ນາຍົກຈີນກ່າວເນັ້ນວ່າ: ເຮັດໃຫ້ຍຸດທະສາດພັດທະນາເຊື່ອມຈອດກັນ,ຍົກລະດັບການພັດທະນາເພື່ອຊຸກຍູ້ໃຫ້ເຂດອາຊີຕາເວັນອອກມີສັນຕິພາບແລະວັດຖະນາຖາວອນຕະຫຼອດໄປ
2015-11-22 10:02:50  cri 
ຕອນບ່າຍວັນທີ 21 ພະຈິກນີ້ຕາມເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ,ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນ+1 ຄັ້ງ
ທີ 18 ທີ່ໄຂຂຶ້ນຢູ່ສູນກອງປະຊຸມສາກົນກົວລະລຳເປີທີ່ມາເລເຊຍ. ຜູ້ນຳຂອງ 10 ປະເທດອາຊຽນໄດ້ຮ່ວມປະຊຸມຄັ້ງນີ້, ທ່ານຫຼີເຄີ້ສຽງແລະ
ທ່ານນາຈິບ,ນາຍົກລັດຖະມົນຕີມາເລເຊຍເປັນປະທານກອງປະຊຸມຮ່ວມ, ໃນກອງປະຊຸມ, ຝ່າຍທີ່ເຂົ້າຮ່ວມກອງປະຊຸມໄດ້ລົງເລິກຫາລືກັນ
ກ່ຽວກັບການຮ່ວມມືລະຫວ່າງຈີນ-ອາຊຽນ, ການພັດທະນາຂອງພາກພື້ນແລະອື່ນໆ, ໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນຢ່າງກວ້າງຂວາງ.

ໃນເວລາປະກອບຄຳຄິດຄຳເຫັນ, ທ່ານຫຼີເຄີ້ສຽງກ່າວວ່າ,ການພົວພັນລະຫວ່າງຈີນ-ອາຊຽນບໍ່ພຽງແຕ່ແມ່ນການພົວພັນສອງຝ່າຍເທົ່ານັ້ນ, ຍັງນັບມື້ນັບກາຍເປັນພື້ນຖານທີ່ສຳຄັນໃນການເຮັດໃຫ້ພາກພື້ນອາຊີຕາເວັນອອກມີສັນຕິພາບ, ສະເຖຍລະພາບແລະການພັດທະນາ.ຈີນຖືອາ
ຊຽນເປັນເຂດບູລິມະສິດໃນນະໂຍບາຍຕໍ່ປະເທດອ້ອມຂ້າງຕະຫຼອດມາ, ແລະຈະເດັດ ດ່ຽວສະໜັບສະໜູນການຫັນເປັນອັນໜຶ່ງອັນດຽວກັນຂອງ
ອາຊຽນ, ສະໜັບສະໜູນການສ້າງເປັນປະຊາຄົມອາຊຽນ,ສະໜັບສະໜູນອາຊຽນໃຫ້ມີຖານະໃຈກາງໃນການຮ່ວມມືພາກພື້ນ. ສອງຝ່າຍຄວນກຳ
ນົດຢ່າງຈະແຈ້ງ່ວາ: ຕ້ອງເຮັດໃຫ້ພື້ນຖານການຮ່ວມມືມີຄວາມໜັກແໜ້ນຂຶ້ນດ້ວຍການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ຊຸກຍູ້
ການຮ່ວມກັນຈະເລີນຮຸ່ງເຮືອງດ້ວຍການພັດທະນາແບບເຊື່ອມໂຍງເຂົ້າກັນ, ຫຼຸດຄວາມເຫັນທີ່ຂັດແຍ່ງກັນໃຫ້ໜ້ອຍລົງດ້ວຍການສະແຫວງຫາ
ສິ່ງທີ່ຄືກັນແລະສະຫງວນສິ່ງທີ່ຕ່າງກັນ, ກຳແໜ້ນໂອກາດປະຫວັດສາດທີ່ຫາຍາກ, ເຮັດໃຫ້ຍຸດທະສາດພັດທະນາຂອງແຕ່ລະຝ່າຍນັ້ນເຊື່ອມ
ຈອດກັນ, ຍົກລະດັບການພັດທະນາໂດຍລວມຂອງ 11 ປະເທດ, ຍາດແຍ່ງໃຫ້ບັນລຸເປົ້າໝາຍຮ່ວມທີ່ສ້າງເປັນປະຊາຄົມອເສດຖະກິດອາຊີຕາ
ເວັນອອກໃນປີ 2020, ຊຸກຍູ້ໃຫ້ພາກພື້ນອາຊີຕາເວັນອອກມີສັນຕິພາບແລະວັດຖະນະຖາວອນຢ່າງຍາວນານ. ສະນັ້ນ ທ່ານຫຼີເຄີ້ສຽງໄດ້ວາງ
ຂໍ້ສະເໜີ 6 ຂໍ້ອອກຄືດັ່ງນີ້:

ຂໍ້ທີ1: ເພີ່ມທະວີການຫັນການພັດທະນາການຮ່ວມມືລະຫວ່າງຈີນ-ອາຊຽນໃຫ້ເປັນກົນໄກຕື່ມອີກ. ຜັນຂະຫຍາຍ《ແຜນການດຳເນີນງານ 5 ປີ》
ສະບັບທີ 3 ທີ່ກ່ຽວພັນເຖິງການພົພວັນຄູ່ຮ່ວມຍຸດທະສາດແລະ"ຂອບການຮ່ວມມື 2+7"ໃຫ້ດີ, ຖືການຈັດກອງປະຊຸມສຸດຍອດລະລຶກການ
ພົວພັນສົນທະນາລະຫວ່າງຈີນ-ອາຊຽນຄົບຮອບ 25ປີ ໃນປີ 2016 ເປັນໂອກາດ, ຊຸກຍູ້ໃຫ້ການຮ່ວມມືອາຊຽນ+1 ເດີນໄປຕາມໂຄຈອນທີ່
ຖືກຕ້ອງເປັນຢ່າງດີ. ສ້າງກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຫາກໍ່ລິເລີ່ມຂຶ້ນນັ້ນໃຫ້ເປັນການຕາບຈູນກັບກົນໄກຮ່ວມມືອະນຸພາກພື້ນທີ່
ມີຢູ່ໃນປັດຈຸບັນແລະພັດທະນາຢ່າງປະສານກັນ. ສືບຕໍ່ສະໜັບສະໜູນອາຊຽນໃນການຫຼຸດຄວາມແຕກໂຕນກັນດ້ານການພັດທະນາຢູ່ພາຍໃນອາຊຽນ
ໃຫ້ໜ້ອຍລົງ.

ຂໍ້ທີ2: ເລັ່ງລັດການຍົກລະດັບຂອງການຮ່ວມມືດ້ານເສດຖະກິດແລະການຄ້າ. ສອງຝ່າຍຄວນເລັ່ງລັດຊຸກຍູ້ໃຫ້ການເຈລະຈາຍົກລະດັບຂອງເຂດ
ການຄ້າເສລີຈີນ-ອາຊຽນໄດ້ຮັບໝາກຜົນໂດຍໄວ, ເຮັດໃຫ້ການຄ້າ ການລົງທຶນມີຄວາມສະດວກຫຼາຍກວ່າເກົ່າ, ພະຍາຍາມເຮັດໃຫ້ເປົ້າໝາຍ
ທີ່ໃຫ້ການຄ້າສອງຝ່າຍບັນລຸ 1000 ຕື້ໂດລາໃນປີ 2020 ເປັນຈິງ. ສ້າງສະພາບແວດລ້ອມການຄ້າທີ່ໝັ້ນທ່ຽງ, ໄດ້ຮັບຜົນປະໂຫຍດແລະໂປ່ງໄສ,
ເປີດກວ້າງການໄປມາຫາສູ່ກັນຂອງການຄ້າດ້ານບໍລິການ, ແລະດຳເນີນການຮ່ວມມືດ້ານເສດຖະກິດເຕັກນິກໃນຂົງເຂດກະສິກຳ, ການປະມົງແລະ
ປ່າໄມ້. ສຳເລັດການເຈລະຈາກ່ຽວກັບ"ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ"ຫຼື RCEP ໂດຍໄວ, ເພື່ອສ້າງ
ພື້ນຖານໃຫ້ແກ່ການສ້າງລະບົບ ການຄ້າພາກພື້ນທີ່ສົມບູນກວ່າເກົ່າ.

ຂໍ້ທີ3: ຊຸກຍູ້ໃຫ້ຂໍ້ລິເລີ່ມກ່ຽວກັບການສ້າງ"ແລວທາງເສດຖະກິດເສັ້ນທາງສາຍໄໝແລະເສັ້ນທາງສາຍໄໝທາງທະເລໃນສັດຕະວັດທີ 21" ຫຼື
"ໜຶ່ງແລວທາງ ໜຶ່ງເສັ້ນທາງ"ເຊື່ອມຈອດກັບຍຸດທະສາດພັດທະນາຂອງບັນດາປະເທດທີ່ຢູ່ພາກພື້ນແຫ່ງນີ້. ຈີນຍິນດີເຂົ້າຮ່ວມ 《ແຜນຜັງ
ລວມກ່ຽວກັບການເຊື່ອມຈອດກັນຂອງອາຊຽນ》, ຕັ້ງໜ້າຊຸກຍູ້ການສ້າງທາງລົດໄຟຟານອາຊີ, ຍາດແຍ່ງໃຫ້ໂຄງການສຳຄັນຕ່າງໆເຊັ່ນໂຄງການ
ທາງລົດໄຟຈີນ-ໄທ ແລະໂຄງການທາງລົດໄຟຈີນ-ລາວເລີ່ມດຳເນີນການກໍ່ສ້າງໂດຍໄວ, ຊຸກຍູ້ໃຫ້ພາກພື້ນນີ້ເຊື່ອຈອດກັນແລະສື່ສານກັນ.
ເສີມຂະຫຍາຍບົດບາດຂອງເວທີຕ່າງໆເຊັ່ນ: ທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB), ກອງທຶນເສັ້ນທາງສາຍໄໝ,ກອງທຶນຮ່ວມມື
ການລົງທຶນຈີນ-ອາຊຽນ ແລະອື່ນໆຢ່າງເຕັມສ່ວນ, ໃຫ້ການສະນັບສະໜູນດ້ານສະໜອງທຶນໃຫ້ແກ່ໂຄງການທີ່ກ່ຽວຂ້ອງ.

ຂໍ້ທີ4: ຄົ້ນຄວ້າການດຳເນີນການຮ່ວມມືດ້ານຄວາມສາມາດການຜະລິດຂອງສາກົນ. ເສີມຂະຫຍາຍທ່າແຮງຂອງແຕ່ລະຝ່າຍດຳເນີນການຮ່ວມມື
ດ້ານຄວາມສາມາດການຜະລິດໃນຂົງເຂດພື້ນຖານໂຄງລ່າງ; ກົນຈັກ, ພະລັງງານໄຟຟ້າ, ການກໍ່ສ້າງ, ໂທລະຄົມມະນາຄົມແລະການສ້າງສວນ
ອຸດສາກຳ ແລະອື່ນໆ, ບັນລຸການໄດ້ຮັບຜົນປະໂຫຍດເຊິ່ງກັນແລະກັນ.

ຂໍ້ທີ5: ຮ່ວມກັນຍົກລະດັບການຮ່ວມມືດ້ານຄວາມໝັ້ນຄົງ. ຈີນຍິນດີຮ່ວມກັບອາຊຽນສ້າງການພົບປະບໍ່ເປັນທາງການລະດັບລັດຖະມົນຕີປ້ອງກັນປະ
ເທດໃຫ້ເປັນແບບກົນໄກ, ເພື່ອຄົ້ນຄວ້າຫາລືການສ້າງໂທລະສັບໂດຍກົງກ່ຽວກັບການປ້ອງກັນຄວາມປອດໄພລະຫວ່າງຈີນ-ອາຊຽນ. ເພີ່ມທະວີ
ການຮ່ວມມືໃນດ້ານການໂຈມຕີອາຊະຍາກຳຂ້າມຂາດ, ຕ້ານການກໍ່ການຮ້າຍ, ການຄວບຄຸ້ມໄພພິບັດແລະຂົງເຂດຄວາມ ໝັ້ນຄົງທີ່ບໍ່ແມ່ນດັ້ງ
ເດີມຕ່າງໆ.

ຂໍ້ທີ6: ພະຍາຍາມຊຸກຍູ້ໃຫ້ພາກພື້ນແຫ່ງນີ້ພັດທະນາແບບຍືນຍົງ. ສອງຝ່າຍຄວນຖື "ປີແຫ່ງການຮ່ວມມືທາງທະເລຈີນ-ອາຊຽນ"ເປັນໂອ
ກາດ, ສືບຕໍ່ຊຸກຍູ້ການຮ່ວມມືທາງທະເລ.ຈີນຍິນດີເພີ່ມທະວີການຮ່ວມມືດ້ານການສ້າງສາຄວາມສາມາດທາງກະສິກຳກັບອາຊຽນ, ຮ່ວມກັນປົກປັກຮັກ
ສາຄວາມປອດໄພທາງອາຫານຂອງພາກພື້ນ. ສ້າງສູນຂໍ້ມູນຂ່າວສານດ້ານການອະນາລັກສິ່ງແວດລ້ອມນຳກັນ, ຄົ້ນຄວ້າການສ້າງການພົວພັນຄູ່
ຮ່ວມພັດທະນາຕົວເມືອງທີ່ເປັນມິດກັບທຳມະຊາດຈີນ-ອາຊຽນ, ຮ່ວມກັນບັນລຸການພັດທະນາແບບອະນຸລັກສິ່ງແວດລ້ອມ. ແລະຖື "ປີການແລກ
ປ່ຽນການສຶກສາລະຫວ່າງຈີນ-ອາຊຽນ" ເປັນໂອກາດ,ລົງເລິກການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳແລະບຸກຄະລາກອນ.

ທ່ານຫຼີເຄີ້ສຽງກ່າວເນັ້ນວ່າ: ຈີນກັບອາຊຽນມີອະນາຄົດການຮ່ວມມືທີ່ກວ້າງໄກ, ແລະໂອກາດທີ່ຫາຍາກ. ຈີນຍິນດີຢູ່ຮ່ວມກັບບັນດາປະເທດອາຊຽນ
ຢ່າງຖືກຕ້ອງປອງດອງກັນຈົນເທົ່າໃດໆ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງແລະວັດທະນາຖາວອນຮ່ວມກັນ,ເພື່ອປະກອບສ່ວນເທົ່າທີ່ຄວນເຂົ້າໃນພາ
ລະກິດສັນຕິພາບແລະການພັດທະນາຂອງອາຊີຕາເວັນອອກກໍ່ຄືຂອງໂລກ.

ຜູ້ນຳບັນດາປະເທດອາຊຽນໄດ້ຕີລາຄາເປັນຢ່າງດີຕໍ່ຜົນງານທີ່ຮັບໃນການພັດທະນາການພົວພັນລະຫວ່າງອາຊຽນ-ຈີນ, ໄດ້ຍ້ອງຍໍຈີນທີ່ໄດ້
ອອກແຮງຊຸກຍູ້ 《ແຜນການດຳເນີນງານ ເພື່ອຜັນຂະຫຍາຍຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມຍຸດທະສາດທີ່ອວ່າຍໜ້າໄປສູ່ສັນ
ຕິພາບແລະຈະເລີນຮຸ່ງເຮືອງລະຫວ່າງອາຊຽນ-ຈີນ》,ໂດຍເຫັນວ່າການພັດທະນາຂອງຈີນແມ່ນມີຜົນດີຕໍ່ສະເຖຍລະພາບແລະການພັດ
ທະນາຂອງທົ່ວພາກພື້ນ. ຂອບໃຈຈີນທີ່ໄດ້ສະໜັບສະໜຸນຖານະໃຈກາງຂອງອາຊຽນໃການຮ່ວມມືພາກພື້ນ,, ການສ້າງປະຊາຄົມອາຊຽນ,
ຕັ້ງໜ້າເຂົ້າຮ່ວມການຜົນຂະຫຍາຍແຜນການລວມໃນການສ້າງອາຊຽນໃຫ້ເຊື່ອມຈອດກັນ, ແລະໄດ້ໃຫ້ການຊ່ວຍເຫຼືອຢ່າງແຂງແຮງໃຫ້ແກ່
ການພັດທະນາຂອງປະເທດຕ່າງໆໃນອາຊຽນ. ຜູ້ນຳບັນດາປະເທດທີ່ຮ່ວມປະຊຸມເຫັນວ່າ, ອາຊຽນໃຫ້ຄວາມສຳຄັນແລະຕີລາຄາຢ່າງສູງຕໍ່
ການສ້າງການພົວພັນຄູ່ຮ່ວມຍຸດທະສາດກັບຈີນ. ການໄປມາຫາສູ່ກັນລະຫວ່າງອາຊຽນ-ຈີນແມ່ນຮອບດ້ານໃນຂອບເຂດກວ້າງຂວາງແລະ
ເຕັມໄປດ້ວຍພະລັງຊີວິດຊີວາ. ຜົນປະໂຫຍດຮ່ວມລະຫວ່າງສອງຝ່າຍຈະຫຼາຍກວ່າຄວາມເຫັນທີ່ຂັດແຍ່ງກັນ. ບັນດາປະເທດອາຊຽນສະ
ໜັບສະໜຸນຂໍ້ລິເລີ່ມຂອງຈີນກ່ຽວກັບການຈັດກິດຈະກຳລະລຶກສ້າງຕັ້ງການພົວພັນສົນທະນາກັນລະຫວ່າງອາຊຽນ-ຈີນຄົບຮອບ 25 ປີ,
ສະໜັບສະໜຸນໃຫ້ກຳນົດປີ 2016 ເປັນ "ປີແຫ່ງການແລກປ່ຽນການສຶກສາລະຫວ່າງອາຊຽນ-ຈີນ", ຍິນດີໄດ້ເຫັນຈີນສະເໜີຂໍ້ລິເລີ່ມ
ກ່ຽວກັບ"ໜຶ່ງແລວທາງ ໜຶ່ງເສັ້ນທາງ", ຄອງຄອຍໃຫ້ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈົ່ງເສີມຂະຫຍາຍບົດບາດໂດຍໄວ.
ອາຊຽນຍິນດີຮ່ວມກັບຈີສຸມໃສ່ການຮ່ວມມືໃນຂົງເຂດທີ່ກວ້າງຂວາງເຊັ່ນ: ການເມືອງ, ເສດຖະກິດການຄ້າ, ການສ້າງສາເຊື່ອມຈອດກັນ,
ຄວາມສາມາດການຜະລິດ ວັດທະນະທຳ ການສຶກສາແລະອື່ນໆ, ແກ້ໄຂຄວາມຂັດແຍ່ງກັນດ້ວຍການສົນທະນາຢ່າງມີສັນຕິພາບແລະມີ
ລັກສະນະສ້າງັສນ, ຈະບໍ່ກະທົບສະພາບການລວມ ຂອງການພົວພັນລະຫວ່າງອາຊຽນ-ຈີນດ້ວຍບັນຫາໃດໜຶ່ງ, ຍິນດີທຳຄວາມພະຍາ
ຍາມຮ່ວມກັບຈີນ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍໃຫ້ກ້າວເຖິງລະດັບໃໝ່, ຮ່ວມກັນຊຸກຍູ້ສັນຕິພາບແລະການພັດທະນາຂອງພາກພື້ນແຫ່ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ