ກອງ​ປະຊຸມເວທີ​ປຶກສາ​ຫາລື​ວັດທະນະທຳ​ອາຊີ​ເຜີຍ​ແຜ່ "ຂໍ້​ຕົກລົງສວນ​ໂຈ່​ວ"​
2015-11-11 17:18:48  cri 
​ກອງ​ປະຊຸມ​ເວທີ​ປຶກສາ​ຫາລືວັດທະນະທຳ​ອາຊີ​ຄັ້ງ​ທີ 3 ທີ່​ກະຊວງ​ວັດທະນະທຳ​ຈີນ​ແລະ​ອົງການ​ປົກຄອງ​ປະຊາຊົນ​ແຂວງ​ຟູ​ຈ້ຽນຂອງຈີນ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ​ສວນ​ໂຈ່​ວ​ແຂວງ​ຟູ​ຈ້ຽນຂອງ​ຈີນ​​ໃນ​ວັນ​ທີ 9 ຫາ​ວັນ​ທີ 10 ພະຈິກ​ນີ້.

​ໃນ​ເວທີ​ປຶກສາ​ຫາລື, ຜູ້ຕາງໜ້າ​ວົງ​ການ​ວັດທະນະທຳ​ທີ່​ມາ​ຈາກ 13 ປະ​ເທດ​ຂອງ​ອາຊີ​ຄື: ຈີນ, ຍີ່ປຸ່ນ, ​ໄທ, ກຳປູ​ເຈຍ​ແລະ​ສີ​ລັງກາ​ເປັນ​ຕົ້ນ 100 ກວ່າ​ທ່ານ​ໄດ້​ເຕົ້າ​ໂຮມ​ກັນ, ​ເພື່ອ​ດຳ​ເນີນ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນກ່ຽວ​ກັບ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ດ້ານ​ວັດທະນະທຳ​ຂອງ​ອາຊີ. ​ເປົ້າ​ໝາຍ​ການ​ເຊື່ອມ​ຈອດ​ກັນ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ໄດ້ຮັບການ​ຕອບສະໜອງ​ຈາກ​​ແນວ​ຄວາມ​ຄິດ​ດຽວ​ກັນ​ຂອງ​ບັນດາ​ປະ​ເທດ.

ນອກ​ນີ້, ເວທີ​ປຶກສາ​ຫາລື​ຍັງ​ໄດ້​ເຜີຍ​ແຜ່"ຂໍ້​ຕົກລົງ​ສວນ​ໂຈ່​ວ" ​ໃນ​ຕອນ​ບ່າຍ​ວັນ​ທີ 10 ພະຈິກ​ນີ້, ​ໂດ​ຍກ່າວ​ເນັ້ນ​ວ່າ​ວັດທະນະທຳ​ຂອງ​ອາຊີ​ແມ່ນ​ພາກສ່ວນອັນ​ສຳຄັນ​ທີ່ຂາດ​ບໍ່​ໄດ້​ຂອງ​ວັດທະນະທຳ​​ໂລກ. ປະ​ເທດ​ຕ່າງໆ​ໃນອາຊີຄວນ​ປະສານ​ງານ​ແລະ​ຮ່ວມ​ມື​ກັນ, ທຳ​ຄວາມ​ພະຍາຍາມ​ເພື່ອ​ສ້າງ​ປະຊາ​ຄົມ​ວັດທະນະທຳ​ອາຊີ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ເຊິ່ງກັນ​ແລະ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ