ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ການ​ເງິນກ່າວ​ວ່າ: ​ເສດຖະກິດ​ເຕີບ​ໂຕ 6,5% ຕໍ່​ປີ​ບໍ່​ແມ່ນ​ເປົ້າ​ໝາຍ​ຂອງ "​ແຜນການ​ພັດທະນາ 5 ປີຄັ້ງ​ທີ 13"
2015-11-09 17:58:17  cri 
ວັນ​ທີ 9 ພະຈິກ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ເຫວີຍ​ມິນ, ຮອງ​ຫົວໜ້າ​ຫ້ອງການ​​ໜ່ວຍ​ງານ​ການ​ເງິນ​ຂອງ​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ​ກ່າ​ວວ່າ, GDP ​ເຕີບ​ໂຕ 6,5% ຕໍ່​ປີ​ບໍ່ແມ່ນ​ເປົ້າ​ໝາຍ​ຂອງ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13" ​ເປົ້າ​ໝາຍ​ສຸດ​ທ້າຍ​ຈະ​ຕົກລົງ​ໃນ​ກອງ​ປະຊຸມ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາປີ​ໜ້າ.

ຫວ່າງ​ມໍ່ໆ​ມາ​ນີ້​, ທ່ານ​ສີ​ຈິ້ນ​ຜີ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ຊີ້​ອອກ​ວ່າ, ຖ້າວ່າ​ເບິ່ງ​ຈາກ​ເປົ້າ​ໝາຍ​ທີ່ GDP ​ເພີ່ມ​ຂຶ້ນ​ໜຶ່ງ​ເທົ່າ​ແລ້ວ, ປີ 2016 ຫາ​ປີ 2020, ​ເສດຖະກິດ​ຈີນຕ່ຳ​ສຸດ​ຕ້ອງ​​ເຕີບ​ໂຕຫຼາຍ​ກວ່າ 6,5% ຕໍ່​ປີ. ອີງ​ຕາມ​ຄວາມ​ເວົ້າ​ດັ່ງກ່າວ, ມີ​ຫາງ​ສຽງ​ເຫັນ​ວ່າ, 6,5% ຄວນ​ແມ່ນ​ເປົ້າ​ໝາຍ​ເສດຖະກິດ​ເຕີບ​ໂຕ​ໃນ​ໄລຍະ "​ແຜນການ​ພັດທະນາ 5 ປີ​ຄັ້ງ​ທີ 13"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ