ປະທານ​ປະ​ເທດ​ຈີນ​ນຳສະ​ເໜີ "​ແຜນການ 5 ປີ ຄັ້ງ​ທີ 13" ຂອງ​ຈີນ ​ໂດຍ​ກ່າວ​ເນັ້ນ​ເຖິງ "​ໃຫ້​ຄວາມ​ສຳຄັນ​ຍິ່ງ" ​ໃນ 5 ດ້ານ
2015-11-18 19:04:07  cri 
  ວັນ​ທີ 18 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຂອງ​ຜູ້ນຳ​ອຸດສາຫະກຳ​ແລະ​ການ​ຄ້າຂອງອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີ​ປາຊິ​ຟິກຫຼື APEC, ທັງ​ໄດ້​ກ່າວ​ປາຖະກະຖາທີ່​ມີ​ຫົວ​ຂໍ້ສະ​ເພາະ. ​ໃນ​ການ​ກ່າວ​ປາຖະກະຖາ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເນັ້ນ​ເຖິງ "​ແຜນ​ການ 5 ປີ ຄັ້ງ​ທີ 13" ຂອງ​ຈີນ.

  ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຫວ່າງ​ບໍ່​ດົນ​ມາ​ນີ້, ກອງ​ປະຊຸມ​ຄົບ​ຄະນະຂອງ​ຄະນະ​ກຳມະການສູນ​ກາງ​ພັກ​ກອມ​ມູນິດ​ຈີນຄັ້ງ​ທີ 5 ສະ​ໄໝ​ທີ 18 ​ໄດ້​ຮັບຮອງ​ຂໍ້​ສະ​ເໜີ "​ແຜນການ 5 ປີ ຄັ້ງ​ທີ 13", ​ໂດຍ​ໄດ້​ສະ​ເໜີ​ທັດສະນະ​ຄະຕິ​ດ້ານ​ການ​ພັດທະນາ​​ແບບປະດິດ​ສ້າງ​ໃໝ່, ກົມກຽວ​ກັນ, ສີຂຽວ, ​ເປີດ​ກວ້າງ​ແລະ​​ຊົມ​ໃຊ້ຮ່ວມ​ກັນ, ທັງ​ໄດ້​ສະ​ເໜີ​ມາດ​ຕະການ​ກ່ຽວ​ກັບ​ການ​ປະຕິ​ຮູບ​ທີ່​ສຳຄັນ​ຕ່າງໆຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຈີນ​ໃນ​ໄລຍະ "​ແຜນການ 5 ປີ ຄັ້ງ​ທີ 13". ​ໄລຍະ "​ແຜນ​ການ 5 ປີ​ຄັ້ງ​ທີ 13" ​ແມ່ນ​ໄລຍະ​ຕັດສິນ​ຂອງ​ການ​ສ້າງສາ​ສັງຄົມ​ອີ່ມ​ໝຳສຳລານຢ່າງຮອບດ້ານ​ຂອງ​ຈີນ. ຈີນ​ຈະ​ເລັ່ງລັດ​ການ​ປະຕິ​ຮູບ​ແລະການປະດິດ​ສ້າງ​ໃໝ່, ​ເລັ່ງລັດ​ການ​ຫັນປ່ຽນ​ຮູບ​ການ​ແລະການ​ປັບປຸງ​ໂຄງ​ປະກອບ​ໃນ​ການ​ພັດທະນາ​ເສດຖະກິດ, ສຸມ​ໃສ່​ແກ້​ໄຂ​ບັນຫາ​ທີ່​ຫຍຸ້ງຍາກ​ໃນ​ຂະ​ບວນການ​ພັດທະນາ, ອົບຮົມ​ບົ່ມສ້າງພະລັງ​ແຮງ​ໃໝ່​​ແຫ່ງ​ການ​ພັດທະນາ, ​ເພື່ອ​ສ້າງ​ທ່າ​ແຮງ​ໃໝ່​ແລະ​​ໂອກາດ​ໃໝ່​ໃນ​ການ​ພັດທະນາ.

  ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ຈີນ​ຈະ​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່ປະສິດທິ​ຜົນ​ແລະ​ຄຸນ​ນະພາ​ບ, ຈະ​ສຸມ​ໃສ່​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ; ຈະ​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່ການ​ຊຸກຍູ້​ການ​ພັດທະນາ​ໂດຍ​ຜ່ານ​ການ​ປະດິດ​ສ້າງ​ໃໝ່​; ຈະໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່ຄວາມ​ສະ​ເໝີ​ພາບ​ແລະ​ຄວາມ​ຍຸດຕິ​ທຳ, ຈະ​ເຮັດ​ໃຫ້​ປະຊາຊົນຢູ່​ຊົນນະບົດ​ຜູ້​ທຸກ​ຍາກຕາມ​ມາດ​ຕະຖານ​ໃນ​ປະຈຸ​ບັນຂອງ​ຈີນຈຳນວນ 70 ລ້ານ​ຄົນສາມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ແລະ​ເຮັດ​ໃຫ້​ເມືອງ​ທີ່​ທຸກ​ຍາກທັງ​ໝົດສາມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໃນ 5 ປີ​ຂ້າງ​ໜ້າ​ນີ້; ຈະ​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ການ​ພັດທະນາ​ແບບ​ສີຂຽວ; ຈະໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ເລັ່ງລັດ​ຊຸກຍູ້​ການ​ສ້າງ​​ເຂດການ​ຄ້າ​ເສລີ​ທີ່​ມີ​ມາດຕະຖານ​ສູງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ