ທ່ານ​ຫຼີ​ເຄີ້ສຽງ​ຈະ​ເຂົ້າ​ຮ່ວມ​ກອງປະຊຸມ​ຕ່າງໆ​ຂອງຜູ້​ນໍາ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ
2015-11-19 15:22:36  cri 

ວັນ​ທີ 17 ພະຈິກ​ນີ້, ທ່ານ​ຫຼີວ​ເຈີ້ນ​ມິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນຈະ​ແນະ​ນໍາ​ນະ​ໂຍບາຍ ​ແລະ​ຈຸດ​ຢືນ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ພ້ອມ​ທັງ​ຈະ​ວາງ​ຂໍ້​ລິ​ເລີ່​ມ​ໃໝ່​ຕ່າງໆ​ໃນ​ດ້ານ​ການ​ຮ່ວມ​ມື​ຕົວ​ຈິງ. ຍຶດຖື​ການ​ສ້າງ​ກຸ່ມ​ເຕີບ​ໂຕ​ທີ່ໝັ້ນ​ທ່ຽງຂອງອາຊີ​ຕາ​ເວັນ​ອອກ​ເປັນ​​ເປົ້າ​ໝາຍ​ລວມ, ຊຸກຍູ້​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.

ທ່ານ​ຫຼີວ​ເຈີ້ນ​ມິນ​ກ່າວຕື່ມ​ອີກ​ວ່າ, ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ດັັ່ງກ່າວ, ບັນດາ​ຝ່າຍ​ຈະ​ສະຫຼຸບ ​ແລະ​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໃນຮອບ​ໜຶ່ງ​ປີຜ່ານ​ມາ​ນີ້ ​ພ້ອມ​ທັງ​ຈະ​ສ​ະ​ແດງ​ຄວາມ​ເຫັນ ​ແລະ​ວາງ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ພັດທະນາ​ກົນ​ໄກ. ນອກ​ນີ້, ບັນດາ​ຝ່າຍ​ຍັງ​ຈະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ພາກ​ພື້ນ ກໍ່​ຄື​ສາກົນ​ທີ່ມີ​ຄວາມສົນ​ໃຈ​ຮ່ວມ​ກັນ.

ກ່ຽວ​ກັບກອງ​ປະຊຸມ​ສຸດ​ຍອດ​ອາຊີີ​ຕາ​ເວັນ​ອອກ, ທ່ານ​ຫຼີວ​ເຈີ້ນ​ມິນ​ກ່າວ​ວ່າ, ທ່ານ​ຫຼີ​ເຄີ້ສຽງ​ຈະ​ແນະ​ນໍາ​ຄວາມ​ເຫັນ​ຂອງ​ຝ່າຍ​ຈີນ​ທີ່​ມີ​ຕໍ່​ທິດ​ທາງ​ການ​ພັດທະນາ​​ໃນ​ອະນາຄົດຂອງ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ, ພ້ອມ​ທັງກ່າວ​ເນັ້ນ​ເຖິງ​ການ​ສືບ​ຕໍ່​ຍຶດໝັ້ນ​​ໃນ​ຖານະ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວທີ່​ເປັນ​ເວທີ​ປຶກສາ​ຫາລື​ຍຸດ​ທະ​ສາ​ດ, ສືບ​ຕໍ່​ຍຶດໝັ້ນ​ໃນ​ຫຼັກການ​ນໍາພາ​ໂດຍ​ອາ​ຊຽນ, ປຶກສາ​ຫາລື​ກັນ, ພິຈາລະນາ​ເຖິງ​ທຸກ​ຝ່າຍ ​ແລະ​ຫຼັກການ​ອື່ນໆ, ຊຸກຍູ້​ໃຫ້​ບັນ​ດາ​ຝ່າຍ​ສືບ​ຕໍ່​ປະຕິບັດ​ຕາມ​ແຜນການ​ເຄື່ອນ​ໄຫວ​ຂອງ​ຖະ​ແຫຼ​ງການ​ພັດທະນາທີ່​ພະນົມ​ເປັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ