​ເຂດ​ຊິ່ນ​ຈ່ຽງຂອງ​ຈີນ​ຈະ​ແກ້​ໄຂ​ບັນຫາ​ປະຊາຊົນ​ເກືອບ​ລ້ານ​ຄົນ​ບໍ່​ມີ​ໄຟຟ້າ​ໃຊ້ພາຍ​​ໃນ​ປີ​ນີ້
2015-11-17 11:03:21  cri 

ຕາມ​ຂ່າວ​ຈາກ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ໂຄງການ​ໄຟຟ້າ"ພະລັງງານ​ໄຟຟ້າ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ"ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິ່ນ​ຈ່ຽງຈີນ​​​​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້, ​ເຂດ​ຊິ່ນ​ຈ່ຽງຈະ​ແກ້​ໄຂ​ບັນຫາປະຊາຊົນ​ເກືອບ​ລ້ານ​ຄົນ​ບໍ່​ມີ​ໄຟຟ້າ​ໃຊ້ພາຍ​ໃນ​ປີ​ນີ້.

ນັບ​ຕັ້ງ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ, ​ເຂດ​ຊິ່ນ​ຈ່ຽງ​ໄດ້​ຈັດ​ເອົາການ​ແກ້​ໄຂ​ບັນຫາ​ປະຊາຊົນ​ທີ່​ບໍ່​ມີ​ໄຟຟ້າ​ໃຊ້​ເຂົ້າ​ໃນ​​ໂຄ​ງການ​ທີ່​ສໍາຄັນ. ບໍລິສັດ​ພະລັງງານ​ໄຟຟ້າ​ຊິ່ນ​ຈ່ຽງ​ເຊິ່ງ​ເປັນ​ເຄືອ​ຂ່າຍ​ຂອງບໍລິສັດ​ໄຟຟ້າ​ແຫ່ງ​ຊາດ​ຈີນ​ໄດ້​ໃຊ້​ງົບປະມານ 17 ຕື້​ຢວນ​ເຂົ້າ​ໃນ​ໂຄງການ​ດັ່ງກ່າວ. ທ່ານ​ຫຼີຢີ້​ເຟີ່ງ, ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ຂອງ​ພະ​ແນ​ກພົວພັນຕໍ່​ພາຍ​ນອກ​ຂອງບໍລິສັດ​ພະລັງງານ​ໄຟຟ້າ​ຊິ່ນ​ຈ່ຽງ​ເຜີຍ​ໃຫ້​ຮູ້​ວ່າ, ຕາມ​​ແຜນການ​ກໍ່ສ້າງ​ພະລັງງານ​ໄຟຟ້າ​ຂອງ​ເຂດ​ທີ່​ບໍ່​ມີ​ໄຟຟ້າ​​ໃຊ້ໃນ​ແຜນການ 5 ປີ​ຄັ້ງ​ທີ 12 ຂ​ອງຊິ່ນ​ຈ່ຽງ, ​ເຂດ​ຊິ່ນ​ຈ່ຽງຈະ​ແກ້​ໄຂ​ບັນຫາ​ປະຊາຊົນ 1 ລ້ານ 7 ໝື່ນ 5 ພັນ​ 3 ຮ້ອຍ​ຄົນ​ທີ່​ຍັງ​ບໍ່​ທັນ​ມີ​ໄຟຟ້າ​ໃຊ້​ໃນ​ທ້າຍ​ປີ 2015.

ຮອງ​ຫົວໜ້າ​ວິ​ສະວະ​ກອນ​ຂອງບໍລິສັດ​ພະລັງງານ​ໄຟຟ້າ​ຊິ່ນ​ຈ່ຽງກ່າວ​ວ່າ, ​ໃນ​ໄລຍະ​ແຜນການ 5 ປີຄັ້ງ​ທີ 13, ຊິ່ນ​ຈ່ຽງຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ກໍ່ສ້າງ​ເຄືອ​ຂ່າຍ​ ​ໄຟຟ້າຂອງ​ຊົນນະບົດ, ຄາດ​ວ່າ​ຈະ​ໃຊ້​ງົບປະມານ 40 ຕື້ 800 ລ້ານ​ຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ