ນາຍົກລັດຖະມົນຕີ ສປ ຈີນພົບປະ ນາຍົກລັດຖະມົນຕີ ສປປລາວ
2015-11-21 20:51:14  cri 
ຕາມຂ່າວ CRI:ຕອນຄ່ຳວັນທີ 21 ພະຈິກນີ້ ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນໄດ້ພົບປະກັບທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ສປປ ລາວ ຢູ່ທີ່ບ່ອນພັກທີ່ນະຄອນຫຼວງກົວລະລຳເປີ ຂອງມາເລເຊຍ.


ທ່ານຫຼີເຄີ້ສຽງໄດ້ສະແດງຄວາມອວຍພອນຢ່າງອົບອຸ່ນຕໍ່ລາວ ທີ່ຈະຕ້ອນຮັບວັນສະຖາປະນາປະເທດຄົບຮອບ 40 ປີ. ທ່ານກ່າວວ່າ, ຈີນ-ລາວມີໄມຕີຈິດມິດຕະພາບອັນເປັນມູນເຊື້ອທີ່ໜາແໜ້ນ.ຈີນຍິນ ດີເຮັດໃຫ້ການໄປມາຫາສູ່ກັນລະດັບສູງກັບລາວມີຄວາມແໜ້ນແຟ້ນຂຶ້ນ,ເພີ່ມທະວີການແກລປ່ຽນດ້ານຍຸດທະສາດແລະສາມັກຄີຮ່ວມມືກັນຣ່ວມກັນຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ -ລາວຂຶ້ນສູ່ລະດັບໃໝ່.

ທ່ານຫຼີເຄິ້ສຽງ ຊີ້ອອກວ່າ, ປັດຈຸບັນ ການຮ່ວມມືຈີນ-ລາວໄດ້ຮັບໝາກຜົນອັນໃໝ່ທີ່ອຸດົມສົມບູນ ເຊິ່ງໂຄງການທາງລົດໄຟຈີນ-ລາວໄດ້ດຳເນີນໄປຢ່າງສະດວກ, ແລະຈະຈັດພິຈາວາງສີລະລຶກໃນ ອີກບໍ່ດົນ. ດາວທຽມໜ່ວຍທຳອິດຂອງປະເທດລາວກໍ່ໄດ້ຖືກສົ່ງຂຶ້ນສູ່ວົງໂຄຈອນຢ່າງສຳເລັດຜົນຢູ່ປະເທດຈີນ. ຫວັງວ່າ ສອງຝ່າຍຈະຮ່ວມກັນທຳຄວາມພະຍາຍາມຕື່ມອີກ, ຊຸກຍູ້ໃຫ້ ການຮ່ວມມືໃນ ການສ້າງເຂດຮ່ວມມືເສດຖະກິດ, ການສ້າງທາງດ່ວນ, ທາງລົດໄຟແລະພື້ນຖານໂຄງລ່າງອື່ນໆໃຫ້ໄດ້ຮັບຄວາມຄືບໜ້າໃໝ່, ເພື່ອສ້າງເປັນໂຄງການແບບຢ່າງແຫ່ງການເຊື່ອມຈອດກັນຢູ່ພາກພື້ນແຫ່ງນີ້.

ທ່ານຫຼີເຄີ້ສຽງກ່າວເນັ້ນວ່າ,ປີໜ້າ,ປະເທດລາວຈະເປັນປະເທດປະທານໝູນວຽນຂອງອາຊຽນ,ແລະທັງເປັນສະມາຊິກທີ່ສຳຄັນຂອງກົນໄກຮ່ວມມືແມ່ນນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຫາກໍ່ສ້າງຕັ້ງຂຶ້ນໃໝ່.ຈີນນຍິນດີປະສານງານກັບລາວຢ່າງແຫນ້ນແຟ້ນ, ຊຸກຍູ້ໃຫ້ການພົວພັນຈີນ-ອາຊຽນ ແລະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ມີການພັດທະນາໃຫຍ່ກວ່າເກົ່າ,ແລະສ້າງ ຄວາມຜາ ສຸກໃຫ້ແກ່ ປະຊາຊົນສອງປະເທດຈີນ-ລາວ ກໍ່ຄືປະຊາຊົນທົ່ວພາກພື້ນຫຼາຍກວ່າເກົ່າ.

ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ສປປ ລາວກ່າວວ່າ, ລາວຈີນມີມິດຕະພາບອັນເປັນມູນເຊື້ອທີ່ຍາວນານ, ມີການໄປມາຫາສູ່ກັນລະດັບສູງຢ່າງແໜ້ນແຟ້ນ, ການຮ່ວມມືທີ່ ແທ້ຈິງໄດ້ຮັບ ຄວາມ ຄືບໜ້າອັນໃໝ່, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໄດ້ພັດທະນາລົງສູ່ລວງເລິກ.ລາວຂໍຂອບ ໃຈນຳຈີນທີ່ໄດ້ ໃຫ້ການສະໜັບ ສະໜູນຕໍ່ການພັດ ທະນາເສດ ຖະກິດສັງຄົມ ຂອງລາວເປັນເວ ລາດົນນານມານີ້.

ໃນໄລຍະລາວດຳລົງຕຳແໜ່ງເປັນປະເທດປະທານໝູນວຽນຂອງອາຊຽນ, ຈະຊຸກຍູ້ໃຫ້ອາຊຽນກັບຈີນມີການແລກປ່ຽນແລະຮ່ວມມືກັນໃນຂົງເຂດການສ້າງສາເຊື່ອມຈອດກັນ, ເສດຖະກິດການຄ້າ, ວັດທະ ນະທຳແລະຂົງເຂດອື່ນໆ. ແລະຫວັງວ່າການຮ່ວມມືຕາມແມ່ນ້ຳລ້ານຊ້າງແມ່ນ້ຳຂອງໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ