​​ເຜີຍ​ແຜ່ "ຂໍ້​ສະ​ເໜີ​ກ່ຽວ​ກັບ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ຄັ້ງ​ທີ 13"
2015-11-04 17:14:28  cri 
  ວັນ​ທີ 3 ພະຈິກ​ນີ້, ຈີນ​ໄດ້​ເຜີຍ​ແຜ່ "ຂໍ້​ສະ​ເໜີຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່ຽວ​ກັບການຈັດ​ວາງ​ແຜນ​ພັດທະນາ​ເສດຖະກິດ​-​ສັງຄົມ​ແຫ່ງ​ຊາດ​ 5 ປີ​ຄັ້ງທີ 13" ຢ່າງ​ເປັນ​ທາງ​ການ. ​ໃນ​ຂະນະ​ທີ່​ແນະນຳ​ສະພາບ​ການ​ທີ່​ກ່ຽວຂ້ອງ​ໃນການຈັດ​ວາງ ​ແຜນ​ດັ່ງກ່າວ, ທ່ານ​ສູ​ຊ້​າວສື, ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງຊາດ​ຈີນ​ກ່າວ​ວ່າ, "ຂໍ້​ສະ​ເໜີ" ຕົ້ນຕໍ​ມີ​ເນື້ອ​ໃນ​ຫຼັກ​ແຫຼ່ງ​ໃນ 3 ດ້ານ, ຂະນະ​ດຽວ​ກັນ​ນີ້, ທ່ານ​ກ່າວ​ຕື່ມວ່າ, ຈີນມີ​ຄວາມ​​ຕັດສິນ​ໃຈ​ແລະ​ກໍ່​ມີ​ເງື່ອນ​ໄຂ​ໃນ​ການ​ຮັກສາການ​ເຕີບ​ໂຕ​ຂອງ​ເສດຖະກິດໃນ​ຄວາມ​ໄວປານ​ກາງແລະ​ສູງ.

  ທ່ານ​ສູ​ຊ້າ​ວສື​ໄດ້​ແນະນຳ​​ໃຫ້​ຮູ້ວ່າ: "ຂໍ້​ສະ​ເໜີ" ມີ​ເນື້ອ​ໃນ​ຫຼັກ​ແຫຼ່ງ​ໃນ 3 ດ້ານຄື: ໜຶ່ງ, ​ໄດ້​ສະ​ເໜີ​ທັດສະນະ​ຄະຕິ​​ແ​ຫ່ງການ​ພັດທະນາ 5 ຂໍ້ຄື​: ​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄວາມ​ປະສານ​ກົມກຽ​ວກັນ, ສີຂຽວ, ​ເປີດ​ປະຕູແລະ​ຊົມ​ໃຊ້​ຮ່ວມ​ກັນ, ນີ້​ແມ່ນ​ແນວ​ຄິດ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການຊີ້​ນຳ​ການຈັດ​ວາງ​ແລະ​ການ​ພັດທະນາ​ຂອງ​ແຜນ​ດັ່ງກ່າວ; ສອງ, ​ໄດ້​ສະ​ເໜີ​ຫຼັກການ​ແຫ່ງ​ການ​ພັດທະນາ "6 ຢຶດໝັ້ນ" ຄື, ຢຶດໝັ້ນຖານະຫຼັກ​ແຫຼ່ງຂອງ​ປະຊາຊົນ, ຢຶດໝັ້ນ​ພັດທະນາຕາມ​ຫຼັກ​ວິທະຍາສາດ, ຢຶດໝັ້ນການ​ລົງ​ເລິກ​ການ​ປະຕິ​ຮູບ, ຢຶດໝັ້ນການປົກຄອງ​ປະ​ເທດ​ຕາມ​ກົດໝາຍ, ຢຶດໝັ້ນການ​ຈັດ​ສັນສະພາບ​ລວມທັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຢ່າງເປັນ​ເອກະ​ພາບ​ກັນ, ​ແລະ​ຢຶດໝັ້ນການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ. ສາມ, ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ແລະ​ຄວາມ​ຮຽກຮ້ອງ​ອັນ​ໃໝ່​ໃນ​ການ​ສ້າງສາ​ສັງຄົມ​ອີ່ມ​ໝຳສຳລານ​ຢ່າງ​ຮອບດ້ານ​ໃນ 5 ດ້ານ, ຄື: ໜຶ່ງ, ຮັກສາການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໃຫ້​ມີຄວາມ​ໄວປານ​ກາງແລະ​ສູງ, ສອງ, ຍົກລະດັບ​ແລະ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ​ໂດຍ​ທົ່ວ​ໄປ, ສາມ, ຍົກລະດັບຄຸນສົມບັດ​ຂອງ​ປະຊາຊົນແລະລະດັບ​ອະລິຍາ​ທຳ​ຂອງ​ສັງຄົມ​ໃຫ້​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ສີ່, ​ປັບປຸງຄຸນ​ນະພາ​ບລະບົບ​ວິ​ເວດໃຫ້​ດີກ​ວ່າ​ເກົ່າ​ໂດຍ​ລວມ​, 5, ​ລະບຽບ​ການ​ໃນ​ດ້ານ​ຕ່າງໆມີ​ຄວາມສຸກ​ງອມ​ແລະ​ເປັນ​ໂຄງ​ປະ ກອບທີ່ໝັ້ນຄົງຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ