ທ່ານ​ຫຼີ​ເຄີ້ສຽງ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ
2015-11-18 15:14:14  cri 

ໂດ​ຍ​ແນ​ໃສ່​ເລື່ອງ​ທີ່​ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ເດີນທາງ​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ, ທ່ານ​ຫຼີວ​ເຈີ້ນ​ມິ​ງ, ລັດຖະມົນຕີຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ຈີນ​ຫວັງ​ວ່າ​ຜ່ານ​ການ​ຢ້ຽມຢາມ​ໃນ​ຄັ້ງ​ນີ້ ຈະ​ລົງ​​ເລິກ​ໄມ​ຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ, ຍົກ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງ​ໆ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ມາ​ເລ​ເຊຍ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ຫຼີວ​ເຈີ້ນ​ມິນ​ກ່າວ​ຕື່ມ​ອີກ​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ດັ່ງກ່າວ, ທ່ານ​ຫຼີ​ເຄີ້ສຽງ​ຈະ​ເຂົ້າ​ຮ່ວມພິທີ​ຕ້ອນຮັບ ​ແລະ​ງານ​ລ້ຽງ​ຮັບຮອງ​ຂອງ​ທ່ານ​ນາ​ຈິບ ຕູນ ຣາຊັກ​, ນາຍົກລັດຖະມົນຕີມາ​ເລ​ເຊຍ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຈິບ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາ​ມ​ເຫັນ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ສອງ​ປະ​ເທດ ​ແລ​ະການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າ​ງໆ, ວາງ​ແຜນ​ໃຫ້​ແກ່​ການ​ພົວພັນ​ຈີນ​ມາ​ເລ​ເຊຍ​ໃນ​ອະ​ນາ​ຄົດ. ທ່ານ​ຫຼີ​​ເຄີ້ສຽງ ​ແລະ​ທ່ານ​ນາ​ຈິ​ບຈະ​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່​ການ​ເຊັນ​ສັນຍາ​ການ​ຮ່ວມ​ມື​ສະ​ບັບຕ່າງໆ​​ໃນ​ດ້ານ​​ເສດຖະກິດ​ການ​ຄ້າ, ວັດທະນະ​ທໍາ ​ແລະ​ອື່ນໆ. ນອກ​ນີ້, ທ່ານ​ຫຼີ​ເຄີ້ສຽງ​ຍັງຈະ​ພົບ​ປະກັບ​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ມາ​ເລ​ເຊຍຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ