ທ່ານ​ຫຼີ​ເຄີ້ຊຽງ​ສະ​ເໜີ​ຂໍ້​ລິ​ເລີ່​ມ5ຂໍ້​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ10
2015-11-22 14:41:35  cri 
ຕອນ​ເຊົ້າ​ວັນ​ທີ22ພະຈິກ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ10ທີ່​ຈັດ​ຂຶ້ນ​ຢູ່​ສູນ​ປະຊຸມ​ສາກົນ​ກົວ​ລະ​ລຳ​ເປີ​ຂອງ​ມະ​ເລ​ເຊຍ,​ທ່ານ​ຫຼີ​ເຄີ້ຊຽງ, ນາຍົກລັດຖະມົນຕີຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ5ຂໍ້​ກ່ຽວ​ກັບ​ບັນດາ​ປະ​ເທດ​ຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຢູ່​​ເຂດ​ທະ​ເລ​ຈີນ​ໃຕ້,​ຄື:
ໜຶ່ງ,​ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ຕາມ​ຈຸດ​ປະສົງ​ແລະ​ຫຼັກການ​​ຂອງ"ກົດ​ບັດ​ສະຫະ​ປະຊາ​ຊາດ", ປົກ​ປ້ອງ​ໝາກຜົນ​​ແຫ່ງ​ໄຊຊະນະ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ2​ແລະ​ລະບຽບການ​ຫຼັງ​ສົງຄາມ, ທະ​ນຸຖະໜອມ​ສັນຕິພາບ​ທີ່​ຍາດ​ມາ​​ໄດ້​ດ້ວຍ​ຄວາມ​ຫຍຸ້ງຍາກ​ລຳບາກ, ຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ສາກົນ​ກໍ່​ຄື​ພາກ​ພື້ນ ​ເຊິ່ງລວມທັງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້.


ສອງ,​ປະ​ເທດ​ອະທິປະ​ໄຕ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ຕາມ​ຫຼັກການ​ກົດໝາຍ​ສາກົນ​ທີ່​ໄດ້​ຮັບ​ຮູ້​ທົ່ວ​ໄປ,ເຊິ່ງລວມທັງ"ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ", ​​ໂດຍ​ຜ່ານ​ຈາກ​ການ​ປຶກສາ​ຫາລື​ແລະ​ການ​ເຈລະຈາ​ຢ່າງ​ມີ​ໄມຕີ​ຈິດ, ​​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ຜືນ​ແຜ່ນດິນ​ແລະ​ສິດ​ຄອບ​ງຳ​ດ້ວຍ​ສັນຕິ​ວິທີ.

ສາມ, ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຈັດ​ຕັ້ງ​ປະຕິບັດ"ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະຕິບັດ​ງານ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້"ຢ່າງຮອບດ້ານ,​ມີ​ປະສິດທິ​ຜົນ​ແລະ​ຄົບ​ຖ້ວນ, ​ເລັ່ງລັດ​ການປຶກສາ​ຫາລື​ກ່ຽວ​ກັບ"ລະບຽບ​ການ​ວ່າ​ດ້ວຍ​ການ​ປະຕິບັດ​ງານ​ຢູ່​ທະ​ເລ​ຈີນ​ໃຕ້", ຕົກລົງ​"ລະບຽບ​ການ"ດັ່ງກ່າວ​ໂດຍ​ໄວ​ບົນ​ພື້ນຖານ​​ແຫ່ງ​ການ​ຫາລື​ຕົກລົງ​ເປັນ​ເອກະສັນ​ກັນ, ​ແລະ​ນຳ​ໃຊ້​ມາດ​ຕະການ​ເພື່ອ​ປັບປຸງ​ແລະ​ກໍ່ສ້າງ​ກົນ​ໄກ​ຮ່ວມ​ມື​ແບບ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ພາກ​ພື້ນ.

ສີ່, ປະ​ເທດ​ຢູ່​ນອກ​ພາກ​ພື້ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ເຄົາລົບ​ແລະ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງປະ​ເທດ​ພາຍ​ໃນ​ພາກ​ພື້ນ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້, ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ແລະ​ມີ​ລັກສະນະ​ສ້າງສັນ, ບໍ່​ນຳ​ໃຊ້​ການ​ກະທຳ​ທີ່​ຈະ​ເຮັດ​ໃຫ້​ສະຖານະ​ການ​ໃນ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນ.

ຫ້າ, ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ໃຊ້​ແລະ​ປົກ​ປ້ອງສິດ​ເສລີພາບດ້ານ​ການ​ເດີນ​ເຮືອ​ແລະ​ການບິນ​ຢູ່​ທະ​ເລ​ຈີນ​ໃຕ້​ຕາມ​ກົດໝາຍ​ສາກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ