ນາຍົກ​ຈີນ​ບັນ​ລະ​ຍາຍຫຼັກການ​ແລະ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ
2015-11-22 18:55:46  cri 
ຕອນ​ເ​ຊົ້າວັນ​ທີ22ພະຈິກ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ,​ ທ່ານ​ຫຼີ​ເຄີ້ຊຽງ,ນາຍົກລັດຖະມົນຕີຈີນ​ໄດ້​ບັນ​ລະ​ຍາຍຫຼັກການ​ແລະ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.

ທ່ານ​ຫຼີ​ເຄີ້ຊຽງ​ກ່າວ​ວ່າ,​ຈີນ​ພະຍາຍາມ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ລະຫວ່າງ​ປະ​ເທດ​ອະທິ​ປະ​ໄຕ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ໂດຍ​ກົງ, ຈີນ​ແລະ​ປະ​ເທດ​ອາ​ຊຽນຮ່ວມ​ກັນ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້.​​ ​ໃນ​ຫຼາຍ​ປີຜ່ານມາ, ​ໂດຍ​ຜ່ານ​ຄວາມ​ພະຍາຍາມ​ຮ່ວມ​ກັນ​ຂອງ​ຈີນ​​ແລະ​ປະ​ເທດ​ອາ​ຊຽນ, ຢູ່​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້​ໄດ້​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ໂດຍ​ລວມພາຍ​ໃຕ້​ສະພາບ​ການ​ທີ່​ບໍ່​ມີ​ການ​ແຊກ​ແຊງ​ຈາກ​ອິດ​ທິກຳລັງ​ພາຍ​ນອກ. ພວກ​ຂ້າພ​ະ​ເຈົ້າ​ພວມ​ຈັດ​ຕັ້ງ​ປະຕິບັ​ດ"ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະຕິບັດ​ງານ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້"ຢ່າງ​ຮອບດ້ານ​ແລະ​ມີ​ປະສິດທິ​ຜົນ, ດຳ​ເນີນ​ການ​ຮ່ວມ​ມື​ອັນ​ແທ້​ຈິງ, ຕັ້ງໜ້າ​ຊຸກຍູ້​ການ​ປຶກສາ​ຫາລື​ກ່ຽວ​ກັບ"​ລະບຽບ​ການ​ວ່າ​ດ້ວຍ​ການ​ປະຕິບັດ​ງານ​ຢູ່​ທະ​ເລ​ຈີນ​ໃຕ້", ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ.

ທ່ານ​ຍັງ​ຊີ້​ອອກ​ວ່າ, ຈີນ​​ໄດ້​ລິ​ເລີ່​ມຢ່າງ​ຕັ້ງໜ້າ, ​ແລະ​ສະໜັບສະໜູນ​ຢ່າງ​ເດັດດ່ຽວ​ຕໍ່​ສິດ​ເສລີ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ​ຢູ່​ທະ​ເລ​ຈີນ​ໃຕ້​ຕະຫຼອດ​ມາ. ຈີນ​ເປັນ​ປະ​ເທດ​ທີ່​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ຄ້າ​ໃນ​ໂລກ, ທະ​ເລ​ຈີນ​​ໃຕ້​ເປັນ​​ເສັ້ນທາງ​ເດີນ​ເຮືອ​ສາກົນ​ທີ່​ສຳຄັນ​,​ຖ້າ​ສະຖານະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ບໍ່​ມີ​ສະ​ເຖຍລະ​ພາບ, ຜູ້​ທີ່​ຈະ​ປະສົບ​ຜົນ​ເສຍ​ຫາຍ​ກ່ອນໝູ່​ກໍ່​ແມ່ນ​ປະ​ເທດ​ທີ່ຢູ່​ໃນ​ພາກ​ພື້ນ​ນີ້ ​ເຊິ່ງລວມທັງ​ປະ​ເທດ​ຈີນ, ກໍ່​ບໍ່​ມີ​ຜົນ​ດີ​ຕໍ່​ປະ​ເທດ​ອື່ນ. ຄວາ​ມ​ເສລີ​ພາບ​ໃນດ້ານ​ການ​ເດີນ​ເຮືອ​ແລະ​ການບິນ​ຢູ່​ທະ​ເລ​ຈີນ​​ໃຕ້​ບໍ່​ເຄີຍ​ມີ​ບັນຫາ​ແຕ່​ໃດໆ​ມາ, ປະ​ເທດ​ໃນ​ພາກ​ພື້ນ​ນີ້​ມີ​​ເຈຕະນາ, ​ແລະກໍ່​ມີ​ຄວາມ​ສາມາດ​ສືບ​ຕໍ່​ຮັກສາ​ໃຫ້​ດີ. ຈີນ​ດຳ​ເນີນ​ການ​ກໍ່ສ້າງ​ຢູ່​ເທິງ​ເກາະດອນ​ທີ່​ຂຶ້ນ​ກັບ​ຕົນ​ເອງ​ນັ້ນ​ແມ່ນ​ສົມ​ເຫດ​ສົມ​ຜົນ​ແລະ​ຊອບ​ດ້ວຍ​ກົດໝາຍ, ບໍ່​ໄດ້​ແນ​ໃສ່​ຫຼືບໍ່​​ເປັນ​ຜົນ​ກະທົບ​ຕໍ່​ປະ​ເທດ​ໃດໆ, ມີ​ຜົນ​ດີ​ຕໍ່​ການ​ຮັກສາ​ເສລີພາບ​ໃນ​ການ​ເດີນ​ເຮືອ, ຮັບ​ມື​ກັບ​ໄພພິບັດ​ເທິງ​ທະ​ເລ, ບໍ່​ເຖິງ​ຂັ້ນ​ທີ່​ວ່າ"ຫັນ​ເປັນ​ການ​ທະຫານ". ປະ​ເທດ​ທີ່​ກ່ຽວຂ້ອງ​ນຳ​ໃຊ້​ສິດ​ເສລີ​ພາບ​ໃນດ້ານ​ການ​ເດີນ​ເຮືອ​ແລະ​ການບິນ,​ຄວນ​ເຄົາລົບ​ອະທິປະ​ໄຕ​ແລະ​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ທີ່ຢູ່​ແຄມ​ທະ​ເລ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ