​ໃນ​ໄລຍະ​ແຜນການ 5 ປີ​ຄັ້ງ​ທີ 13, ຈີນ​ຕ້ອງ​ຊຸກຍູ້​ການ​ປະຕິ​ຮູ​ບສັງ​ລວມຂອງ​ຊົນນະ​ບົດ​ໃນ 4 ດ້ານ
2015-11-13 16:46:39  cri 

ວັນ​ທີ 13 ພະຈິກ​ນີ້, ທ່ານຫູ​ຈີ້​ງລິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຈີນ​ກ່າວ​ວ່າ, ​ໃນ​ໄລຍະ​ແຜນການ 5 ປີ​ຄັ້ງ​ທີ 13, ການ​ປະຕິ​ຮູ​ບຊົນ​ນະ​ບົດ​ຂອງ​ຈີນ​ແມ່ນ​ປະ​ເຊີນ​ໜ້າ​ກັບ​ໂອກາດ ​ແລະ​ສິ່ງ​ທ້າ​ທາຍ​ໄປ​ພ້ອມ​ກັນ ​ເຊິ່ງຕ້ອງ​ຊຸກຍູ້​ການ​ປະຕິ​ຮູບ​ສັງ​ລວມຂອງ​ຊົນນະບົດ​ໃນ​ 4 ດ້ານ ​ເພື່ອ​ຊຸກຍູ້​ຂົງ​ເຂດ​ທີ່​ສໍາຄັນ​ໃຫ້​ໄດ້​ມີ​ການ​ບຸກທະລຸ​ອັນ​ໃໝ່.

ໜຶ່ງ, ສຸມ​ກໍາລັງ​ເຂົ້າ​ໃນການ​ບຸກທະລຸ​ສະພາບ​ຄວາມຫຍຸ້ງຍາກ​ຂອງ​ການ​ປະຕິ​ຮູບ​ການ​ພົວພັນ​ການ​ຜະລິດ​ຂອງ​ຊົນນະບົດ, ຊອກ​ຄົ້ນ​ຫາ​ຊ່ອງ​ທາງ​ອັນ​ໃໝ່​ໃນ​ການ​ພັດທະນາ​ກໍາລັງ​ການ​ຜະລິດ​ຂອງ​ຊົນນະບົດ. ສອງ, ສຸມ​ກໍາລັງ​ເຂົ້າ​ໃນ​ການ​ບຸກທະລຸ​ອຸປະສັກ​ຈາກຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ຕົ​ວ​ເມື​ອງກັບ​ຊົນນະບົດ, ຊອກ​ຄົ້ນ​ຫາ​ລະ​ບົບ​ໃໝ່​ແຫ່ງ​ການວາງ​ແຜນການ​ພັດທະນາ​ຂອງ​ຕົ​ວ​ເມືອງ ​ແລະ​ຊົນນະບົດ. ສາມ, ສຸມ​ກໍາລັງ​ເຂົ້າ​ໃນ​ການ​ບຸກທະລຸຄວາມ​ຈໍາກັດ​ດ້ານ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລ້ອມ​ຂອງ​ຊົນນະບົດ, ຊອກ​ຄົ້ນ​ຫາ​ຮູບ​ການ​ໃໝ່​ແຫ່ງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ກະສິກໍາ ​ແລະ​ຊົນນະບົດ. ສີ່, ສຸມ​ກໍາລັ​ງ​ເຂົ້າ​ໃນ​ການ​ບຸກທະລຸ​ຂໍ້​ບົກ​ພ່ອງ​ຂອງ​ຕະຫຼາດ​ປັດ​ໄຈ​ການ​ຜະລິດ​ຂອງ​ຊົນນະບົດ, ຊອກ​ຄົ້ນ​ຫາຊ່ອງ​ທາງ​ໃໝ່​ດ້ານ​ສິດ​ຊັບ​ສິນຂອງ​ຊົນນະບົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ