ນາຍົກ​ຈີນ​ເດີນທາງ​ໄປ​ຢ້ຽມຢາມ​ລັດ​ມາ​ລັກ​ກາ​ຂອງ​ມາ​ເລ​ເຊຍ
2015-11-23 11:59:21  cri 
ຕາມຂ່າວCRI: ວັນ​ທີ 22 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ລັດ​ມາ​ລັກ​ກາ​ຂອງ​ມາ​ເລ​ເຊຍ.

ມື້​ດຽວ​ກັນ, ທ່ານ​ຫຼີ​ເຄີ້ສຽງ​ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ຮອດ​ຫໍ​ວັດທະນະທຳ​ເຈີ້​ງ​ເຮີ​ທີ່​ຕັ້ງ​ຢູ່ຖະໜົນ​ຈອນ​ເກີ​ລັດ​ມາ​ລັກ​ກາ​ຂອງ​ມາ​ເລ​ເຊຍ. ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ: " 600 ປີ​ກ່ອນ, ທ່ານ​ເຈີ້​ງ​ເຮີ, ນັກ​ເດີນ​ເຮືອຈີນ​​ເຄີຍ​ໄດ້​ເດີນທາງ​ມາ​ຮອດ​ບ່ອນ​ນີ້, ພວກ​ເຂົາ​​ເຈົ້າ​ມີ​ບາງ​ຄົນ​ໄດ້​ອາ​ໄສ​ຢູ່​ແຫ່ງ​ນີ້​ຫຼື​ແຕ່ງງານ​ກັບ​ຊາວ​ທ້ອງ​ຖິ່ນຊຶ່ງ​ຖືກ​ຊາວ​ທ້ອງ​ຖິ່ນ​ເອີ້ນ​ເປັນ "baba nyonya", ນີ້​ເປັນ​ສັນຍະ​ລັກ​ແຫ່ງ​ມິດຕະພາບ​ລະຫວ່າງ​ຈີນ-ມາ​ເລ​ເຊຍ, ​ເປັນການ​ເຊື່ອ​ມ​ໂຍງ​ເຂົ້າກັນ​ຂອງ​ວັດທະນະທຳ​ລະຫວ່າງ​ຈີນ-ມາ​ເລ​ເຊຍ."

ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ຕື່ມ​ວ່າ: ທ່ານ​ເຈີ້​ງ​ເຮີ​ອອກເດີນ​ເຮືອ​ໄປມະຫາ​ສະໝຸດ​ປາຊີ​ຟິກຕາ​ເວັນ​ອອກ​ເປັນ 7 ຄັ້ງ, ​​ແລະ​ເຄີຍ​ໄດ້​ປະຈຳ​ຢູ່​ລັດ​ມາ​ລັກ​ກາ​ເປັນ 5 ຄັ້ງ, ​ເຊິ່ງ​ໄດ້​ກາຍ​ເປັນ​ທູດ​ແຫ່ງ​ມິດຕະພາບ​ໃນ​ດ້ານການ​ໄປມາຫາສູ່​ກັນ​ໂດຍ​ສັນຕິ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຄວນ​ເສີມ​ຂະຫຍາຍ​ທັດສະນະ​ຄະຕິທີ່​ມີ​ຈິດ​ໃຈ​​ໃນ​ການ​ລິ​ເລີ່​ມ​ໃຫ້ຖື​ສັນຕິພາບ​ເປັນ​ສິ່ງສຳຄັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ, ມີ​ຄວາມ​ກົມກຽວ​ກັນ​ແລະ​ຄວາມຜ່ອນ​ສັ້ນ​ຜ່ອນ​ຍາວ​ເຊິ່ງກັນ​ແລະ​ກັນພ້ອມ​ທັງ​ສືບ​ທອດ​ໄປ​ດ້ວຍ​ທຸກ​ຄົນ​ຮຸ່ນ​ຫຼັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ