ຜູ້ນຳ​ປະ​ເທດອາ​ຊຽນ​ລົງ​ນາມ​​ໃນ "ຖະ​ແຫຼງການ​ກົວ​ລະ​ລຳ​ເປີ" ປະກາດ​ປະຊາ​ຄົມ​ອາ​ຊຽນຈະ​ສ້າງ​ຕັ້ງ​ຂຶ້ນ​ໃນທ້າຍ​ປີ​ນີ້
2015-11-22 13:51:14  cri 
ວັນ​ທີ 18 ຫາ​ວັນ​ທີ 23 ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 27 ຈັດ​ຂຶ້ນ​ຢູ່​ມະ​ເລ​ເຊຍ. ວັນ​ທີ 22 ພະຈິກ​ນີ້, ຢູ່​ນະຄອນຫຼວງກົວ​ລະ​ລຳ​ເປີ, ຜູ້ນຳ 10 ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ເຊັນ "ຖະ​ແຫຼງການ​ກົວ​ລະ​ລຳ​ເປີ ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນທ້າຍ​ປີ 2015" ​ແລະ "ຖະ​ແຫຼງການ​ກົວ​ລະ​ລຳ​ເປີ ກ່ຽວ​ກັບ ອາ​ຊຽນກ້າວ​ໄປ​ສູ່​ປີ 2025: ສາມັກຄີ​ກັນບຸກ​ເບີ​ນພັດທະນາ", ​ໂດຍປະກາດ​ວ່າ, ປະຊາ​ຄົມ​ອາ​ຊຽນຈະ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31 ທັນວາ​ປີ​ນີ້, ພ້ອມ​ກັນ​ນັ້ນ, ຈະ​ວາງ​ແຜນການ​ພັດທະນາ​ອາ​ຊຽນຮອດປີ 2025.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ນາ​ຈິບ​ ຕຸ​ນຣາຊັກກ່າວ​ວ່າ, ພາຍ​ໃຕ້​ຂອບ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ, ປະຈຸ​ບັນ, ປະ​ເທດ​ຕ່າງໆ​ໄດ້​ກຳຈັດ​ກຳ​ແພງ​ພາສີ​ໂດຍ​ພື້ນຖານ​ແລ້ວ, ​ເຊິ່ງໝາຍ​ຄວາມ​ວ່າ, ຂະ​ແໜງ​ການ​ຜະລິດ​ພາຍ​ໃນ​ພາກ​ພື້ນ​ອາ​ຊຽນ ຈະ​ມີ​ກຳລັງ​ແຂ່ງຂັນຫຼາຍກວ່າ​ໃນ​ຕະຫຼາດສາກົນ. ​ແຕ່​ວ່າ, ​ເວລາ​ດຽວ​ກັນ​ນັ້ນ, ປະ​ເທດ​ອາ​ຊຽນຕ່າງໆ​ຍັງ​ຕ້ອງ​ກຳຈັດ​ສິ່ງ​ກີດຂວາງ​ການ​ພັດທະນາ​ເສດຖະກິດ​ຕື່ມ​ອີກ, ລົງ​ເລິການ​ຮ່ວມ​ມື ​ເພື່ອ​ສ້າງ​ອະນາຄົດ​ເສດຖະກິດ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ