່ອງ​ວ່າ "ຄວາມ​​ໝັ້ນ​ໃຈ​ຂອງວິ​ສາ​ຫະກິດ​ແມ່ນ​ມາ​ຈາກ​ບ່ອນ​ໃດ?"

  ບົດ​ຄວາມ​ມີ​ບາງ​ຕອນໄດ້​ຊີ້​ອອກ​ວ່າ, ກ່ອນ​ອື່ນ, ການ​ລົງທຶນ​ຕໍ່​ການ​ປະຕິ​ຮູບ​ດ້ານ​​ເຕັກນິກຂອງ​ວິ​ສາ​ຫະກິດ​ອຸດສາຫະກຳ​ໄດ້​ຮັກສາ​ຈັງຫວະ​ເຕີບ​ໂຕ​ທີ່​ອ່າວ​ສູງ. ນັບ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ກໍລະກົດ​ຂອງປີ​ນີ້, ທົ່ວ​ປະ​ເທດ​ໄດ້​ລົງທຶນ​ຕໍ່​ການ​ປະຕິ​ຮູບເນັກ​ນິກອຸດສາຫະກຳບັນລຸ​ເຖິງ 4227,6 ຕື້​ຢວນ, ​ເພີ່ມ​ຂຶ້ນ 12,9% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້, ​ການ​ລົງທຶນ​ຕໍ່​ການ​ປະຕິ​ຮູບເນັກ​ນິກອຸດສາຫະກຳ​ໄດ້​ກວມ 36,2% ຂອງ​ການ​ລົງທຶນ​ຕໍ່​ຂະ​ແໜງການ​ອຸດສາຫະກຳ​ທັງ​ໝົດ. ການ​ລົງທຶນຕໍ່​ເຕັກນິກ​ກໍ່​ຄື​ການ​ລົງທຶນ​ຕໍ່​ອະນາຄົດ, ສ່ວນ​ການ​ລົງທຶນ​ຕໍ່​ການ​ປະຕິ​ຮູບເຕັກນິກ​ມີ​ການ​ເພີ່ມ​ຂຶ້ນ​ນັ້ນແມ່ນປາກົດ​ການ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ໝັ້ນ​ໃຈ.

  ສອງ, ຈຸດ​​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ, ພະລັງ​ແຮງ​ໃໝ່​ໄດ້​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ. ພະລັງ​ແຮງ​ໃໝ່​ໄດ້​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ກະ​ຕຸ້ນຄວາມ​ມີ​ຊີວິດ​ຊີວາ​ຂອງ​ຕະຫຼາດ, ​ເມື່ອ​ໃດ​ຍຸດ​ທະ​ສາດກ່ຽວ​ກັບການ​ປະດິດ​ສ້າງ​ໃໝ່ແລະ​ການ​ປະກອບ​ທຸລະ​ກິດ​ທົ່ວ​ປວງ​ຊົນ​ໄດ້​ພັດທະນາ​ໄປ​ສູ່​ລວງ​ເລິກຂອງ​ເສດຖະກິດ-​ສັງຄົມ, ​ເສດຖະກິດ​ຈີນ​ກໍ່​ຈະ​ເຂົ້າ​ສູ່​ສະພາບ​ການ​ພັດທະນາ​ໃໝ່​ຢ່າງ​ແນ່ນອນ.

  ສາມ, ວິ​ສາ​ຫະກິດ​ໄດ້​ມີຄວາມສຸກ​ງອມ​ແລະ​ມີ​ສະຕິ​ຫຼາຍ​ກວ່າ​ເກົ່າ. ​ເບິ່ງ​ຈາກ​ຕະຫຼາດ​ແລ້ວ​ເຫັນ​ວ່າ, ​ວິ​ສາ​ຫະກິດ 3 ປະ​ເພດ​ແມ່ນ​ມີ​ຄວາມ​ໝັ້ນ​ໃຈທີ່​ສຸດ​ຕໍ່​ເສດຖະກິດ, ກໍ​ຄື, ວິ​ສາ​ຫະກິດ​ທີ່​ດຳ​ເນີນ​ທຸລະ​ກິດ​ຢ່າງ​ໝັ້ນ​ທ່ຽງ, ວິ​ສາ​ຫະກິດ​ແບບ​ປະດິດ​ສ້າງ​ໃໝ່​ແລະ​ວິ​ສາ​ຫະກິດ​ທີ່​ໄດ້​ຫັນປ່ຽນ​ຮູບ​ການ​ພັດທະນາກ່ອນໝູ່.

  ສີ່, ບົດບາດ​ຂອງ​ນະ​ໂຍບາຍ​ໄດ້ປາກົດ​ຕົວ​ເປັນ​ກ້າວໆມາ. ການ​ດຳ​ເນີນ​ວຽກ​ງານ​ເສດຖະກິດ​ໃຫ້​ດີ​ມີ​ຫຼັກການ​ທີ່​ສຳຄັນ​ຫຼັກການໜຶ່ງກໍ່​ຄືຕ້ອງ​ຮັກສາຄວາມ​ຕໍ່​ເນື່ອງແລະ​ບົດບາດນຳ​ພາ​ຂອງ​ນະ​ໂຍບາຍ, ທັງນີ້​​ແມ່ນ​​ສຳຄັນ​ທີ່​ສຸດຕໍ່​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງການ​ຄາດ​ຄະ​ເນ​ຕໍ່​ຕະຫຼາດ​ແລະ​ຄວາມ​ໝັ້ນ​ໃຈ​ຂອງ​ວິ​ສາ​ຫະກິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ