ທ່ານ​ຫຼີ​ເຄີ້ຊຽງ​ເຂົ້າ​ຮ່ວມ​ພິທີ​ຖະ​ແຫຼງການ​ຮ່ວມ​ຜູ້​ນຳ​ປະ​ເທດ​ພາຄີ"ສັນຍາ​ວ່າ​ດ້ວຍສາຍ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ"
2015-11-22 13:50:17  cri 
ຕອນ​ເຊົ້າ​ວັນ​ທີ22ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,​ ທ່ານ​ຫຼີ​ເຄີ້ຊຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ອອກ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ຜູ້ນຳ​ພາຄີ"ສັນຍາ​ວ່າ​ດ້ວຍສາຍ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ"ຫຼືRCEPທີ່​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​ກົວ​ລະ​ລຳ​ເປີ​ຂອງ​ມະ​ເລ​ເຊຍ. ຜູ້ນຳ​ຂອງ10ປະ​ເທດ​ອາ​ຊຽນ,​ສ.​ເກົາຫຼີ, ຍີ່ປຸ່ນ, ອົສຕຼາລີ,​ນູ​ແວນ​ເຊ​ລັງ​ແລະ​ອິນ​ເດຍກໍ່​ໄດ້​ເຂົ້າ​ຮ່ວມ.

​ໃນ​ຖະ​ແຫຼ​ງການ​ຮ່ວມ​ຊີ້​ອອກ​ວ່າ,​ຜູ້ນຳ​ປະ​ເທດພາຄີRCEPຊົມ​ເຊີຍ​ຄວາມ​ຄືບ​ໜ້າ​ທີ່​ແທ້​ຈິງ​ໃນ​ການ​ເຈລະຈາ.​RCEPມີ​ຄວາມ​ໝາຍ​ອັນ​ສຳຄັນ​ຕໍ່​ການ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ, ​ເປັນ​ຊ່ອງ​ທາງ​ອັນ​ສຳຄັນ​ທີ່​ຊຸກຍູ້​ເສດຖະກິດ​ໃນ​ພາກ​ພື້ນ​ເຊື່​ອມ​ໂຍງ​​ເຂົ້າກັນເປັນອັນ​ໜຶ່ງ​ອັນ​ດຽວ​ກັນ. ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ດຸນ​ດ່ຽງ​ກັນ, ​ເພີ່ມ​ທະວີ​ສາຍ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ. ຜູ້ນຳ​ປະ​ເທດ​ຕ່າງ​ໆ​ຮຽກຮ້ອງ​ໃຫ້​ຄະນະ​ເຈລະຈາ​ເລັ່ງລັດ​ດຳ​ເນີນ​ວຽກ​ງານ, ພະຍາຍາມ​ໃຫ້​ສຳ​ເລັດ​ການ​ເຈລະຈາ​ພາຍໃນ​ປີ2016.

ການ​ເຈລະຈາ​ກ່ຽວ​ກັບRCEP​ແມ່ນ​ເລີ່​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພຶດສະພາ​ປີ2013,​ມາ​ຮອດ​ປະຈຸ​ບັນ​ໄດ້​ຈັດການ​ເຈລະຈາ10ຮອບ​ແລະ​ກອງ​ປະຊຸມ​ລັດຖະມົນຕີເສດຖະກິດ​ການ​ຄ້າ4ຄັ້ງ​ແລ້ວ,​ຈຸດ​ປະສົງ​ແມ່ນ​ເພື່ອ​ຕົກລົງ​ສັນຍາ​ການ​ຄ້າ​ເສລີ​ທີ່​ທັນ​ສະ​ໄໝ, ຮອບດ້ານ, ມີ​ຄຸນ​ນະພາ​ບສູງ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ