ນາຍົກລັດຖະມົນຕີຈີນຂຽນ​ບົດ​ຄວາມ​ລົງ​ໜັງສືພິມ​ມາ​ເລ​ເຊຍ
2015-11-20 16:43:12  cri 

  ຕາມ​ຂ່າວ CRI: ກ່ອນ​ທີ່​ເດີນທາງ​ໄປ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 27 ແລະກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​, ວັນ​ທີ 20 ພະຈິກ​ນີ້, ທ່ານ​ຫຼີ​ເຄິ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້ຂຽນບົດ​ຄວາມທີ່​ພາ​ດຫົວ​ເລື່ອງ​ວ່າ "ຈຸດ​ໝາຍ​ໃໝ່​ແລະໃບ​ລົມທີ່​ປິວ​ສະ​ບັດຕາມ​ເສັ້ງທາງ​ເດີນ​ເຮືອ​ປະຫວັດສາດ" ​ລົງ​ໜັງສືພິມ The Star, ໜັງສືພິມ "ຊ່ອງ​ແຄບ​ເທ​ມສ໌" , ໜັງສືພິມ​ໜານ​ຢາງ​ຊ່າງ​ປ້າວ, ໜັງ​ສຶພິມ​ລາຍ​ວັນຊິນ​ໂຈ​ແລະ​ໜັງສືພິມ​ລາຍ​ວັນ​ມາ​ເລ​ເຊຍຂອງ​ມາ​ເລ​ເຊຍ, ​ໂດຍ​ໄດ້​ທົບ​ທວນຄືນ​ເຖິງ​ວິວັດ​ປະຫວັດ​ແຫ່ງ​ການ​ໄປມາຫາສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ທີ່​ສືບ​ທອດ​ກັນມາ​ແຕ່​ດົນ​ນານ​ລະຫວ່າງ​ຈີນ-ມາ​ເລ​ເຊຍ, ພ້ອມ​ທັງຈ້ອງ​ມອງ​​ເບິ່ງອະນາຄົດ​ແຫ່ງການ​ພັດທະນາ​​ແລະຄວາມຈະ​ເລີ​ນຮຸ່ງ​ເຮືອງ​ຂອງສອງ​ປະ​ເທດ.

  ກ່ອນ​ນອື່ນ, ບົດ​ຄວາມ​ໄດ້ທົບ​ທວນຄືນ​ເຖິງ​ແຫຼ່ງກຳ​ເນີ​ດຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຈາກບົດບັນ​ທຶກ​ທາງ​ປະຫວັດສາດ​ທີ່ ​ເຈິ້ງ​ເຫີ, ນັກ​ເດີນ​​​​ເຮືອ​ຈີນ​ໃນ​ສະ​ໄໝ​ລາຊະວົງ​ໝິງ​ເດີນທາງ​ທະ​ເລ​ລົງ​ມະຫາ​ສະໝຸດ​ປາຊີ​ຟິກ​ຕາ​ເວັນ​ຕົກແລະ​ມະຫາ​ສະໝຸດ​ອິນ​ເດຍຈຳນວນ 7 ຄັ້ງ​ແລະ​​ຢ້ຽມຢາມມາລາ​ກາ​ຈຳນວນ 5 ຄັ້ງ, ທັງ​ໄດ້​ຊີ້​ອອກ​ວ່າ​ການ​ກະທຳຂອງ​ເຈິ້ງ​ເຫີ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບນັ້ນ, ​ກໍແມ່ນ​ສິ່ງ​ຍອດ​ຍິ່ງ​ຂອງ​ແນວ​ຄິດ​ທີ່​ຮັກຫອມ​ສັນຕິພາບ​ແລະມີ​ໄມ​ຕິ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງຂອງ​ປະຊາ​ຊາດ​ຈີນ, ທັງ​ແມ່ນ​ຊັບ​ສິນ​ດ້ານ​ຈິດ​ໃຈ​ແລະ​ວັດທະນະທຳ​ຮ່ວມ​ທີ່​ໄດ້​ສືບ​ທອດ​ມາ​ຮອດ​ປະຈຸ​ບັນຂອງບັນດາ​ປະ​ເທດ​ທີ່​ໃນພາກ​ພື້ນ.

  ບົດ​ຄວາມ​ຍັງ​ໄດ້​ຊີ້​ອອກ​ວ່າ, ສອງ​ປະ​ເທດ​ຈີນ-ມາ​ເລ​ເຊຍ​ໄດ້​ມີ​ການຊ່ວຍ​ຊູ​ຍູ້​ໜູນ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ, ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນສອງ​ຊາດເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຊຸກຍູ້​ການ​ພັດທະນາ​​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນນຳ​ອີກ.

  ໃນບົດ​ຄວາມມີ​ບາງ​ຕອນ​ໄດ້​ຂຽນ​ວ່າ, ສອງ​ຝ່າຍ​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່ຊ່ວຍ​ຊູ​ຍູ້​ໜູນ​ກັນ​, ສຸມ​ໃສ່​ດຳ​ເນີນ​ການ​ຮ່ວມ​ມື​​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຜະລິດ​ຂອງສາກົນ, ສົ່ງ​ເສີມ​ວິ​ສາ​ຫະກິດຈຳນວນ​ຫຼາຍ​ກວ່າ​ເກົ່າ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ເຂດນິຄົມອຸດສາຫະກຳ​ຊິນ​ໂຈ່​ວ​ແລະ​ກວນ​ຕານ, ​ເຊິ່ງຈະ​ສ້າງ​ໃຫ້​ມີ​ຜົນ​ກຳ​ໄລ​ດ້ານການ​ພັດທະນາຢ່າງ​ຫຼວງ​ຫຼາຍ, ທັງ​ເພີ່ມ​ພະລັງ​ແຮງອັນ​ແຂງ​ແຮງ​​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ​ຂອງ​ສອງ​ປະ​ເທດ​ແລະການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ຊາດ, ​ແລະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ການ​ຄ້ຳປະກັນ​ທີ່​ສຳຄັນ​ໃນ​ການ​ສ້າງ​ຂົ້ວ​ເຕີບ​ໂຕ​ໜັກ​ແໜ້ນຂອງ​ອາຊີ​ຕາ​ເວັນ​ອອກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ