ນາຍົກ​ຈີນ​ກ່າວ​ເນັ້ນ​ວ່າ, ມີມິດຕະພາບຕໍ່ກັນທຸກ​ເຊັ່ນ​ຄົນ ຮ່ວມມື​ກັນແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເລັ່ງລັດ​ຊຸກຍູ້​ຂະ​ບວນການ​​ສ້າງສາ​ເສດຖະກິດ​ຂອງ​ອາຊີ​ຕາ​ເວັນ​ອອກເປັນອັນໜຶ່ງອັນດຽວກັນ
2015-11-22 10:34:13  cri 
ຕອນ​ບ່າຍ​ວັນ​ທີ21ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ຊຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-​ຈີນ,​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ (10+3) ຄັ້ງ​ທີ 18 ທີ່​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​​ກົວ​ລະ​ລຳ​ເປີ​ຂອງ​ມະ​ເລ​ເຊຍ. ຜູ້ນຳ 10 ປະ​ເທດ​ອາ​ຊຽນພ້ອມ​ດ້ວຍ​ທ່ານ​ນາງ​ປັກ​ຈຸນ​ເຮ ປະທານາທິບໍດີ​ສ.​ເກົາຫຼີ​ ແລະ​ທ່ານ​ຊິນ​ໂຈະ ອະ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ນາ​ຈິບ ຕຸ​ນ ຣາຊັກ​ ນາຍົກລັດຖະມົນຕີມະ​ເລ​ເຊຍເປັນ​ປະທານ​ກອງ​ປະຊຸມ.


ທ່ານ​ຫຼີ​ເຄີ້ຊຽງ​ໄດ້​ປະກອບ​ຄຳ​​ເຫັນ ໂດຍກ່າວ​ວ່າ, ປະຈຸ​ບັນ​ນີ້, ການ​ພັດທະນາ​ເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ໄດ້​ຮັກສາ​ທ່າ​ອຽງ​ເຕີບ​ໂຕ​ໂດຍ​ລວມ, ຍັງ​ແມ່ນ​ພາກ​ພື້ນ​ໜຶ່ງ​ທີ່​ມີ​ພະລັງ​ຊີວິດ​ຊີວາ​ ແລະ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ການ​ພັດທະ ນາ​ຫຼາຍ​ທີ່​ສຸດ​ໃນ​ທົ່ວ​ໂລກ. ປະຊາ​ຄົມ​ອາ​ຊຽນກຈະ​ປະກາດ​ສ້າງ​ຕັ້ງ​ຂຶ້ນໃນອີກບໍ່ດົນ, ການ​ຮ່ວມ​ມື​ພາຍ​ໃນ​ປະ​ເທດ​ອາ​ຊຽນ​ໄດ້ກ້າວ​ເຂົ້າ​ສູ່​ໄລຍະ​ປະຫວັດສາດ​ອັນໃໝ່ ເຊິ່ງນີ້​ຈະ​​ເພີ່ມ​ພະລັງແຮງ​ອັນ​ໃໝ່​ໃນການຊຸກຍູ້​ການ​ຮ່ວມ​ມື​ອາ​ຊຽນ+3. ຈີ​ນຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ເດີນ​ຕາມ​ເສັ້ນທາງ​ທີ່​ມີມິດຕະພາບຕໍ່ກັນທຸກເຊັ່ນ​ຄົນ ​ແລະ​ຮ່ວມ​ມືກັນ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ຫຼີ​ເຄີ້ຊຽງ​ໄດ້​ວາງ​ຂໍ້​ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມືອາ​ຊຽນ+3 ຄືດັ່ງນີ້:

ໜຶ່ງ, ​ເລັ່ງລັດ​ຊຸກຍູ້​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ​ພັດທະນາເປັນອັນໜຶ່ງອັນ ດຽວກັນ; ສອງ, ຮ່ວມ​ກັນ​ຮັກສາຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ເງິນ​ຂອງ​ພາກ​ພື້ນ;ສາມ, ຍົກ​ລະດັບ​ການເຊື່ອມຈອດ​ກັນ​ແລະ​ເຊື່ອມ​ໂຍງ​ກັນ. ສີ່, ດຳ​ເນີນ​ການ​ຮ່ວມ​ມືໃນດ້ານການ​ຍົກ​ລະດັບ​ຄວາມ​ສາມາດ​ການ​ຜະລິດ​ສາກົນ; ຫ້າ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ດ້ານ​ກະສິກຳ; ຫົກ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ ແລະບຸກຄະລາກອນ.

ຜູ້ນຳ​ບັນດາ​ປະ​ເທດ​ທີ່ຮ່ວມ​ປະຊຸມ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຝ່າຍ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ອາ​ຊຽນ+3, ​ພ້ອມ​ດ້ວຍ​ຄວາມ​ໝາຍ​​ແລະ​ບົດບາດ​ອັນ​ສຳຄັນ​ຂອງ​ກອງ​ປະຊຸມ​ຜູ້ນຳ​ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ. ຜູ້ນຳ​ຕ່າງໆ​ກ່າວ​ວ່າ, ການ​ຮ່ວມ​ມື​ອາ​ຊຽນ+3​ແມ່ນ​ຊ່ອງ​ທາງ​ຕົ້ນຕໍ​ສຳລັບ​ການ​ຮ່ວມ​ມື​​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ​ເປັນ​ແຮງ​ຊຸກຍູ້​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ອາຊີ​ຕາ​ເວັນ​ອອກ. ບັນດາ​ປະ​ເທດ​ຄວນ​ໃຊ້​ມາດ​ຕະການ​ຮ່ວມ​ມື​ອັນ​ແທ້​ຈິງ​ຕື່ມ​ອີກ, ຊຸກຍູ້​​ສ້າງອາຊີ​ຕາ​ເວັນ​ອອກ​ໃຫ້ເປັນອັນໜຶ່ງອັນດຽວກັນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ການ​ທະນາຄານ​ແລະ​ການ​ລົງທຶນ, ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ແລະ​ເຊື່ອມ​ໂຍງ​ກັນ​ໃນ​ພາກ​ພື້ນ, ​ເລັ່ງລັດ​ຂະ​ບວນການ​ເຈລະຈາ​ກ່ຽວ​ກັບRCEP, ສົ່ງ​ເສີມ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ ແລະບຸກຄະລາກອນ, ​ຕັ້ງໜ້າ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ແບບ​ໃໝ່, ຮ່ວມ​ມື​ຊຸກຍູ້​ສັນ​ຕິ​ພາບ​ແລະ​ຄວາມ​ວັດທະນະ​ຖາວອນ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ